ຂ່າວພາຍໃນກະຊວງ

ພິທີມອບ-ຮັບ ປື້ມຄູ່ມືການອອກແບບຂົວທາງ ແລະ ປື້ມກຳນົດໝາຍເຕັກນິກ ສະບັບປັບປຸງ 2025

2025-09-17 - Sayphone

ໃນວັນທີ 16 ກັນຍາ 202, ຢູ່ທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ໂຄງການສົ່ງເສີມວິຊາການໃນການກໍ່ສ້າງ ແລະ ຄຸ້ມຄອງເສັ້ນທາງຢ່າງທົນທານ ແລະ ກຸ້ມຕົນເອງຢູ່ ສປປ ລາວ ແລະ ຈັດພິທີມອບ-ຮັບ ປື້ມຄູ່ມືການອອກແບບຂົວທາງ ແລະ ປື້ມກຳນົດໝາຍເຕັກນິກ ສະບັບປັບປຸງ 2025. ໃນພິທີ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ JUNG Yung-Soo ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງ, ທ່ານ Dr. KWON SOO AHN, KICT Formal Vice-President, Dr. KIM YONG JOO Research Fellow, Project PM, ພ້ອມດ້ວຍແຂກຝ່າຍ ສປປ ລາວ ແລະ ສ. ເກົາຫຼີ ເຂົ້າຮ່ວມ.

ໂຄງການສົ່ງເສີມວິຊາການໃນການກໍ່ສ້າງ ແລະ ຄຸ້ມຄອງເສັ້ນທາງຢ່າງທົນທານ ແລະ ກຸ້ມຕົນເອງຢູ່ ສປປ ລາວ (Sefl-Reliance Project of Road Construction and Management in Laos) ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ສ.ເກົາຫຼີ, ພາຍໃຕ້ສັນຍາວ່າດ້ວຍການຮ່ວມມືພັດທະນາ ດ້ານໂຄງລ່າງພື້ນຖານທາງ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ຂອງ ສປປ ລາວ ແລະ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຂົນສົ່ງ (MOLIT) ຂອງ ສ.ເກົາຫຼີ ໄດ້ຕາງໜ້າໃຫ້ລັດຖະບານສອງປະເທດ ລົງນາມ ທີ່ກອງປະຊຸມສຸດຍອດອາຊຽນ+ສ.ເກົາຫຼີ ໃນເດືອນພະຈິກ 2019. ໂຄງການດັ່ງກ່າວ ມີມູນຄ່າທັງໝົດ 4,660,512 ໂດລາສະຫະລັດ; ໄລຍະເວລາຈັດຕັ້ງປະຕິບັດໂຄງການ 50 ເດືອນ, ແຕ່ເດືອນກໍລະກົດ 2021 - ກັນຍາ 2025; ຈັດຕັ້ງປະຕິບັດໂດຍ ກະຊວງ ຍທຂ (ກົມຂົວທາງ, ສະຖາບັນໂຍທາທິການ ແລະ ຂົນສົ່ງ, ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ), ສະຖາບັນ ວິສະວະກໍາໂຍທາ ແລະ ເຕັກໂນໂລຢີການກໍ່ສ້າງ ເກົາຫຼີ (KICT), ບໍລິສັດກໍ່ສ້າງທາງດ່ວນເກົາຫຼີ (KEC) ແລະ ບໍລິສັດ DAESHIN PLANT INDUSTRY. ໂຄງການປະກອບມີ 4 ກຸ່ມວຽກຄື: ກຸ່ມວຽກທີ 01: ປັບປຸງມາດຕະຖານການອອກແບບ ແລະ ການຄວບຄຸມຄຸນນະພາບ (QA/QC) ສຳລັບການອອກແບບ, ກໍ່ສ້າງ ແລະ ຄຸ້ມຄອງເສັ້ນທາງໃນ ສປປ ລາວ; ກຸ່ມວຽກທີ 02: ການປັບປຸງຫ້ອງທົດລອງ, ສະໜອງອຸປະກອນທົດລອງ ແລະ ຝຶກອົບຮົມການນຳໃຊ້ອຸປະກອນທົດລອງ; ກຸ່ມວຽກທີ 03: ທົດລອງປູທາງດ້ວຍລີນຄອນກີດ ໂດຍການນໍາໃຊ້ໂຮງງານປະສົມຊີມັງແບບເຄື່ອນທີ່; ກຸ່ມວຽກທີ 04: ຝືກອົບຮົມສ້າງຄວາມສາມາດໃຫ້ພະນັກງານ ຂະແໜງ ຍທຂ.

ໂຄງການດັ່ງກ່າວ ແມ່ນມີຄວາມສໍາຄັນຫຼາຍ, ມັນເປັນການປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການພັດທະນາ
ຂະແໜງ ຍທຂ ຂອງ ສປປ ລາວ, ໂດຍສະເພາະໃນໄລຍະທີ່ ຂະແໜງ ຍທຂ ພວມປະເຊີນກັບຄວາມທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ຂໍ້ຈໍາກັດດ້ານງົບປະມານ, ຂາດບຸກຄະລາກອນທີ່ຊ່ຽວຊານ ແລະ ມີຄວາມຊໍານານ ແລະ ຂາດເຕັກໂນໂລຢີ ແລະ ອຸປະກອນທີ່ທັນສະໃໝ. ຄວາມສໍາເລັດຂອງໂຄງການ ໄດ້ສ້າງສະພາບແວດລ້ອມທີ່ເປັນພື້ນຖານ ເອື້ອອໍານວຍໃຫ້ການພັດທະນາໃນຕໍ່ໜ້າ; ສ້າງຄວາມເຂັ້ມແຂງໃຫ້ ຂະແໜງ ຍທຂ ໃຫ້ເປັນເຈົ້າຕົນເອງ ສາມາດພັດທະນາຕໍ່ຍອດ ສ້າງ ແລະ ຄຸ້ມຄອງເສັ້ນທາງ ໃຫ້ມີຄຸນນະພາບເທົ່າທຽມລະດັບສາກົນ ເທື່ອລະກ້າວ.

ການຮ່ວມມື ລະຫວ່າງ MPWT ແລະ MOLIT ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການພັດທະນາທີ່ຍືນຍົງ ແລະ ການກ້າວເດີນໄປທາງໜ້າ ພ້ອມໆກັນ. ການຊ່ວຍເຫຼືອດັ່ງກ່າວ ເປັນການ ຮັດແໜ້ນ ສາຍພົວພັນລະຫວ່າງ ລັດຖະບານ ກໍ່ຄືປະຊາຊົນ ຂອງ 2 ປະເທດ ສປປ ລາວ ແລະ ສ.ເກົາຫຼີ, ທີ່ມີສາຍພົວພັນອັນຍາວນານ ໃຫ້ແໜ້ນແຟ້ນຂຶ້ນຕື່ມ ອີກດ້ວຍ.

ໃນໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ຊື່ງຍາມໃດກໍມີຄວາມຮັກແພງ ຈິງໃຈ ຊ່ວຍເຫລືອປະກອບສ່ວນທຶນຮອນ ເຂົ້າໃນການພັດທະນາເສດຖະກິດ ສັງຄົມ ຂອງ ສປປ ລາວ, ໂດຍສະເພາະແມ່ນ ຂະແໜງ ຍທຂ ຕະຫລອດມາ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250