ຂ່າວພາຍໃນກະຊວງ
ກອງປະຊຸມ ປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (ວັນທີ 9 ທັນວາ 2003-ວັນທີ 9 ທັນວາ 2025) ແລະ ຝຶກອົບຮົມວຽກງານກວດກາ ຂອງຂະແໜງ ຍທຂ ທົ່ວປະເທດ ປະຈໍາປີ 2025
ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດກອງປະຊຸມ ປາຖະກະຖາວັນຕ້ານການສໍ້ລາດບັງຫຼວງສາກົນ
ຄົບຮອບ 22 ປີ (ວັນທີ 9
ທັນວາ 2003-ວັນທີ 9 ທັນວາ 2025) ແລະ ຝຶກອົບຮົມວຽກງານກວດກາຂອງຂະແໜງ
ຍທຂ ທົ່ວປະເທດ ປະຈໍາປີ 2025, ລະຫວ່າງວັນທີ 04-06 ກຸມພາ 2026
ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານ
ຂອງທ່ານ ສີພັນດອນ ສຸພັນທອນ ກໍາມະການພັກກະຊວງ,
ຮອງປະທານຄະນະກວດກາພັກກະຊວງ ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ
ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ທ່ານ ເຄນ ເຮືອງຄໍາແສງ ຮອງປະທານກວດກາ ພັກ-ລັດ
ແຂວງວຽງຈັນ, ຮອງກົມ ແລະ ຫົວພະແນກ ຮອງພະແນກທົ່ວປະເທດກໍ່ເຂົ້າຮ່ວມ.
ໃນປະຈຸບັນ, ວຽກງານການກວດກາ
ຍິ່ງມີບົດບາດພົ້ນເດັ່ນ ຊ່ວຍຊອກເຫັນໄດ້ບັນດາປັດໄຈໃໝ່ທີ່ກ້າວໜ້າ; ໃນຊຸມປີຜ່ານມາ
ຄະນະພັກ ແຕ່ລະຂັ້ນພາຍໃນ ກະຊວງໂຍທາທິການ ແລະ ຂົນສົ່ງ,
ກໍ່ໄດ້ເອົາໃຈໃສ່ນໍາພາວຽກງານກວດກາ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ,ກົດໝາຍ
ແລະ ລະບຽບການຂອງລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ສາມາດສະກັດກັ້ນຂໍ້ຂາດຕົກບົກຜ່ອງ,
ຄວາມຜິດພາດຂອງ ສະມາຊິກພັກ ພະນັກງານ-ລັດຖະກອນ, ປະກອບສ່ວນສໍາຄັນເຂົ້າໃນ
ການກໍ່ສ້າງພັກ ແລະ ພະນັກງານ ຕະຫຼອດມາ; ສະແດງໃຫ້ເຫັນ ໃນແຕ່ລະໂຄງການທີ່ລັດລົງທຶນ
ກໍ່ສາມາດປະຢັດງົບປະມານໄດ້ຫຼາຍຕື້ກີບ.
ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າ ບໍ່ມີການນໍໍາພາຂອງພັກ, ບໍ່ມີການກວດກາ ກໍ່ໝາຍວ່າ ບໍ່ມີການຄຸ້ມຄອງລັດ, ການກວດກາ ແມ່ນຫຼັກການອັນໜຶ່ງທີ່ສໍາຄັນ ແມ່ນສ່ວນປະກອບທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ເປັນພາລະບົດບາດຕົ້ນຕໍແຫ່ງການນໍາພາຂອງພັກ ໃນເງື່ອນໄຂແຫ່ງຍຸກສະໄໝໃໝ່.
ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ແລ້ວ, ເຫັນວ່າຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ, ຕິດຕາມ, ກວດກາ, ແກ້ໄຂບັນຫາໃຫ້ທັນເວລາ ແລະ ເຂັ້ມງວດ ຈຶ່ງສາມາດປົກປັກຮັກສາສິດ, ອໍານາດຂອງພັກໄວ້ໄດ້ ແລະ ຖືກຕ້ອງເປັນທໍາ ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມສັກສິດ ຕາມກົດໝາຍ ແລະ ລະບຽບການ ໄດ້ວາງໄວ້.
