ຂ່າວພາຍໃນກະຊວງ

ທ່ານຮອງລັດຖະມົນຕີກະຊວງ ຍທຂ, ຢ້ຽມຢາມ ແລະ ເຮັດວຽກທີ່ ລວຄ

2026-07-08 - Xaiya

ທ່ານ ວັນທອງ ບຸດຕະນະວົງ, ຮອງລັດຖະມົນຕີ ກະຊວງ ຍທຂ, ລົງຢ້ຽມຢາມ ແລະ ເຮັດວຽກທີ່ ລັດວິສະຫະກິດ ວິສະວະກຳ ຄົມມະນາຄົມ (ລວຄ) ໃນວັນທີ 08 ກໍລະກົດ 2026 ນີ້ ໃຫ້ກຽດຕອນຮັບໂດຍ ທ່ານ ທອງເດີນ ຄໍາມະນີ ຜູ້ອໍານວຍການ ລັດວິສະຫະກິດ ວິສະວະກຳ ຄົມມະນາຄົມ, ມີຮອງຜູ້ອໍານວຍການ ແລະ ພະນັກງານຫຼັກແຫ່ງຂອງ ລວຄ ເຂົ້າຮ່ວມ.

ທ່ານ ທອງເດີນ ຄໍາມະນີ ຜູ້ອໍານວຍການລັດວິສະຫະກິດ ວິສະວະກຳ ຄົມມະນາຄົມ (ລວຄ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາຈົນເຖີງປະຈຸບັນ ໃນ 6 ເດືອນຕົ້ນປີ 2026 ໂດຍມີຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການ 20 ໂຄງການ, ໃນນັ້ນ ສໍາເລັດແລ້ວ 8 ໂຄງການ ເທົ່າກັບ 100% ແລະ ຍັງດໍາເນີນການຢູ່ 4 ໂຄງການ ເທົ່າກັບ 50% ນອກນັ້ນຍັງມີບໍລິການຍ່ອຍອີກ ທີ່ບໍທັນເປັນໂຄງການ ໂດຍສະເພາະ ວຽກງານສໍາລວດ-ອອກແບບ, ວິໃຈທໍລະນີສາດ ແລະ ວັດສະດຸກໍ່ສ້າງຈໍານວນໜຶ່ງ.

           ລວຄ ນອກຈາກ, ດໍາເນີນທຸລະກິດ ສ້າງລາຍຮັບ ໃຫ້ຮັບປະກັນໄດ້ 3 ຜົນປະໂຫຍດແລ້ວ ຍັງເຮັດໜ້າທີ່ ເສນາທິການ ໃຫ້ແກ່ ກະຊວງ ຍທຂ, ເຮັດໜ້າທີ່ການເມືອງ ໃຫ້ແກ່ ພັກ-ລັດຖະບານ, ເປັນ ບ່ອນສ້າງວຽກເຮັດ ງານທໍາ ໃຫ້ແກ່ ສັງຄົມ ໂດຍສະເພາະ ນັກສຶກສາ ຈົບໃໝ່, ເປັນບ່ອນກໍ່ສ້າງ ພະນັກງານ ໃຫ້ມີ ການພັດທະນາ ດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ. ແຕ່ລະປີ ລວຄ ໄດ້ຮັບນັກສຶກສາ ຝຶກງານ, ໄດ້ປະກອບສ່ວນ ໃນການສິດສອນ ຢູ່ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ຢູ່ສາຖາບັນຝຶກອົບຮົມ ຍທຂ, ປະກອບ ສ່ວນປະຕິບັດໜ້າທີ່, ວຽກງານ ດ້ານວິຊາການ ໃຫ້ກະຊວງ ຍທຂ.

ລັດວິສະຫະກິດ ວິສະວະກຳ ຄົມມະນາຄົມ ມີຄູ່ຮ່ວມືທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນມີສັນຍາຮ່ວມມືກັບ ສະຫະບໍລິສັດ ອອກແບບ ດ້ານວິສະວະກຳການຂົນສົ່ງ (TEDI) ຂອງ ສສ ຫວຽດນາມ, ບໍລິສັດ CONINCO ຫວຽດນາມ, ບໍລິສັດ ເຄີລຸນ (KELUN) ສປ ຈີນ, ບໍລິສັດ XDL ສປ ຈີນ ແລະ ມີການສືບຕໍ່ປັບປຸງການຮ່ວມມື ຢ່າງຕໍ່ເນື່ອງ ຕະຫຼອດມາ. ນອກນັ້ນ, ຍັງມີຄູ່ຮ່ວມທຸລະກິດ ວິສະວະກອນ ທີ່ປຶກສາ ຢູ່ ປະເທດອື່ນອີກ ເປັນຕົ້ນ: ອິນເດຍ, ເຢຍລະມັນ, ອີດຕີລີ, ສ. ເກົາຫຼີ ແລະ ຍີ່ປຸ່ນ ເປັນຕົ້ນ.

