ຂ່າວພາຍໃນກະຊວງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ລົງຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9.

2026-03-10 - Xaiya

ການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ປັດຈຸບັນໄດ້ດໍາເນີນການຢ່າງຕັ້ງໜ້າ ຄາດວ່າຈະສາມາດເປີດໃຊ້ບໍລິການເກັບເງິນລົດບັນທຸກສີນຄ້າໃນໄວໆນີ້ ລ້າສຸດ ໃນວັນທີ 10 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະ ເຊິ່ງມີຫົວໜ້າກົມຂົວທາງ, ຫົວໜ້າກົມແຜນການ ແລະ ການເງິນ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ໂດຍການຕ້ອນຮັບຂອງ ທ່ານ ຄໍາຜອງ ສົມວິຈິດ ຫົວໜ້າພະແນກ ຍທຂ ແຂວງ ສະຫວັນນະເຂດ,  ມີຜູ້ອໍານວຍການ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ພະນັກງານວິຊາການເຂົ້າຮ່ວມ.

 ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ແມ່ນໂຄງການທີ່ຈັດຕັ້ງປະຕິບັດໂດຍນໍາໃຊ້ສັນຍາຮູບແບບປະສົມປະສານ ແບບມອບເໝົາໂດຍອີງຕາມຜົນສຳເລັດຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງສາທາລະນະ (output and Performance-Based Road Contract (OPBRC) ແລະ Public Road Toll Collection (PRTC)) ໃນໄລຍະເວລາ 10 ປີ (ໄລຍະການຟື້ນຟູ 3 ປີ ແລະ ບູລະນະຮັກສາ 7ປີ) ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາ. ການຟື້ນຟູ ແລະ ບູລະນະຮັກສາ.

ທາງຫຼວງແຫ່ງຊາດ ເລກ 9 ແມ່ນໄດ້ອອກແບບໃຫ້ສາມາດຮັກສາມາດຕະຖານທາງຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການສັນຈອນ, ການຂົນສົ່ງໂດຍສານ ແລະ ສິນຄ້າເປັນຕົ້ນ, ການເຊື່ອມໂຍງ-ເຊື່ອມຈອດກັບປະເທດເພື່ອນບ້ານ ຢ່າງໂລ່ງລ່ຽນ. ພາຍຫຼັງ ໄດ້ດໍາເນີນການ ຟື້ນຟູ ແລະ ສ້ອມແປງ ໃຫ້ຮັບປະກັນການສັນຈອນແລ້ວ ຈະໄດ້ເລີ່ມຕົ້ນເກັບຄ່າບໍລິການຜ່ານທາງຫຼວງແຫ່ງຊາດເລກ 9 ຕັ້ງແຕ່ເດືອນ ກຸມພາ 2026 ເປັນຕົ້ນໄປ.

ພາຍຫຼັງຜູ້ຮັບເໝົາໄດ້ເລີ່ມລົງມືຈັດຕັ້ງປະຕິບັດວຽກແຕ່ທ້າຍປີ 2025 ເປັນຕົ້ນມາກໍເຮັດໃຫ້ການສັນຈອນຂອງຍານພາຫະນະຜ່ານເສັ້ນທາງດັ່ງກ່າວມີຄວາມ ໂລ່ງລ່ຽນ ແລະ ປອດໄພ ຫຼາຍຂຶ້ນກວ່າເກົ່າ. ໃນໄລຍະນີ້ ຜູ້ຮັບເໝົາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ສ້ອມແປງທາງເພື່ອແກ້ໄຂການສັນຈອນໃຫ້ໂລ່ງລ່ຽນ; ຟື້ນຟູໂຄງສ້າງທາງ, ປູຢາງໜ້າທາງ ແລະ ກໍ່ສ້າງດ່ານເກັບເງິນຄ່າບໍລິການຜ່ານທາງຢູ່ 4 ຈຸດ ພ້ອມທັງຕິດຕັ້ງລະບົບ ແລະ ອຸປະກອນທັນສະໄໝ ເພື່ອເກັບຄ່າບໍລິການຜ່ານທາງ ໃຫ້ເປັນທຶນສະສົມເຂົ້າກອງທຶນທາງ ເພື່ອຊໍາລະຄືນໃຫ້ຜູ້ຮັບເໝົາທີ່ຮັບຜິດຊອບ ຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ນີ້. ສໍາລັບການເກັບເງິນຄ່າບໍລິການຜ່ານທາງ ແມ່ນ ລັດຖະບານເປັນຜູ້ຮັບຜິດຊອບເກັບຈາກການນໍາໃຊ້ທາງຂອງລົດບັນທຸກ 12 ໂຕນຂື້ນໄປ ຕາມອັດຕາທີ່ກະຊວງ ຍທຂ ໄດ້ກໍານົດ ແລະ ຜ່ານການຮັບຮອງຈາກລັດຖະບານ, ໂດຍຈະໄດ້ນໍາໃຊ້ລະບົບທັນສະໄໝເກັບເງິນຜ່ານລະບົບທະນາຄານ.

ປັດຈຸບັນ ການປະຕິບັດ ໂຄງການມີຄວາມຄືບໜ້າດີ ສໍາລັບດ່ານເກັບເງິນ ຈຸດ ທີ 1 ແລະ ຈຸດທີ 3 ໄດ້ສໍາເລັດພື້ນຖານໂຄງລ່າງ ແຕ່ຍັງວຽກເກັບລາຍລະອຽດ, ຕົກແຕ່ງ, ທາສີ, ຕິດຕັ້ງອຸປະກອນ, ສ້າງຫໍພັກພະນັກງານ ຄາດວ່າໃນທ້າຍເດືອນ ມີນາ 2026 ນີ້ ຈະໃຫ້ສາມາດຈັດຕັ້ງເກັບຄ່າຜ່ານທາງໄດ້ ໃນຈຸດທີ 1 ແລະ ຈຸດທີ 3.

        ພາຍຫຼັງທີ່ທ່ານ ລັດຖະມົນຕີໄດ້ລົງມາຕິດຕາມ ກໍ່ໄດ້ເນັ້ນໃຫ້ ຜູ້ຮັບຜິດຊອບ ໂຄງການເອົາໃຈໃສ່ ໃຫ້ມີຜົນສໍາເລັດຕາມແຜນການ, ພ້ອມທັງເນັ້ນ ຄວາມປອດໄພໃນການສັນຈອນ, ຕິດຕັ້ງປ້າຍເຕື່ອນ ການກໍ່ສ້າງ, ການນໍາໃຊ້ວັດສະດຸກໍ່ສ້າງທີ່ມີຄຸນນະພາບ ໃຫ້ມີຄວາມທົນທານ ສາມາດນໍາໃຊ້ໄດ້ຍາວນານ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250