ຂ່າວພາຍໃນກະຊວງ

ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ

2026-09-11 - Xaiya


ວັນທີ 11 ກັນຍາ 2026 ທີ່ ຫ້ອງວ່າການ ແຂວງອຸດົມໄຊ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນ, ເຂົ້າສານ ແລະ ນ້ຳດື່ມ ເພື່ອມອບໃຫ້ ແຂວງອຸດົມໄຊ ໃນການປະກອບສ່ວນເຂົ້າໃນການ ຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມ ໃນທ້າຍເດືອນ ສິງຫາ ທີ່ຜ່ານມາ.

ຕາງໜ້າ ໃຫ້ກະຊວງ ຍທຂ ໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍຄະນະ ມອບ ເຂົ້າສານ 7 ພັນກິໂລກຼາມ ( 7,000 Kg ) ນ້ຳດື່ມ ຈຳນວນ 200 ແພັກ ແລະ ເງິນສົດ ລວມທັງຫມົດ 250 ລ້ານກີບ ຕາງໜ້າການນໍາ ແລະ ປະຊາຊົນ ແຂວງອຸດົມໄຊ ຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງອຸດົມໄຊ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຜູ້ທີ່ໃຫ້ການຊ່ວຍເຫລືອ ພ້ອມທັງ ຈະນຳເອົາ ວັດຖຸ-ປັດໄຈ ທີ່ໄດ້ຮັບ ນຳໃຊ້ເຂົ້າໃນການເຄື່ອນໄຫວ ຊ່ວຍເຫລືອ ພໍ່ແມ່ປະຊາຊົນ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະນຳໄປມອບ ໃຫ້ແກ່ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໃຫ້ຢ່າງທົ່ວເຖິງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250