ຂ່າວພາຍໃນກະຊວງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2025-2026

2026-05-06 - Xaiya


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີ 2026-2030 ໃນວັນທີ 6 ພຶດສະພາ2026 ທີ່ຫໍປະຊຸມແຫ່ງຊາດ ໂດຍທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນໃຫ້ ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ ເພື່ອເຮັດໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ. ຊຶ່ງທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳຂັ້ນສູນກາງ ແລະ ທ້ອງຖິ່ນຂອງຂະແໜງ ຍທຂ ທົ່ວປະເທດ ນໍາເອົາເນື້ອໃນທີ່ໄດ້ປຶກສາຫາລືກັນ ນໍາໄປກວດກາຄືນ ແລະ ນໍາພາເຮັດໃຫ້ແທດເຖິງຕົວຈິງ ເປັນຕົ້ນ:

1. ຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບຊຸດ ເພື່ອເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໂດຍເຮັດຢ່າງມີຈຸດສຸມເນັ້ນໃສ່ ບັນດາ ເສັ້ນທາງສາຍຫຼັກທີ່ເປັນສາຍເລືອດຂອງເສດຖະກິດ 13 ເໜືອ ແລະ 13 ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກຳນົດໄວ້ໃນ ມະຕິຂອງ ລັດຖະບານ ສະບັບເລກທີ 05/ລບ ລົງວັນທີ 30 ມີນາ 2026 ລວມທັງການຈັດຕັ້ງປະຕິບັດ ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC; ນອກນັ້ນ, ກໍໃຫ້ ກະຊວງ ຍທຂ ສົມທົບກັບ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຮ່ວມກັນຄົ້ນຄວ້າແຜນພັດທະນາ ເສັ້ນທາງຮ່ວມກັນ ເຂົ້າຫາແຫຼ່ງທ່ອງທ່ຽວ ແລະ ຈຸດສຸມພັດທະນາ ແລະ ຈຸດສຸມການຜະລິດ; ເອົາໃຈໃສ່ ແລະ ເຈົ້າເປັນການຢ່າງແທ້ຈິງ ໃນການຄຸ້ມຄອງລົດດັດແປງ, ບັນທຸກນໍ້າໜັກເກີນ ເພື່ອຮັກສາເສັ້ນທາງທີ່ມີແລ້ວ ບໍ່ໃຫ້ເ່ປເພເສຍຫາຍ ແລະ ສາມາດ ສັນຈອນໄດ້ເປັນປົກກະຕິດີ; 2. ພັດທະນາຕົວເມືອງ ຕິດພັນກັບປົກປັກຮັກສາສິ່ງແວດລ້ອມຕົວເມືອງ ແລະ ຄວາມສະອາດ ງາມຕາໃນຕົວເມືອງ ເປັນຕົ້ນ: ການແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງ, ບັນຫາການຄຸ້ມຄອງ ແລະ ຈັດການນໍ້າເປື້ອນ ແລະ ຂີ້ເຫຍື້ອໃນຕົວເມືອງ ໂດຍສະເພາະຕ້ອງໄດ້ວາງແຜນຍຸດທະສາດໄວ້ ກ່ຽວກັບການຈັດການຂີ້ເຫຍື້ອເອເລັກໂຕນິກ ເພາະລັດຖະບານ ໄດ້ມີນະໂຍບາຍ ຫັນໄປນໍາໃຊ້ລົດໄຟຟ້າຫຼາຍຂຶ້ນ ແນ່ນອນບັນຫາແບັດຕາລີລົດ ທີ່ໝົດອາຍຸການນໍາໃຊ້ ຕ້ອງໄດ້ຄົ້ນຄວ້າວິທີການໃນການຈັດການໃຫ້ຄັກແນ່ ແລະ ນໍາໄປຜະລິດຄືນໃໝ່; ພ້ອມນັ້ນ, ກໍໃຫ້ບັນດາອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຄົ້ນຄວ້ານໍາໃຊ້ພະລັງງານຈາກ ແສງອາທິດ ແລະ ພະລັງງານທາງເລືອກອື່ນ ໃຫ້ຫຼາຍຂື້ນຕື່ມ ໂດຍສະເພາະບັນດາໄຟເຍືອງທາງ ໃນຕົວເມືອງ ທັງໝົດກໍເພື່ອແນ່ໃສ່ເຮັດໃຫ້ຕົວເມືອງໜ້າຢູ່ ສີຂຽວ ແລະ ຍືນຍົງ; 3. ພັດທະນາວຽກງານໂຍທາທິການທາງນໍ້າ ຕິດພັນກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ຊຶ່ງຜ່ານມາລັດຖະບານ ກໍຄື ສະພາແຫ່ງຊາດ ໄດ້ສະໜອງ ງົບປະມານ 200-300 ຕື້/ປີ ເປັນຫຼັກການໃນການຈັດສັນເຂົ້າໃນວຽກງານດັ່ງກ່າວ; ສະນັ້ນ, ມອບໃຫ້ ກະຊວງການເງິນ ສົມທົບກັບ ກະຊວງ ຍທຂ ແລະ ທ້ອງຖິ່ນ ກວດເບິ່ງຄືນການຈັດສັນງົບປະມານໃນແຕ່ລະປີ ຕ້ອງມີຈຸດສຸມ ແລະ ຖືເປັນບູລິມະສິດ ຕາມການຄົ້ນຄວ້າຂອງ ກະຊວງ ຍທຂ; ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ເພື່ອນໍາໃຊ້ທ່າແຮງຈາກແມ່ນໍ້າໃຫຍ່ທີ່ມີ ເປັນຕົ້ນ: ແມ່ນໍ້າຂອງ, ແມ່ນໍ້າສາຂາຕ່າງໆ ແລະ ບັນດາອ່າງເກັບນໍ້າຂອງບັນດາເຂື່ອນໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງທາງນໍ້າ ເພາະການຂົນສົ່ງທາງນໍ້າ ກໍເປັນອີກທາງເລືອກໜຶ່ງທີ່ມີປະສິດທິຜົນ ຂົນສົ່ງໄດ້ຫຼາຍ ແລະ ຫຼຸດຜ່ອນການແບກຮາບຂອງເສັ້ນທາງໃນການຂົນສົ່ງທາງບົກ; ພ້ອມນັ້ນ, ກໍໃຫ້ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງການເດີນເຮືອ-ເຕັກນິກເຮືອ, ຄວາມປອດໄພ ຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງໂດຍສານ ແລະ ສິນຄ້າ; ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ການດູດຫີນແຮ່-ຊາຍ ຮັບໃຊ້ໃຫ້ແກ່ການກໍ່ສ້າງ ບໍ່ໃຫ້ສວຍໂອກາດຂຸດຄົ້ນແຮ່ຄໍາຕົກຂ້ອນ ຢ່າງເດັດຂາດ; 4. ໃຫ້ກະຊວງ ຍທຂ ຄົ້ນຄວ້າແກ້ໄຂບັນຫາການຂາດແຄນນໍ້າປະປາໃນ ບັນດາຕົວເມືອງໃຫຍ່ ໃນຂອບເຂດທົ່ວປະເທດ ໃຫ້ຂາດຕົວ ໂດຍສະເພາະ ນະຄອນຫຼວງວຽງຈັນ, ນະຄອນປາກເຊ,
