ຂ່າວພາຍໃນກະຊວງ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຫາລື ກັບທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການ ປົກຄອງແຂວງຫຼວງນໍ້າທາ.

ໃນວັນທີ 17 ກໍລະກົດ 2026 ທີ່ຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ ທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະເຊິ່ງມີຫົວໜ້າກົມ, ຮອງກົມ, ລັດວິສາຫະກິດລົດໄຟແຫ່ງຊາດ, ຜູ່ຕ່າງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ກົມຕໍາຫຼວດລົດໄຟ, ໄດ້ເຂົ້າພົບປະຫາລືແຜນພັດທະນາພື້ນຖານໂຄງລ່າງກັບທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການປົກຄອງແຂວງ ຫຼວງນໍ້າທາ.
ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຢູ່ໃນແຂວງ ຫຼວງນໍ້າທາ ໂດຍສັງເຂບ ພ້ອມທັງໄດ້ແລກປ່ຽນ ຫຼາຍບັນຫາສໍາຄັນໂດຍສະເພາະການປຶກສາຫາລືກັບພາກສ່ວນກ່ຽວຂ້ອງໃນການແກ້ໄຂບັນຫາການບຸກລຸກເຂດສະຫງວນແລວທາງລົດໄຟ,ເຫັນວ່າມີການບຸກເບີກເນື້ອທີ່ດີນ, ຂຸດດິນຖົມຢູ່ກ້ອງຂົວໂຮງງານເກືອບໍ່ເຕັນ ເພື່ອເຮັດເປັນບ່ອນຈອດລົດ, ພົບເຫັນຈົກດິນຢູ່ທາງເທິງອຸມົງມິດຕະພາບລາວ-ຈີນ ພາໃຫ້ມີນໍ້າຂັງ ກະທົບຕໍ່ອຸມົງໃນໄລຍະຍາວ ເພາະ ຢູ່ລຸ່ມແມ່ນຊັ້ນຫີນເກືອ ນໍ້າຊື່ມລົງໄປອາດສົ່ງຜົນກະທົບຕໍ່ໂຄງສ້າງອຸມົງ ແລະ ທາງລົດໄຟ. ພ້ອມນັ້ນ ຍັງໄດ້ປຶກສາຫາລືແຜນການປັບປຸງ ແລະ ຍົກລະດັບເສັ້ນທາງພາຍໃນເຂດເສດຖະກິດບໍ່ເຕັນ, ເສັ້ນທາງ R3, ເສັ້ນທາງ 13 ເໜືອ, ເສັ້ນທາງດ່ວນ, ສະພາບການປະຕິບັດລະບຽບຜັງເມືອງ, ແກ້ໄຂບັນຫານໍ້າປະປາ, ການຄຸ້ມຄອງພາຫະນະ, ກວດກາເຕັກນິກລົດ, ກວດຄືນໂຊເຟີລົດ ຄຸ້ມຄອງຄວາມປອດໄພໂດຍສານ.

ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະການປົກຄອງແຂວງ ຫຼວງນໍ້າທາໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ການນໍາກະຊວງ ຍທຂ ທີ່ໄດ້ລົງມາໃກ້ສິດຕິດແທດ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ພ້ອມທັງແລກປ່ຽນ ຫຼາຍບັນຫາສໍາຄັນ ໂດຍສະເພາະໃນປີ 2024 ແຂວງຫຼວງນໍ້າມທາ ໄດ້ຮັບຜົນກະທົບຈາກພາຍຸ ເຮັດໃຫ້ພຶ້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍເປ້ເພຫຼາຍສົມຄວນ, ພ້ອມນັ້ນຍັງໄດ້ສະເໜີ ຂໍງົບປະມານເພີ່ມເຕີມມາປັບປຸງແກ້ໄຂເສັ້ນທາງ ເສັ້ນທາງ 17A, 17B ແລະ ເສັ້ນທາງເຊື່ອມຕໍ່ຈາກເມືອງຫຼວງນໍ້າທາໄປຫາເມືອງສິງ ແລະ ວຽກປີ່ນອ້ອມ ຂະແໜງ ຍທຂ;
ສອງຝ່າຍໄດ້ ຍົກຫຼາຍບັນຫາທີ່ມີຄວາມສົນໃຈຮ່ວມກັບ ເປັນຕົ້ນແມ່ນການແກ້ໄຂບັນຫາການບຸກລຸກເຂດສະຫງວນແລວທາງລົດໄຟ ແລະ ແຜນການຮ່ວມກັນໃນຕໍ່ໜ້າ.
