ຂ່າວພາຍໃນກະຊວງ
ກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ລົງສຳຫຼວດພາກສະໜາມຕົວຈິງ ຢູ່ດ່ານປະເພນີນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ

ໃນວັນທີ 25 ມິຖຸນາ 2026 ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ແລະ ຄະນະຄຸ້ມຄອງດ່ານປະເພນີນ້ຳອ້ອນ ໄດ້ລົງສຳຫຼວດພາກສະໜາມຕົວຈິງ ຢູ່ດ່ານປະເພນີນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ເພື່ອເກັບກຳຂໍ້ມູນ ແລະ ປະເມີນສະພາບພື້ນທີ່ ສຳລັບການກະກຽມຍົກລະດັບດ່ານນ້ຳອ້ອນ ໃຫ້ເປັນດ່ານສາກົນໃນອະນາຄົດ.

ການລົງສຳຫຼວດໃນຄັ້ງນີ້ ເພື່ອສຶກສາສະພາບພູມສັນຖານ, ການນຳໃຊ້ທີ່ດິນ, ລະບົບໂຄງສ້າງພື້ນຖານ ແລະ ທ່າແຮງການພັດທະນາພື້ນທີ່ດ່ານ ເພື່ອເປັນຂໍ້ມູນພື້ນຖານໃນການວາງແຜນຜັງ, ອອກແບບໂຄງສ້າງ ແລະ ກຳນົດທິດທາງການພັດທະນາດ່ານໃຫ້ສອດຄ່ອງກັບແຜນພັດທະນາ ຂອງປະເທດ.

ການຍົກລະດັບດ່ານນ້ຳອ້ອນໃຫ້ເປັນດ່ານສາກົນ ຈະເປັນປັດໄຈສຳຄັນໃນການເຊື່ອມໂຍງດ້ານຄົມມະນາຄົມ ແລະ ໂລຈິສຕິກ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໂດຍສະເພາະການຮອງຮັບການເຊື່ອມຈອດກັບໂຄງການທາງດ່ວນ ນະຄອນຫຼວງວຽງຈັນ–ຮ່າໂນ້ຍ ໃນອະນາຄົດ. ໂຄງການດັ່ງກ່າວຈະຊ່ວຍເພີ່ມຂີດຄວາມສາມາດການຂົນສົ່ງ, ອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ພ້ອມທັງສ້າງໂອກາດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງແຂວງບໍລິຄຳໄຊ ແລະ ພາກກາງຂອງ ສປປ ລາວ.
ການພັດທະນາດ່ານນ້ຳອ້ອນ ຍັງເປັນສ່ວນໜຶ່ງຂອງຍຸດທະສາດການຫັນ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນສູນກາງການເຊື່ອມຈອດ (Land-linked Country) ໂດຍຜ່ານການພັດທະນາໂຄງສ້າງພື້ນຖານທີ່ທັນສະໄໝ, ຍືນຍົງ ແລະ ສາມາດຮອງຮັບການຂະຫຍາຍຕົວຂອງເສດຖະກິດໃນອະນາຄົດ.
