ຂ່າວພາຍໃນກະຊວງ

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ ຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ສະຫວັນນະເຂດ.

2026-08-30 - Sayphone








ໃນຕອນເຊົ້າ ວັນທີ 30 ສິງຫາ 2026 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ສະຫວັນນະເຂດ ຈໍານວນ 300 ລ້ານກີບ ແລະ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ປະກອບສ່ວນຈໍານວນ 100 ລ້ານກີບ ລວມມູນຄ່າ 400 ລ້ານກີບ,

ໂດຍຕາງຫນ້າຮັບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ;

ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຈໍານວນດັ່ງກ່າວນີ້ເພື່ອເປັນການບັນເທົາທຸກ ແລະ ໃຫ້ກໍາລັງໃຈໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ການລົງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ລວມມູນຄ່າ 400 ລ້ານກີບ, ມອບໃຫ້ແກ່ອົງການປົກຄອງແຂວງສະຫັວນນະເຂດ ເພື່ອນໍາໃຊ້ເຂົ້າໃນການຟື້ນຟູ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນພື້ນທີ່.

ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນຢໍ້າວ່າ ການລົງພື້ນທີ່ຄັ້ງນີ້ ນອກຈາກການນໍາເອົາອຸປະກອນ ແລະ ເຄື່ອງບັນເທົາທຸກມາມອບໃຫ້ພໍ່ແມ່ປະຊາຊົນແລ້ວ, ສິ່ງສໍາຄັນທີ່ສຸດແມ່ນການນໍາເອົາ "ຄວາມຫ່ວງໄຍ ແລະ ກໍາລັງໃຈຢ່າງອົບອຸ່ນ" ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ອໍານາດການປົກຄອງແຂວງ, ເມືອງ ແລະ ພາກສ່ວນຕ່າງໆໃນສັງຄົມສົ່ງເຖິງພໍແມ່ປະຊາຊົນທຸກຄົນ, ພ້ອມທັງສະແດງຄວາມປະທັບໃຈ ຕໍ່ຈິດໃຈສູ້ຊົນຂອງປະຊາຊົນ ແລະ ຈິດໃຈສາມັກຄີສາມາດຜ່ານຜ່າອຸປະສັກມາໄດ້; ເຖິງແມ່ນວ່າເຮືອນຊານ ແລະ ເນື້ອທີ່ການຜະລິດຈະເສຍຫາຍ, ແຕ່ດ້ວຍຄວາມສາມັກຄີ ພວກເຮົາຈະຮ່ວມກັນອະນາໄມສ້າງສາ ແລະ ຟື້ນຟູໃຫ້ກັບຄືນມາສົດໃສ ແລະ ພ້ອມກັນພັດທະນາໃຫ້ດີຂຶ້ນໄປເລື້ອຍໆ.

ພ້ອມກັນນັ້ນ ຍັງຂໍໃຫ້ທຸກໆຄົນມີຈິດໃຈທີເຂັ້ມແຂງ, ມີສະຕິ ບໍ່ແຕກຕື່ນ ແລະ ເຊື່ອໝັ້ນວ່າ ພັກ-ລັດຖະບານ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຢູ່ຄຽງຂ້າງ ເພື່ອຊ່ວຍເຫຼືອບັນເທົາຄວາມເດືອດຮ້ອນຢ່າງເຕັມຄວາມສາມາດ, ໃນຕອນທ້າຍ ຍັງຍົກຍ້ອງກຳລັງອາສາສະໝັກທຸກພາກສ່ວນວ່າທຸກຄົນຄື "ຄວາມຫວັງ ແລະ ແຮງກໍາລັງຂອງປະຊາຊົນ" ຂໍໃຫ້ຮັກສາສຸຂະພາບ, ມີຄວາມອົດທົນ ແລະ ສືບຕໍ່ນໍ້າໃຈອາສາສະໝັກຮັບໃຊ້ປະຊາຊົນດ້ວຍຄວາມເສຍສະຫຼະ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250