ຂ່າວພາຍໃນກະຊວງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕິກິຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະ ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານ ພັກແຂວງ ບໍລິຄໍາໄຊ

2026-03-13 - Xaiya

ໃນຕອນເຊົ້າວັນທີ 13 ມີນາ 2026 ທີ່ຫ້ອງການວ່າການ ປົກຄອງ ແຂວງ ບໍລິຄໍາໄຊ  ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານ ຍທຂ ຢູ່ແຂວງ ບໍລິຄໍາໄຊ ໂອກາດດັ່ງກ່າວ ໄດ້ເຂົ້າພົບປະ ປຶກສາຫາລືວຽກງານ ພັດທະນາພື້ນຖານໂຄງລ່າງກັບ ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ພ້ອມຄະນະ.

 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວຈຸດປະສົງການມາເຮັດວຽກຄັ້ງນີ້, ພ້ອມທັງຊົມເຊີຍຜົນສໍາເລັດ ໃນການເປີດນໍ້າໃຊ້ຂົວມິດຕະພາບລາວ - ໄທ ແຫ່ງທີ່ 5 ອັນເປັນການສ້າງເງື່ອນໄຂ ອໍານວຍຄວາມສະດວກໃນການພັດທະນາເສດຖະກິດພາຍໃນແຂວງ, ພ້ອມທັງປຶກສາຫາລືແລກປ່ຽນ ຫຼາຍບັນຫາ ໂຄງການພັດທະນາປັບປຸງຍົກລະດັບພື້ນຖານໂຄງລ່າງພາຍໃນແຂວງບໍລິຄໍາໄຊ ທີ່ເຫັນວ່າມີຜົນສໍາເລັດດີຕາມຄາດໝາຍ ແລະ ຫຼາຍບັນຫາທີຍັງເປັນສິ່ງທ້າທາຍ ເຊິ່ງ ກະຊວງ ຍທຂ ແລະ ແຂວງ ຕ້ອງໄດ້ພ້ອມກັນສືບຕໍ່ ເອົາໃຈໃສ່ ເປັນຕົ້ນແມ່ນ ການປັບປຸງຍົກລະດັບເສັ້ນທາງຫຼວງແຫ່ງຊາດເລກ 8, ໂຄງການປ້ອງກັນຕາຝັ່ງເຈື່ອນ, ການຄຸ້ມຄອງຝັງເມືອງ, ການຄຸ້ມຄອງແຫຼ່ງທຶນທີ່ມີຢູ່ໃຫ້ສາມາດຈັດຕັ້ງປະຕິບັດ ສໍາເລັດຕາມໂຄງການ, ການບັງຄັບໃຊ້ກົດໝາຍຜັງເມືອງ, ການຄວບຄຸມ ຄຸ້ມຄອງນໍ້າໜັກລົດ. ພ້ອມທັງແລກປ່ຽນ ຕໍ່ກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງດ່ວນ ລາວ-ຫວຽດນາມ ທີ່ພວມຈັດຕັ້ງປະຕິບັດໃນປັດຈຸບັນ.

 ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານຄົມມະນາຄົມຂົນສົ່ງໃນໄລຍະຜ່ານມາ.  ແລະ ສະເໜີ ໃຫ້ ກະຊວງ ຍທຂ ຊ່ວຍເຫຼືອຊອກງົບປະມານ, ແຫຼ່ງທຶນ ມາຊ່ວຍປັບປຸງຍົກລະດັບ ເສັ້ໜທາງ ຢູ່ເມືອງໄຊຈໍາພອນ ແລະ ເມືອງ ວຽງທອງ. ເລຂາພັກແຂວງ ຍັງໄດ້ສະເໜີແລກປ່ຽນ ຫຼາຍໂຄງການຂະໜາດໃຫຍ່ທີ່ແຂວງພວມຈັດຕັ້ງປະຕິບັດ ເຊິ່ງສ່ວນໃຫຍ່ເປັນການລົງທຶນຂອງພາກເອກະຊົນ ເປັນຕົ້ນແມ່ນ ດ່ານທ່າບົກ, ທາງດ່ວນ ລາວ-ຫວຽດນາມ, ທາງລົດໄຟ, ໂຄງການພະລັງງານລົມ, ຊົນລະປະທານ ແລະ ວຽກງານອື່ນໆ ເຊິ່ງມີຫຼາຍວຽກປິ່ນອ້ອມ ການລົງທຶນ, ການຕິດຕາມກວດກາ, ກວດສອບ, ເຕັກນິກການກໍ່ສ້າງ ແລະ ອື່ນໆ.

 ໃນການພົບປະຄັ້ງນີ້ ສອງຝ່າຍ ຍັງໄດ້ເອກະພາບ ລົງລົງຫຼາຍບັນຫາ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງ ຂະແໜງ ຍທຂ  ແລະ ແຂວງ ບໍລິຄໍາໄຊ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250