ຂ່າວພາຍໃນກະຊວງ
ກະຊວງ ຍທຂ ແຕ່ງຕັ້ງ ຮອງລັດຖະມົນຕີ ຜູ້ໃໝ່

ກະຊວງ ຍທຂ ປະກາດແຕ່ງຕັ້ງ ທ່ານ ວັນທອງ ບຸດຕະນະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່
......

ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານຂັ້ນຄະນະນໍາກະຊວງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຫົວຫນ້າ, ຮອງຫົວຫນ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຜູ້ອໍານວຍການ, ຮອງຜູ້ອໍານວຍການລັດວິສາຫະກິດ, ແຂກຖືກເຊີນ, ບັນດາທ່ານຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ພະນັກງານຫລັກແຫລ່ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.

ໃນພິທີ, ທ່ານ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສະບັບເລກທີ 130/ນຍ, ລົງວັນທີ 03 ມິຖຸນາ 2026, ນາຍົກລັດຖະມົນຕີ ອອກດໍາລັດແຕ່ງຕັ້ງ ທ່ານ ວັນທອງ ບຸດຕະນະວົງ ກຳມະການຄະນະປະຈຳພັກກະຊວງ ເປັນຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.


ນອກນັ້ນ, ທ່ານ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ຫົວກົມຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 14444/ຍທຂ, ລົງວັນທີ 22 ມິຖຸນາ 2026, ລັດຖະມົນຕີຕົກລົງ ແຕ່ງຕັ້ງ ທ່ານ ສີສຸພັນ ຈັນສະຫວັດ ກຳມະການພັກກະຊວງ ຮອງຫົວໜ້າກົມຂົວທາງ ເປັນຮັກສາການຫົວໜ້າກົມຂົວທາງ.

ໂດຍເປັນກຽດມອບດໍາລັດ ຂອງ ນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງ ຂອງ ລັດຖະມົນຕີ ໂດຍ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ແກ່ ທ່ານ ວັນທອງ ບຸດຕະນະວົງ ທີ່ຖືກເປັນຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສີສຸພັນ ຈັນສະຫວັດ ທີ່ຖືກແຕ່ງຕັ້ງເປັນຮັກສາການຫົວໜ້າກົມຂົວທາງ, ພ້ອມທັງໂອ້ລົມຕໍ່ພິທີດັ່ງກ່າວ.