ນະຄອນຫຼວງພະບາງ, ນະຄອນໄກສອນ ພົມວິຫານ ແລະ ນະຄອນອື່ນໆ ໂດຍນໍາໃຊ້ຮູບການລົງທຶນຂອງລັດ, ຮູບແບບ BOT ຫຼື PPP; ພ້ອມນັ້ນ, ຮີບຮ້ອນແກ້ໄຂບັນຫາການສູນເສຍຮົ່ວໄຫຼຂອງນໍ້າປະປາ ແລະ ການໃຊ້ນໍ້າປະປາ ທີ່ຟຸມເຟືອຍ ທີ່ພາໃຫ້ສູນເສຍລາຍຮັບ ໃຫ້ໄວທີ່ສຸດ ໂດຍຄົ້ນຄວ້ານໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການກວດກາ ແລະ ຄຸ້ມຄອງ; ເອົາໃຈໃສ່ນໍາໃຊ້ວັດສະດຸກໍ່ສ້າງ, ອຸປະກອນ ທີ່ຜະລິດໄດ້ຢູ່ພາຍໃນ ທີ່ຮັບປະກັນຄຸນນະພາບ ເປັນຕົ້ນ ແມ່ນໂຕໂຢລາວໃຫ້ກວ້າງຂວາງ; 5. ພັດທະນາຂົງເຂດການຄຸ້ມຄອງການບິນພົນລະເຮືອນໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ, ສຸມໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດການປະຕິຮູບ ບໍລິສັດ ລັດວິສາຫະກິດການບິນລາວ ໃຫ້ສໍາເລັດໂດຍໄວ; ຄົ້ນຄວ້າເປັນແນວທາງໄວ້ສໍາລັບ ສະໜາມບິນວຽງຈັນແຫ່ງໃໝ່ ເພາະເຫັນວ່າປັດຈຸບັນ ສະໜາມບິນວັດໄຕແມ່ນແອອັດຫຼາຍແລ້ວ; 6. ຄຸ້ມຄອງພະຫະນະ-ການຂັບຂີ່ ແລະ ການຂົນສົ່ງໂດຍສານ ໂດຍສະເພາະລົດເມໂດຍສານ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງແທ້ໆ ແນ່ໃສ່ຮັບປະກັນຊີວິດ ແລະ ຊັບສິນຂອງປະຊາຊົນກໍຄືຜູ້ໂດຍສານ; ເປັນເຈົ້າການສົມທົບ ກັບ ກະຊວງປ້ອງກັນຄວາມ
ສະຫງົບ ແກ້ໄຂບັນຫາການລະເມີດກົດລະບຽບຈະລາຈອນ ໃນຕົວເມືອງ ການດື່ມສິ່ງມືນເມົາ (ການແລ່ນລົດໄວເກີນຂອບເຂດ, ການຂົນສົ່ງ ດິນ, ຫີນ, ຊາຍ ວັດສະດຸກໍ່ສ້າງຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບ); 7. ພັດທະນາທາງລົດໄຟ ແລະ ບັນດາກິດຈະການປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດໃຫ້ ປະເທດຊາດ ແລະ ປະຊາຊົນ ເປັນຕົ້ນ: ເສັ້ນທາງລົດໄຟລາວ-ຫວຽດນາມ, ຄົ້ນຄວ້າສຶກສາ ຄວາມເປັນໄປໄດ້ເສັ້ນທາງລົດໄຟແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ, ນະຄອນໂຮ່ຈິມິນ ແລະ ບາງກອກ ໃນຕໍ່ໜ້າ ຕິດພັນກັບການ ພັດທະນາລະບົບການຂົນສົ່ງໂລຊິດສະຕິກ ໃນຫຼາຍຮູບແບບ ຫຼື Multi Modal ເພື່ອສ້າງ ລາຍຮັບໃຫ້ແກ່ປະເທດຊາດໃຫ້ຫຼາຍຂຶ້ນໄປເລື້ອຍໆ; 8. ຄົ້ນຄວ້ານໍາໃຊ້ລະບົບທີ່ທັນ ສະໄໝ ຫຼື ປັນຍາປະດິດ ມາເປັນເຄື່ອງມືຊ່ວຍໃນການ ພັດທະນາ ແລະ ຄຸ້ມຄອງ-ບໍລິຫານ ລະບົບພື້ນຖານໂຄງລ່າງຂອງຂະແໜງ ຍທຂ ເພື່ອໃຫ້ ວ່ອງໄວ ແລະ ໂປ່ງໃສ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250