ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າພາບກອງປະຊຸມຂົນສົ່ງອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 27

2025-07-16 - Sayphone

ກະຊວງ ໂຍທາທິການ ແລະ ຂົນສົ່ງ ລາວ ເປັນເຈົ້າພາບຈັດກອງປະຊຸມຂົນສົ່ງ ອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 27, (GMS 27th Sub-Regional Transport Forum) ພາຍໃຕ້ ຫົວຂໍ້: ຮັບມືກັບສິ່ງທ້າທາຍໃນການພັດທະນາລະບົບຂົນສົ່ງອານຸພາກພື້ນແມ່ນໍ້າຂອງ ໂດຍ ການຊຸກຍູ້ບົດບາດຂອງພາກເອກກະຊົນ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025 ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເປັນເຈົ້າພາບ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປັນເຈົ້າພາບການປະຊຸມຂົນສົ່ງອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 27, ທີ່ ນະຄອນຫລວງວຽງຈັນ, ໂດຍກຽດກ່າວເປີດ ຈາກ ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີ ກະຊວງ ຍທຂ. ກອງປະຊຸມໄດ້ດໍາເນີນໄປ ໂດຍການເປັນປະທານ ຂອງ ທ່ານ ນາງ ວັນ ດີລະພັນ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງ ຍທຂ ແລະ ປະທານຮ່ວມ ທ່ານ ດອງ ກູ່ວ ອີ່ ຫົວໜ້າຫ້ອງການຂົນສົ່ງ ແລະ ທະນາຄານພັດທະນາອາຊີ.




       ການປະຊຸມໄດ້ຮັບການເຂົ້າຮ່ວມຈາກປະເທດສະມາຊິກ GMS ປະກອບມີ: ກຳປູເຈຍລາວໄທແລະ ຫວຽດນາມ ແລະ ສປ ຈີນ ແລະ ມຽນມາ ຜ່ານລະບົບວິດີໂອທາງໄກ ພ້ອມດ້ວຍຄູ່ຮ່ວມພັດທະນາ ຈາກ ADB, AIIB, WB ແລະ JICA.

       ກອງປະຊຸມຈະໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນບາງຫົວຂໍ້ຄື: 1) ລາຍງານໂດຍຫຍໍ້ຜົນການທົບທວນກາງສະໄໝ ແລະ ການອັບເດດ ຍຸດທະສາດຂົນສົ່ງ GMS 2030; 2) ກົນໄກການສະເໜີໂຄງການເຂົ້າໃນກອງລົງທຶນບູລິມະສິດອານຸພາກພື້ນແມ່ນໍ້າຂອງ 2026-2028 (RIF 2026-2028); 3) ຂໍ້ລິເລີ່ມວຽກງານຂົນສົ່ງສີຂຽວເປັນມິດຕໍ່ສິ່ງແວດລ້ອມ; 4) ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານຂົນສົ່ງ ແລະ ໂລຈິສຕິກ; 5) ການເສີມຂະຫຍາຍບົດບາດຂອງພາກເອກະຊົນໃນການພັດທະນາຂະແໜງຂົນສົ່ງ GMS; ແລະ 6) ຮັບຟັງການກະກອບສ່ວນໃນໂຄງການລົງທຶນຂອງຜູ້ໃຫ້ທຶນໃນການພັດທະນາຂະແໜງການຂົນສົ່ງ GMS.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250