ສໍາລັບແຜນໃນຕໍ່ໜ້າຈະສ້າງມາດຕະຖານ ຍົກລະດັບ ລວຄ ຂື້ນຕື່ມ (ມາດຕະຖານສາກົນ ຫຼື ລະດັບຊາດ): ສ້າງ ລະບົບຄຸ້ມຄອງ (ທີ່ທັນສະໄໝ ແລະ ຫັນເປັນດິຈິຕອນ); ຫ້ອງການ; ເຄື່ອງມື-ຫ້ອງທົດລອງ ແລະ ພັດທະນາບຸກຄະລາກອນຂອງຕົນໃຫ້ກາຍເປັນມືອາຊີບ; ສໍາລັບວຽກງານພື້ນຖານ (ຫຼາຍກ່ວາ 80%) ແມ່ນການສໍາຫລວດ-ອອກແບບ ແລະ ທີ່ປຶກສາ ຄວບຄຸມ ກໍ່ສ້າງໂຄງການ ຂົວ-ທາງ ເປັນຫຼັກ; ແຜນການໃນການຂະຫຼາຍຕະລາດຄຶ: ສະໜາມບິນ, ທາງດ່ວນ, ທາງລົດໄຟ, ນໍ້າປະປາ, ປ້ອງກັນຕາຝັ່ງເຈື່ອນ, ຂີ້ເຫຍື້ອ, ພັດທະນາ-ອະສັງຫາ ລິມມະຊັບ (ທີ່ດິນ, ອາຄານ ແລະ ທຸລະກິດ ປິ່ນອ້ອມ), ບໍລິການຂົນສົ່ງ (Logistics), ສາງເກັບມ້ຽນສິນຄ້າ, ທ່າເຮືອ, ເຂື່ອນໄຟຟ້າ, ພະລັງງານລົມ, ໂຄງສ້າງ-ບໍ່ແຮ່ ແລະ ອື່ນໆ;  ໂຄງການຂົວ-ທາງ ໃນໄລຍະໃໝ່ ຫຼື OPBRC-PRTC (ທົ່ວປະເທດ); ສຶກສາ, ສໍາຫຼວດ-ອອກແບບ ລະບົບຄຸ້ມຄອງ ການເກັບເງິນ ຜ່ານຂົວທາງ, ຕິດຕາມ-ກວດກາ ສະຖິຕິ- ພາຫະນະຂົນສົ່ງໜັກ, ລະບົບກວດກາມາດຕະຖານເຕັກນິກບັນດາຂົວ, ເສັ້ນທາງ, ຮ່ອງລະບາຍນໍ້າ, ອາຄານ, ວັດສະດຸ ກໍ່ສ້າງ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ວັນທອງ ບຸດຕະນະວົງ, ຮອງລັດຖະມົນຕີ ກະຊວງ ຍທຂ ຍັງໄດ້ເນັ້ນໜັກໃຫ້ ລັດວິສະຫະກິດ ວິສະວະກຳ ຄົມມະນາຄົມ ເອົາໃຈໃສ່ ແລະ ຕິດຕາມກວດກາ ໂຄງການຕ່າງໆ ທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າເພື່ອບໍ່ໃຫ້ເກີດຂໍ້ຜິດພາດມາຕາມພາຍຫຼັງ. ພ້ອມກັນນັ້ນ ຕິດພັນກັບວຽກພັກ- ພະນັກງານ ຕ້ອງເອົາວຽກການເມືອງ ນໍາພາແນວຄິດ, ການເຊື່ອມຊືມບັນດາເອກະສານສໍາຄັນ, ມະຕິ, ຄໍາສັ່ງຕ່າງໆ ໃຫ້ສະມາຊິກພັກ - ພະນັກງານ ພາຍໃນ ຕິດພັນກັບການດໍາເນີນຊີວິດການເມືອງ ກວດກາຄວາມຮັບຜິດຊອບ ອັນດີແມ່ນໃຫ້ຜົນຂະຫຍາຍ ອັນອ່ອນແມ່ນໃຫ້ປັບປຸງແກ້ໄຂ ໃຫ້ສາມາດຮັບປະກັນຄວາມສະຫງົບ ເພີ່ມທິວີວຽກງານກວດກາ ກວດສອບເປັນປົກະຕິ, ພ້ອມນັ້ນ ແມ່ນ ສຶບຕໍ່ ເລັ່ງໃສ່ສ້າງພັກ ໃຫ້ປອດໃສເຂັ້ມແຂງໜັກແໜ້ນ  ແລະ ສ້າງພະນັກງານສືບທອດປ່ຽນແທນ ໃຫ້ຕໍ່ເນື່ອງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250