ຂ່າວພາຍໃນກະຊວງ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໂອ້ລົມພະນັກງານຫຼັກແຫຼ່ງພະແນກ ຍທຂ ແຂວງບໍລິຄໍາໄຊ
ໃນຕອນບ່າຍວັນທີ 12 ມີນາ 2026 ທີ່ພະແນກ ຍທຂ ແຂວງ ບໍລິຄໍາໄຊ ທ່ານ ເຫຼັກໄຫຼ ສີວິໄລ
ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ໄດ້ໂອ້ລົມພະນັກງານຫຼັກແຫຼ່ງພະແນກ ຍທຂ ແຂວງ ບໍລິຄໍາໄຊ
ໂດຍການຕ້ອນຮັບຂອງທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກ ຍທຂ ແຂວງ ບໍລິຄໍາໄຊ
ພ້ອມພະນັກງານ ວິຊາການເຂົ້າຮ່ວມ.
ໃນພິທີ ທ່ານ ທອງລິດ ຟອງສີນວນ ໄດ່ກ່າວຕ້ອນຮັບ ແລະ
ໄດ້ລາຍງານໃຫ້ຮູ້ວ່າ: ພາຍໃນພະແນກ ຍທຂ ແຂວງ ມີພະນັກງານລັດຖະກອນ 93 ຄົນຍິງ 18 ຄົນ, ນອກນັ້ນຍັງຄຸ້ມຄອງ 2 ລັດວິສາຫະກິດເຊິ່ງລວມພະນັກງານລັດຖະກອນທັງໝົດ 147ຄົນ, ຍິງ 22 ຄົນ. ທົ່ວແຂວງມີເສັ້ນທາງ 282 ເສັ້ນ ລວງຍາວ 2,454.25 ກມ; ໃນນີ້,
ທາງຫລວງແຫ່ງຊາດ 6 ເສັ້ນ ລວງຍາວ 615.85 ກມ, ທາງຫລວງແຂວງ 5 ເສັ້ນ ລວງຍາວ 436.24 ກມ, ທາງຫລວງເມືອງ 13 ເສັ້ນ ລວງຍາວ 409.32 ກມ, ທາງເທສະບານ 135ເສັ້ນ ລວງຍາວ 189.58 ກມ, ທາງຊົນນະບົດ 115 ເສັ້ນ ລວງຍາວ 755.16 ກມ; ທາງສະເພາະ 8 ເສັ້ນ ລວງຍາວ 48.10 ກມ; ໃນນີ້, ໜ້າທາງປູດ້ວຍເບຕົ່ງ 41.72 ກມ; ປູອັດສະຟານ 201.52 ກມ; ປູຢາງ 586.46 ກມ; ປູແຮ່ 1,022.42 ກມ; ດິນທໍາມະຊາດ 602.14
ກມ;
ມີຂົວທັງໝົດ 166 ແຫ່ງ ລວງຍາວ 6,742 ແມັດ, ຂົວເບຕົ່ງ 68 ແຫ່ງ; ຂົວປະສົມ 12 ແຫ່ງ; ຂົວເບ່ເລ່ 29 ແຫ່ງ ແລະ ຂົວອູ່ 1 ແຫ່ງ;ມີເສັ້ນທາງເຂົ້າຫາບ້ານ 286 ບ້ານ ເທົ່າກັບ 99.65%; ໃນນີ້ ເສັ້ນທາງທຽວໄດ້ສອງລະດູ 265 ບ້ານ ເທົ່າກັບ 92.65% ແລະ ເສັ້ນທາງທຽວໄດ້ລະດູດຽວມີ 21 ບ້ານ ເທົ່າກັບ 7.35% ແລະ ມີ 1 ບ້ານ ສາມາດທຽວໄດ້ແຕ່ທາງນໍ້າທັງສອງລະດູ ຄື: ບ້ານດອນຄອນລາດ
(ເມືອງທ່າພະບາດ).ພ້ອມນັ້ນ ກໍ່ໄດ້ລາຍງານຫຼາຍບັນຫາທີ່ຈັດຕັ້ງປະຕິບັດມີຜົນສໍາເລັດ.
ໂອກາດດັ່ງກ່າວ
ທ່ານ ລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງ ຂະແໜງ ຍທຂ ແຂວງ ບໍລິຄໍາໄຊ
ທີ່ຍາດມາໄດ້ໃນໄລຍະຜ່ານມາ
ອັນເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດສັງຄົມຂອງແຂວງ ກໍ່ຄືປະເທດຂອງພວກເຮົາ.
ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາ ທ່ານ
ລັດຖະມົນຕີ ໄດ້ເນັ້ນບາງບັນຫາໃຫ້ ຍທຂ ແຂວງເອົາໃຈໃສ່ເປັນຕົ້ນແມ່ນ ວຽກງານການເມືອງ
ນໍາພາແນວຄິດ, ກໍາແໜ້ນມະຕິຄໍາສັ່ງຕ່າງໆຂອງພັກ ຕິດພັນກັບວຽກງານສໍາຫຼວດກວດກາ
ດໍາເນີນຊີວິດການເມືອງໃຫ້ເປັນປົກະຕິ, ກວດກາຄືນແບບແຜນການນໍາພາເຮັດວຽກ,
ກວດກາພະນັກງານພາຍໃນ,
ກົນໄກການນໍາພາຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ມີປະສິດທິພາບປະສິດທິຜົນສູງ,
ວຽກພັກ-ພະນັກງານ
ເຮັດແນວໃດໃຫ້ມີພະນັກງານທີ່ມີຄວາມຮູ້ຄວາມສາມາດ ຮັບໃຊ້ໜ້າທີ່ການເມືອງ,
ສ້າງແຜນກໍານົດ
ພະນັກງານສຶບທອດປ່ຽນແທນ, ບໍາລຸງສ້າງພະນັກງານ ຍົກລະດັບຄວາມຮູ້,
ຫັນພະນັກງານ
ລົງຮາກຖານໃຫ້ສາມາດກໍາໄດ້ບັນຫາໃນທ້ອງຖິ່ນ.
ຕໍ່ກັບ ວຽກວິຊາສະເພາະ ວຽກງານຂົວທາງ, ວຽກງານຂົນສົ່ງ ຮັບປະກັນການເຊື່ອມໂຢງເຊື່ອຈອດສິນຄ້າ ແລະ ຜູ້ໂດຍສານ, ການຄຸ້ມຄອງນໍ້າໜັກລົດບັນທຸກ, ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ວຽກງານເຄຫາ ແລະ ຜັງເມືອງ, ການຄຸ້ມຄອງຂີ້ເຫຍື້ອ ວຽກນໍ້າປະປາ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນນໍາສະເໜີ ບັນຫາທີ່ພົ້ນເດັ່ນ, ຂໍ້ສະເໜີ ເພື່ອແລກປ່ຽນ ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ໃນຕອນທ້າຍ ຍັງໄດ້ມີການມອບໂນດບຸກ 2 ໜ່ວຍ ແລະ ເງິນຈໍານວນໜຶ່ງໃຫ້ພະແນກ ຍທຂ ແຂວງ ບໍລິຄໍາໄຊຕື່ມອີກ.