ເປັນການຍົກສູງຄວາມຮູ້
ແລະ ຄວາມສາມາດ ດ້ານວຽກງານກວດກາ ພັກ-ລັດ, ກຳແໜ້ນພື້ນຖານທິດສະດີ, ລະບຽບການຂອງ ພັກ-ລັດ ແລະ ກົດໝາຍຂອງລັດ; 
ຍົກສູງຂີດຄວາມສາມາດການນຳພາ-ຊີ້ນຳ ແລະ ໝູນໃຊ້ທິດສະດີ, ຂັ້ນຕອນ, ຫຼັກການກວດກາ ເຂົ້າໃນການບໍລິຫານວຽກງານ ຢູ່ຂົງເຂດວຽກງານຂອງຕົນ ເຮັດໃຫ້ຜູ້ບໍລິຫານລະດັບສູງ ມີພື້ນຖານທິດສະດີ ແລະ ຫຼັກການ ເພື່ອນຳພາ-ຊີ້ນຳ ຊຸກຍູ້ວຽກງານໃຫ້ມີຜົນສຳເລັດ;
ສາມາດ ນຳພາ-ຊີ້ນຳ
ຊຸກຍູ້ ເພື່ອຍົກສູງການຈັດຕັ້ງປະຕິບັດວຽກງານກວດກາ
ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ
ປະສິດທິຜົນດີຂຶ້ນກວ່າເກົ່າ. 
ກົມກວດກາຍັງໄດ້ເນັ້ນໃສ່ບົດຮຽນທີໄດ້ຝຶກອົບຮົມໃນຄັ້ງນີ້ລວມມີທັງໜົດ 7 ບົດຄື:
- ບົດທີ 1: ການແກ້ໄຂ ພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
- ບົດທີ 2: ຄວາມຮູ້ພຶ້ນຖານວຽກງານຕິດຕາມ ແລະ ກວດກາ ຂອງພັກ.
- ບົດທີ 3: ວຽກງານກວດກາລັດ ແລະ ຕິດຕາມການປະຕິບັດຜົນການກວດກາ.
- ບົດທີ 4: ສະເໜີບົດສະຫຼຸບຖອດຖອນບົດຮຽນ ການແກ້ໄຂຜົນການກວດສອບ ຂອງ
ກະຊວງ ຍທຂ ແລະ ສະເໜີວິທີການແກ້ໄຂບັນຫາຂໍ້ຄົງຄ້າງ.
- ບົດທີ 5: ວຽກງານແຈ້ງຊັບສິນ.
- ບົດທີ 6: ວຽກງານກວດກາແຕ່ຫົວທີ.
-
ບົດທີ 7: ວຽກງານຄົ້ນຄວ້າແກ້ໄຂ ຄຳຮ້ອງຟ້ອງ, ຮ້ອງທຸກ
ແລະ ຄຳສະເໜີ (ຕາມກົດໝາຍ ວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ປີ 2022)
ເພື່ອບັນລຸຈຸດປະສົງຕາມຄວາມຄາດໝາຍ, ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ເຂົ້າໃນການ ຕິດຕາມຮັບຟັງ, ຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄໍາຄິດ ຄໍາເຫັນຢ່າງສັດຈະວິພາກແທດຕົວຈິງ ເອົາບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ ພ້ອມກັນຊອກໃຫ້ເຫັນເຖິງຂໍ້ຄົງຄ້າງ ແລະ ປຶກສາຫາລືຊອກວິທີ ແລະ ມາດຕະການ ແກ້ໄຂຕໍ່ການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ; ຖືເອົາວຽກງານຕິດຕາມ, ກວດກາພັກ-ລັດ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກຄົນໃນ ຂະແໜງ ໂຍທາທິການ ແລະ ຂົນສົ່ງ, ນໍາໄປເຜີຍແຜ່ໃຫ້ທົ່ວເຖິງ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການຈັດຕັ້ງປະຕິບັດວຽກງານໃນໂຂງເຂດຂອງຕົນໃຫ້ຖືກຕ້ອງ ແລະ ສໍາເລັດເປັນກ້າວໆໄປ ແລະ ຮັບປະກັນໄດ້ເຖິງຄວາມຖືກຕ້ອງຕໍ່ກົດໝາຍ ແລະ ລະບຽບການ.
