ຂ່າວພາຍໃນກະຊວງ

ທ່ານ ງາມປະສົງ ເມືອງມະນີ ເປັນປະທານກອງປະຊຸມຄົ້ນຄ້ວາເນື້ອໃນຮ່າງ ກົດໝາຍວ່າດ້ວຍນໍ້າເປື້ອນ

2025-12-23 - Administrator



     ໃນວັນທີ 23 ທັນວາ 2025, ທີ່ຫ້ອງວ່າການປົກຄອງເມືອງ ວັງວຽງ, ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ, ຮອງລັດຖະມົນຕີ
ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າຄະນະຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ໃນການຄົ້ນຄວ້າເນື້້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນໄດ້ໃຫ້ກຽດເປັນປະທານກອງປະຊຸມຄົ້ນຄ້ວາເນື້ອໃນໃສ່ຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ ແລະ ບັນດາກົມກອງອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.


 


   ຈຸດປະສົງຫຼັກຂອງກອງປະຊຸມ
ໃນຄັ້ງນີ້ແມ່ນເພື່ອລະດົມຄໍາຄິດເຫັນພາຍໃນຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບຄົ້ນຄ້ວາເນື້ອໃນສ້າງຮ່າງກົດໝາຍວ່າດ້ວຍນໍ້າເປື້ອນໃຫ້ຄົບຖ້ວນສົມບູນກ່ອນນໍາສະເໜີຕໍ່ຄະນະນໍາກະຊວງ ແລະ ກະກຽມເປິດກວ້າງທົ່ວປະເທດ.


    ໃນວາລະເປີດກອງປະຊຸມ, ທ່ານ ຮອງລັດຖະມົນຕີໄດ້ເນັ້ນວ່າ 
ຂະແໜງນໍ້າປະປາ ແລະ ສຸຂາພິບານ ແມ່ນຂະແໜງການໜຶ່ງທີ່ສໍາຄັນ ແລະ ເປັນໜຶ່ງໃນປັດໃຈຊຸກຍູ້ການພັດທະນາ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ສາມາດບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals, SDGs). ນໍ້າປະປາ ແລະ ສຸຂາພິບານເປັນໜ້າວຽກໜຶ່ງທີ່ນອນຢູ່ໃນເປົ້າໝາຍທີ 6 (SDGs 6) ຂອງເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນຮັບປະກັນໃຫ້ມີນໍ້າໃຊ້ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ. 


ຍຸດທະສາດ ແລະ ແຜນພັດທະນາຮອດປີ 2030, ປະຊາຊົນທີ່ດໍາລົງຊີວິດຢູ່ໃນເຂດຕົວເມືອງໄດ້ເຂົ້າເຖິງສຸຂາພິບານທີ່ມີການຄຸ້ມຄອງທີ່ປອດໄພ, ທົ່ວເຖິງ, ເປັນໜ້າເພິ່ງພໍໃຈ ແລະ ສົມເຫດສົມຜົນ. ຮັບປະກັນໃຫ້ນ້ຳເປື້ອນໃນເທດສະບານແຂວງ ແລະ ເມືອງໄດ້ຮັບການບໍາບັດທີ່ເໝາະສົນ, ວຽກງານສຸຂາພິບານໄດ້ຮັບການຄຸ້ມຄອງຢ່າງມີປະສິດທິພາບ ແລະ ປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ.


ໃນກອງປະຊຸມ ທ່ານ ວັນສະແຫວງ ອຸດທະຈັກ, ຮອງຫົວໜ້າກົມນໍ້າປະປາ ໄດ້ລາຍງານໂຄງສ້າງ ແລະ ຮ່າງເບື້ອງຕົ້ນຂອງກົດໝາຍວ່າດ້ວຍນໍ້າເປື້ອນ, ເຊີ່ງຮ່າງສະບັບເບື້ອງຕົ້ນນີ້ປະກອບມີ 17 ພາກ13 ໝວດ ແລະ 112 ມາດຕາ.​ ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບການປະກອບຄໍາຄິດຄໍາເຫັນຈາກບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໃສ່ຮ່າງກົດໝາຍດັ່ງກ່າວເປັນຕົ້ນແມ່ນຕາງໜ້າຈາກສະພາແຫ່ງຊາດ, ກະຊວງຍຸຕິທໍາ, ຕາງໜ້າຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ຊີ້ແຈງຈາກຄະນະຮັບຜິດຊອບຮ່າງກົດໝາຍສະບັບດັ່ງກ່າວ.





ກອງປະຊຸມຂອງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບຄົ້ນຄ້ວາເນື້ອໃນສ້າງຮ່າງກົດໝາຍວ່າດ້ວຍນໍ້າເປື້ອນມີແຜນຈະດໍາເນີນເປັນເປັນເວລາ 2 ວັນ,​ ວັນທີ່ 23-24 ທັນວາ 2025.


ພ້ອມກັນນັ້ນ, ການຄົ້ນຄວ້າສ້າງຮ່າງກົດໝາຍ ວ່າດ້ວຍນໍ້າເປື້ອນແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນ ເພື່ອປັບປຸງວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມ ໄລຍະທີ 2 (Wastewater and Solid Waste Treatment Capacity Building Project for City Environment Improvement in Lao PDR) ທີ່ຈັດຕັ້ງປະຕິບັດໂດຍສະຖາບັນເຕີບໂຕສີຂຽວສາກົນ (GGGI).





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250