ຂ່າວພາຍໃນກະຊວງ
ທ່ານ ລັດຖະມົນຕີ ກະຊວງ ຍທຂ ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້
ຕອນບ່າຍຂອງວັນທີ 21 ກໍລະກົດ 2025, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົວທາງ, ທ່ານຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມຂົວທາງ, ບໍລິສັດຮ່ວມທຶນ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ສົມໄຊ ຈະເລີນການກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ, ໃນນາມຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບ ເສັ້ນທາງຫຼວງແຫ່ງຊາດ ເລກ 13 ໃຕ້ ຊ່ວງແຕ່ບ້ານໂຄກສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະ ຫວ່າງ, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ (ຊ່ວງ ກມ 21 ຫາ ກມ 71), ໄລຍະທາງທັງໝົດ 50 ກິໂລແມັດ, ພາຍຫຼັງ ເຊັນສັນຍາຮັບເໝົາກໍ່ສ້າງໃນວັນທີ 12 ມີຖຸນາ 2025 ຜ່ານມາ.
ໃນການລົງຕິດຕາມຄັ້ງນີ້, ທ່ານ ລັດຖະມົນຕີ ໄດ້ຊີ້ນໍາໃຫ້ບໍລິສັດຮັບເໝົາກໍ່ສ້າງຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນ ການສ້ອມແປງ ແລະ ບູລະນະຮັກສາເສັ້ນທາງດັ່ງກ່າວ ໃນຊ່ວງໄລຍະລະດູຝົນນີ້ ເພື່ອຮັບປະກັນໃຫ້ສາມາດສັນຈອນ ໄປມາໄດ້ຢ່າງສະດວກ, ຫຼຸດຜ່ອນການເກີດອຸປະຕິດເຫດ, ຮັບປະກັນຄວາມປອດໄພໄລຍະການກໍ່ສ້າງ ແລະ ສຸມໃສ່ຫຼຸດຜ່ອນຫາງສຽງຂອງສັງຄົມ ເພື່ອເປັນການກະກຽມຕ້ອນຮັບການສະເຫຼິມສະຫຼອງຄົບຮອບ 50 ປີ ວັນຊາດທີ່ 2 ທັນວາ ແລະ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງ ອົງຄະນະພັກກະຊວງ ຍທຂ ຄັ້ງທີ VI.
ບໍລິສັດຮັບເໝົາກໍ່ສ້າງ ກໍ່ໃຫ້ຄໍາໝັ້ນສັນຍາ ພ້ອມທີ່ຈະໃຫ້ຄວາມຮ່ວມມື ແລະ ດໍາເນີນການສ້ອມແປງເສັ້ນ ທາງ ເພື່ອໃຫ້ຜູ້ຊົມໃຊ້ຖະໜົມສາມາດສັນຈອນໄປມາໄດ້ຢ່າງສະດວກ, ຫຼຸດຜ່ອນຫາງສຽງຂອງສັງຄົມຕໍ່ການນໍາໃຊ້ ເສັ້ນທາງດັ່ງກ່າວໃຫ້ໜ້ອຍທີ່ສຸດ; ເຖິງແມ່ນວ່າ ການເຊັນສັນຍາຮັບເໝົາກໍ່ສ້າງ ຖືກຊ່ວງລະດູຝົນ, ກໍ່ຈະສຸມໃສ່ກະກຽມ ຄວາມພ້ອມດ້ານຕ່າງໆເປັນຕົ້ນ: ດ້ານເອກະສານ, ກະກຽມອອກແບບ, ຮັບຮອງແບບ, ວັດສະດຸ ເພື່ອກະກຽມ ຄວາມພ້ອມໃຫ້ຄົບຖ້ວນ ແລະ ໃຫ້ສາມາດລົງມືການກໍ່ສ້າງຫຼັງຈາກລະດູຝົນ ໃນເດືອນຕຸລາ ຫຼື ກ່ອນເດືອນຕຸລາ 2025 ນີ້.