ຂ່າວພາຍໃນກະຊວງ
ກອງປະຊຸມລາຍງານຄວາມຄືບໜ້າຂອງ ໂຄງການສ້າງຖານຂໍ້ມູນທາງດ້ານຜັງເມືອງ (Urban Planning Information Platform - UPIP)

ໃນຕອນເຊົ້າຂອງວັນທີ 26 ກຸມພາ 2026, ທີ່ໂຮງແຮມອາມາຣີ ນະຄອນຫຼວງວຽງຈັນ,
ກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງໂຄງການສ້າງຖານຂໍ້ມູນທາງດ້ານຜັງເມືອງ
(Urban Planning Information Platform - UPIP) 
ໂດຍມີ ທ່ານ ປອ
ບຸນຕາ ອ່ອນນະວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ທ່ານ ບຽງ ຊອກຊອນ (Byeong
Seok-Son), ທີ່ປຶກສາອາວຸໂສ ຈາກສະຖາບັນວິໄຈຕັ້ງຖິ່ນຖານມະນຸດ ແຫ່ງເກົາຫຼີ
(KRISH), ທ່ານຜູ້ຕາງໜ້າຈາກ ກະຊວງທີ່ດິນ, ໂຄງລ່າງພື້ນຖານ ແລະ ຂົນສົ່ງ (MOLIT) ແຫ່ງ
ສ.ເກົາຫຼີ, ທ່ານຮອງພະແນກ ຍທຂ ນະຄອນຫລວງ, ຄະນະຊ່ຽວຊານ,
ທ່ານຫົວໜ້າພະແນກ, ຮອງພະແນກ ແລະ ຕ່າງໜ້າບັນດາຫ້ອງການ, ກົມ ພາຍໃນກະຊວງ ຍທຂ ກໍ່ໃຫ້ກຽດເຂົ້າຮ່ວມ.
ການສ້າງຖານຂໍ້ມູນຜັງເມືອງໃຫ້ເປັນ ລະບົບດີຈີຕອນ (Digitalization)
ຖືເປັນບູລິມະສິດທີ່ສໍາຄັນ ແລະ ຈໍາເປັນທີ່ສຸດໃນປັດຈຸບັນ. ໃນໄລຍະຜ່ານມາ,
ການເກັບກຳຂໍ້ມູນແບບເອກະສານທີ່ກະແຈກກະຈາຍ
ໄດ້ກາຍເປັນອຸປະສັກໃນການວິເຄາະ ແລະ ວາງແຜນພັດທະນາ. ໂຄງການສ້າງຖານຂໍ້ມູນທາງດ້ານຜັງເມືອງ (UPIP)
ຈຶ່ງເປັນກຸນແຈສຳຄັນທີ່ຈະຊ່ວຍສ້າງ "ລະບົບຖານຂໍ້ມູນ"
ເພື່ອເປັນບ່ອນອີງໃນການກຳນົດນະໂຍບາຍ, ວາງແຜນ, ບໍລິຫານຕົວເມືອງ
ແລະ ການຕັດສິນໃຈທີ່ຖືກຕ້ອງ ຕາມຫຼັກວິທະຍາສາດ
ເພື່ອເຮັດໃຫ້ການຂະຫຍາຍຕົວຂອງນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍ ໜ້າຢູ່ ແລະ
ຍືນຍົງ.
ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການລາຍງານ ກ່ຽວກັບພາບລວມ ແລະ ທິດທາງການຈັດຕັ້ງປະຕິບັດໂຄງການ;
ສະຫຼຸບ
ຕີລາຄາ ການເກັບກຳຂໍ້ມູນໃນໄລຍະທີ 1 ຂອງໂຄງການ ທີ່ຜ່ານມາ;
ນຳສະເໜີຮູບແບບຈຳລອງ ຂອງລະບົບແລກປ່ຽນຂໍ້ມູນຂ່າວສານ (UPIP) ແລະ ປຶກສາຫາລື, ຮ່ວມກັນວາງແຜນກິດຈະກຳ ແລະ ກຳນົດທິດທາງໃນຕໍ່ໜ້າ ໃຫ້ມີປະສິດທິຜົນ.