ຂ່າວພາຍໃນກະຊວງ
ຍທຂ ຈັດກິດຈະກໍາ ບໍລິຈາກເລືອດ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ຍທຂ ຄົບຮອບ 75 ປີ
ຍທຂ ຈັດກິດຈະກໍາ ບໍລິຈາກເລືອດ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ຍທຂ ຄົບຮອບ 75 ປີ
ໃນຕອນເຊົ້າຂອງວັນທີ 09 ກໍລະກົດ
2026 ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດຕັ້ງກິດຈະກຳບໍລິຈາກເລືອດ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ
ກະຊວງ ຍທຂ ຄົບຮອບ 75 ປີ ທີຫ້ອງປະຊຸມໃຫຍ່ ກະຊວງ, ໂດຍການເຂົ້າຮ່ວມ ເປັນປະທານ ຂອງທ່ານ
ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຮສ.ດຣ. ນາງ ຈັນຖະໜອມ
ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຫ້ອງການ, ກົມ,
ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
ໄດ້ກ່າວວ່າຈຸດປະສົງການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງ
ກະຊວງໂຍທາທິການ ແລະ ຂົນສົ່ງ ຄົບຮອບ 75 ປີ (ວັນທີ 13 ກໍລະກົດ 1951-13 ກໍລະກົດ 2026) ທັງເປັນການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2026 ພາຍໃຕ້ຄໍາຂວັນ: “ ໜຶ່ງ ຢອດເລືອດ ເພື່ອມະນຸດສະທຳ, ໃຫ້ເລືອດ ໃຫ້ຊີວິດ” ຄືດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ
ໃນວັນທີ 04 ມິຖຸນາ 2026 ທີ່ແລ້ວນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ອອກດຳລັດ ສະບັບເລກທີ 175/ນຍ, ລົງວັນທີ 04 ມິຖຸນາ 2026 ວ່າດ້ວຍການ ກໍານົດວັນສ້າງຕັ້ງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໃນມາດຕາ 1 ເຫັນດີກຳນົດເອົາວັນທີ 13 ກໍລະກົດ 1951.
ສະນັ້ນ, ເພື່ອເປັນການສະເຫຼີມສະຫຼອງ
ເຊິ່ງພໍດີເປັນປີທີ 75
ປີ ຂອງການສ້າງຕັ້ງກະຊວງ, ຄະນະພັກ ຄະນະນໍາກະຊວງ ຍທຂ ຈຶ່ງໄດ້ເຫັນດີ
ແລະ ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນກະຊວງເພື່ອກະກຽມຈັດຕັ້ງສະເຫຼີມສະຫລອງວັນສັ້າງຕັ້ງກະຊວງ
ຍທຂ ຄົບຮອບ 75 ປີ ໃນປີນີ້ໃຫ້ເປັນຂະບວນພົດຟື້ນ ເຊິ່ງການສະເຫຼີມສະຫລອງຂອງພວກເຮົາຈະປະກອບມີ
(1) ຂະບວນການ ບໍລິຈາກເລືອດ ຕິດພັນກັບຂະບວນການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ
ປະຈຳປີ 2026
ເຊິ່ງຈັດ ຂຶ້ນໃນວັນ 09 ກໍລະກົດ 2026, (2)ຂະບວນການວາງສະແດງຜົນງານຂອງກະຊວງ ແລະ ກິດຈະກຳຍ່າງ ເພື່ອສຸຂະພາບ ທີ່ ສວນ ປະຕູໄຊ
ໃຫ້ຕິດພັນກັບການການໂຄສະນາເຜີຍແຜ່ການຂັບຂີ່ປອດໄພ ໃນລະຫວ່າງວັນທີ 10-11/7/2026 ແລະ (3) ການໂຄສະນາປະຖະກະຖາ ວັນສ້າງຕັ້ງກະຊວງ
ຍທຂ ຄົບຮອບ 75
ປີ ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ໃນວັນທີ 14 ກໍລະກົດ 2026, (4) ສະເໜີຫຼຽນພິລະອາດຫາ ຊັ້ນ I, (5)
ຫຼຽນກາທີລະນືກ 75 ປີ ກະຊວງ ຍທຂ.
ເພື່ອໃຫ້ຂະບວນດັ່ງກ່າວ ໄດ້ຈັດຕັ້ງປະຕິບັດດ້ວຍບັນຍາກາດຟົດຟື້ນ
ຈຶ່ງຂໍຮຽກຮ້ອງມາຍັງບັນທ່ານ-ບັນດາສະຫາຍ ທີ່ມີເງື່ອນໄຂຄົບຖ້ວນສົມບູນ ພ້ອມກັນເຂົ້າຮ່ວມໃນຂະບວນການດັ່ງກ່າວນີ້
ມັນບໍ່ພຽງແຕ່ຈະເປັນການເຂົ້າຮ່ວມ ຂະບວນການເທົ່ານັ້ນ ແຕ່ຍັງເປັນການເຮັດບຸນກຸສົນອັນໜຶ່ງໃຫ້ແກ່
ເພື່ອມະນຸດ ລວມທັງຕົວເຮົາເອງ.