ຂ່າວພາຍໃນກະຊວງ

ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ເຂດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ

2026-09-11 - Xaiya


ໃນຕອນບ່າຍຂອງວັນທີ 11 ກັນຍາ 2026 ທີ່ເຂດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນ, ເຂົ້າສານ ແລະ ນໍ້າດື່ມເພື່ອມອບໃຫ້ ເຂດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມໃນທ້າຍເດືອນ ສິງຫາ ທີ່ຜ່ານມາ.

ໂດຍຕາງໜ້າໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍຄະນະ ມອບ ເຂົ້າສານ 700 ຖົງ, ນໍ້າດື່ມ 200 ແພັກ ແລະ ເງິນສົດ ລວມທັງໝົດ 350,000,000 ກີບ ແລະ ໄດ້ລົງໄປສໍາຫຼວດຫຼາຍຈຸດທີ່ຖືກນໍ້າຖ້ວມ, ຕາງໜ້າການນໍາ ແລະ ປະຊາຊົນ ເຂດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ຮັບໂດຍ ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການ ປົກຄອງແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໃນໂອກາດດັ່ງກ່າວ ທ່ານ ຄໍາຟອງ ອິນມະນີ ປະທານຄະນະກຳມະການ ປົກຄອງແຂວງຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຜູ້ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງຈະນໍາເອົາ ວັດຖຸ-ປັດໃຈ ທີ່ໄດ້ຮັບ ຈະນໍາໄປເຄື່ອນໄຫວ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມໃຫ້ເກີດປະໂຫຍດສູງສຸດ ແລະ ຢ່າງທົ່ວເຖິງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250