ຂ່າວພາຍໃນກະຊວງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພົບປະ ເລຂາພັກແຂວງສະຫວັນນະເຂດ.

2026-03-10 - Xaiya

ໃນຕອນເຊົ້າວັນທີ 10 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະລົງຕິດຕາມ ແລະ ຊຸກຍູ້ວຽກງານ ຍທຂ ຢູ່ແຂວງ ສະຫວັນນະເຂດ ໂອກາດດັ່ງກ່າວ ໄດ້ເຂົ້າພົບປະປຶກສາຫາລືວຽກງານ ພັດທະນາພື້ນຖານໂຄງລ່າງກັບ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ, ພ້ອມຄະນະ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.

        ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ກ່າວຈຸດປະສົງການມາເຮັດວຽກຄັ້ງນີ້ ພ້ອມທັງແຈ້ງສະພາບການຫັນປ່ຽນແປງໃໝ່ຢ່າງແຂງແຮງຂອງຂະແໜງ ຍທຂ ໃນຂອບເຂດທົ່ວປະເທດ ເພື່ອເປັນການສ້າງຄວາມເຂັ້ມແຂງ ຮັບມືກັບສະພາບຄວາມຫຍຸງຍາກທາງດ້ານເສດຖະກິດ ໃນເວລາດຽວກັນກໍເພື່ອຫັນຊັບສິນໃຫ້ກາຍເປັນແຫຼ່ງທຶນ ເພື່ອນໍາກັບຄືນ ບູລະນະ ແລະ ສ້ອມແປງເສັ້ນທາງ ທີ່ເປ້ເພ ໃຫ້ໃຊ້ງານໄດ້ຢູ່ຕະຫຼອດເວລາ. ພ້ອມນັ້ນ ຍັງໄດ້ແລກປ່ຽນກັບ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງສະຫວັນນະເຂດ ກ່ຽວກັບ ການປັບປຸງ ແລະ ຍົກລະດັບດ່ານສາກົນ ໃຫ້ມີຄວາມທັນສະໄໝ ສວຍງາມ ແລະ ທັນສະໄໝ ໂດຍປຶກສາຫາລືໃນການຂຶ້ນແຜນເພື່ອກໍ່ສ້າງ ແລະ ປັບປຸງດ່ານສາກົນຄືນໃໝ່ ແລະ ປຶກສາຫາລື ຫຼາຍວຽກງານທີ່ມີຄວາມສົນໃຈຮ່ວມກັນ.

        ທ່ານ ບຸນໂຈມ ອຸບົນປະເສິີດ ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ໄດ້ກ່າວຕ້ອນຮັບ ແລະ ມີຄວາມເປັນເອກະພາບ ໂດຍສະເພາະແມ່ນບັນຫາການປັບປຸງ ແລະ ຍົກລະດັບພຶ້ນຖານໂຄງລ່າງ ໃຫ້ມີຄວາມສະດວກປອດໄພ ເຊິ່ງເຫັນວ່າ ການຍົກລະດັບເສັ້ໜທາງແມ່ນຄວາມຈໍາເປັນທີ່ສຸດໃນການພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິໄລຂື້ນໄປເດື້ອຍໆ.
ພ້ອມທັງຍັງໄດ້ຫາລືຫຼາຍວຽກງານໂດຍສະເພາະແມ່ນໃຫ້ພາກເອກະຊົນລາວເຂົ້າມາມີສ່ວນຮ່ວມໃນການພັດທະນາເສັ້ນທາງ.

ສໍາລັບ ການມາເຮັດວຽກຂອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ໃນຄັ້ງນີ້ກໍໄດ້ລົງຕິດຕາມ ເສັ້ນທາງ ເລກ 9 ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກ 9 ໃນຮູບແບບສັນຍາປະສົມປະສານ output and Performance Based Road Contract ຫຼື OPBRC ແລະ Public Road Toll Collection ຫຼື PRTCD ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງການລົງຕິດຕາມຄັ້ງນີ້ໄດ້ ທ່ານ ລັດຖະມົນຕີ ພ້ອມຄະນະນໍາຂອງກະຊວງ ຍທຂ, ພະແນກ ຍທຂ ແຂວງສະຫວັນນະເຂດ, ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໄດ້ລົງຕິດຕາມ ເບິ່ງສະພາບຕົວຈິງ ຂອງເສັ້ນທາງຫຼວງແຫ່ງຊາດ ເລກ 9, ຕິດຕາມເບິ່ງຈຸດທີ່ເປ້ເພ ເສຍຫາຍຈາກ ການນໍາໃຊ້ງານທີ່ຍາວນານ, ການສັນຈອນຂອງລົດບັນທຸກທີ່ເພີ່ມຂຶ້ນ, ພ້ອມນັ້ນໄດ້ລົງຕິດຕາມເບິ່ງການປັບປຸງ ສ້ອມແປງໂດຍນໍາໃຊ້ກົນຈັກທີ່ທັນສະໄໝເຂົ້າມາຊ່ວຍ, ການກໍ່ສ້າງຈຸດບໍລິການເກັບເງິນຄ່າຜ່ານທາງ ເພື່ອເປັນແຫຼ່ງທຶນໃນການ ປັບປຸງສ້ອມແປງທາງຫຼວງແຫ່ງຊາດ ເລກ 9 ຕາມທິດນະໂຍບາຍຫັນປ່ຽນໃຫຍ່ ຂອງລັດຖະບານ ກໍ່ຄືກະຊວງ ຍທຂ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250