ຂ່າວພາຍໃນກະຊວງ

ກະຊວງ ຍທຂ ຈັດຝຶກອົບຮົມ ວຽກງານປ້ອງກັນພາຍໃນ ໃຫ້ພະນັກງານຫຼັກແຫຼ່ງ

2026-09-01 - Xaiya

ໃນຕອນເຊົ້າຂອງວັນທີ 01 ກັນຍາ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານ ລະຫວ່າງ ກົມ 200 ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ກະຊວງໂຍທາທິການ ແລະ ຂົນສົ່ງ, ໃຫ້ກຽດເປັນປະທານ ໂດຍທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງ ຍທຂ, ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຍທຂ; ມີທ່ານ ພັນເອກ ສຸວັນ ທອງຈະເລີນ ຫົວໜ້າກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຮອງຫົວໜ້າກົມ, ສະຖາບັນ, ກອງວິຊາການ, ຜູ້ອໍານວຍການ, ຮອງຜູ້ອໍານວຍການລັດວິສາຫະກິດ, ຄະນະພັກແນກ, ຄະນະປ້ອງກັນ ກະຊວງ ຍທຂ ແລະ ຄະນະຮັບຜິດຊອບວຽກງານປ້ອງກັນພາຍໃນ ກະຊວງປ້ອງກັນຄວາມສະຫງົບ ກໍ່ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບວຽກງານປ້ອງກັນພາຍໃນ ຫຼື ວຽກປ້ອງກັນຄວາມສະຫງົບ, ຮັບຮູ້ໃນສິດ ແລະ ໜ້າທີ່ວຽກງານປ້ອງກັນພາຍໃນ, ຮູ້ວີທີການເກັບກໍາຂໍ້ມູນ, ເກັບກູ້ອາວຸດປືນ, ວັດຖຸລະເບີດ ແລະ ນິຕິກໍາທີ່ກ່ຽວຂ້ອງ. ພ້ອມທັງເປັນເຈົ້າການ ປ້ອງກັນ,ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້, ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ພາຍໃນ ສໍານັກງານ-ອົງການ ທີ່ຂື້ນກັບການຄຸ້ມຄອງ ຂອງ ກະຊວງ ຍທຂ.

ການຝຶກອົບຮົມ ມີຜູ້ເຂົ້າຮ່ວມທັງໝົດ ທັງໝົດ 77 ທ່ານ, ຍິງ 10 ທ່ານ. ບັນດານັກຝຶກອົບຮົມທັງໝົດ ແມ່ນ ຄະນະປ້ອງກັນກະຊວງ, ຄະນະປ້ອງກັນພາຍໃນ ມາຈາກຫ້ອງການ, ບັນດາກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ ອ້ອມຂ້າງກະຊວງ. ສະແດງໃຫ້ເຫັນໄດ້ວ່າ ຄະນະພັກ, ຄະນະນຳ ກະຊວງ ຍທຂ ໄດ້ໃຫ້ຄວາມສຳຄັນຕໍ່ການຍົກລະດັບ ຄວາມຮູ້ ຄວາມເຂົ້າໃຈ ຕໍ່ວຽກງານປ້ອງກັນພາຍໃນ ຂອງກະຊວງ ຍທຂ ເປັນບັນຫາສໍາຄັນ. ຊຶ່ງເນື້ອໃນຂອງການຝຶກອົບຮົມ ປະກອບມີ 07 ຫົວບົດ ຄື: 1)ບາງບັນຫາພື້ນຖານ ກ່ຽວກັບວຽກງານປ້ອງກັນພາຍໃນສໍານັກງານ; 2)      ມະຕິ ວ່າດ້ວຍການເພີ່ມທະວີ ວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ສະບັບ ເລກທີ 111/ກມສພ ລົງວັນທີ 22 ພຶດສະພາ 2020; 3)   ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວກໍາລັງກອງຫຼອນ, ປກສ, ບ້ານ, ປກສ ກຸ່ມບ້ານ, ກໍາລັງປ້ອງກັນພາຍໃນ ແລະ ກໍາລັງປ້ອງກັນຕົວ ສະບັບເລກທີ 93/ນຍ ລົງວັນທີ 13 ມີນາ 2007 ໃນນີ້ ໄດ້ເນັ້ນກ່ຽວກັບວຽກງານປ້ອງກັນຕົວ; 4)           ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະປ້ອງກັນພາຍໃນ ສໍານັກງານ-ອົງການ ສະບັບເລກທີ 1722/ປກສ ລົງວັນທີ 8 ກໍລະກົດ 2025; 5)  ຂໍ້ຕົກລົງ ວ່າດ້ວຍລະບຽບການປ້ອງກັນພາຍໃນ ສະບັບເລກທີ 1723/ປກສ ລົງວັນທີ 8 ກໍລະກົດ 2025; 6)           ຂໍ້ຕົກລົງວ່າດ້ວຍ ການປົກປັກຮັກສາຄວາມລັບຂອງຊາດ ສະບັບເລກທີ 861/ປກສ ລົງວັນທີ 30 ມີນາ 2026 ແລະ 7)    ແຈ້ງການ ເລື່ອງການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບ ເລກທີ 311/ປກສ ລົງວັນທີ 16 ກໍລະກົດ 2026.

ຄຽງຄູ່ກັບການຂຶ້ນຫ້ອງບັນຍາຍເຜີຍແຜ່ ເອກະສານ ຄະນະຮັບຜິດຊອບເຜີຍແຜ່ ກໍຍັງໄດ້ຍົກເອົາ ພຶດຕິກໍາຕົວຈິງ ມາອະທິບາຍ ໃຫ້ຄວາມຮູ້ ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມມີຄວາມເຂົ້າໃຈໜ້າທີ່ ພາລະບົດບາດ, ສິດໜ້າທີ່ ຂອງກົມ 200, ແລະ ຄະນະປ້ອງກັນກະຊວງ. ວຽກງານປ້ອງກັນພາຍໃນ, ປ້ອງກັນພະນັກງານ, ການຮັກສາຄວາມລັບຂອງ


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250