ຂ່າວພາຍໃນກະຊວງ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຢ້ຽມຢາມຄວາມຄືບໜ້າໂຄງການລົດເມດ່ວນ BRT
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເຄື່ອນໄຫວຢ້ຽມຢາມໂຄງການລົດ ເມດ່ວນ BRT ໃນວັນທີ 12 ກໍລະກົດຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ວິລະພັນ ໄຊຍະວົງ ຮັກສາການ ຫົວໜ້າກົມຂົນສົ່ງ, ທ່ານ ບຸນຍະວັດ ນີລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍຫົວໜ້າໂຄງການ BRT ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການ BRT ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນກໍລະກົດ 2018 ພາຍຫຼັງເຊັນສັນຍາກັບບໍລິສັດທີ່ປຶກສາຕ່າງປະ ເທດເພື່ອສຳຫຼວດອອກແບບ ແລະ ຕິດຕາມກວດກາການກໍ່ສ້າງ. ຊຶ່ງໂຄງການດັ່ງກ່າວມີ 5 ອົງປະກອບ (ໜ້າວຽກ) ຄື: ການສ້າງຕັ້ງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ; ປັບປຸງຂອດບໍລິ ການລົດເມສາທາລະນະ ແລະ ສ້າງລະບົບລົດເມດ່ວນ (Bus Rapid Transit “BRT”); ປັບປຸງການຄຸ້ມຄອງການຈະລາ ຈອນ; ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ, ການປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ; ມາຮອດເດືອນມິຖຸນາການກໍ່ສ້າງມີຄວາມຄືບໜ້າ 81.5% ຄາດວ່າຈະໃຫ້ສຳເລັດໃນເດືອນທັນວາ 2025 ແລະ ຈະເປີດບໍລິ ການໃນຕົ້ນປີ 2026 ແລະ ຈະສືບຕໍ່ກໍ່ສ້າງແລວເສັ້ນ ທາງລົດເມ BRT ພາກຂະຫຍາຍໄປສະໜາມບິນສາກົນວັດໄຕ ແລະ ສະຖາ ນີລົດໄຟລາວ-ຈີນໃຫ້ສຳ ເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບລະຫວ່າງກະຊວງ ຍທຂ ແລະ ທະນາຄານພັດທະນາອາຊີ (ADB).
ທ່ານ ຄໍາພັນ ວັນທະນາ ກ່າວໃຫ້ຮູ້ອີກວ່າ: ຜູ້ ໂດຍສານລົດເມສາທາ ລະນະທົ່ວໄປ ກໍສາມາດເດີນທາງໄປໄດ້ທຸກສາຍກັບລົດເມດ່ວນ ໂດຍນຳໃຊ້ບັດ smart card ແທນເງິນສົດ. ແລວເສັ້ນທາງ ແລະ ສະຖານນີລົດເມດ່ວນເລີ່ມແຕ່ສວນເຈົ້າ ຟ້າງຸ່ມ ໄປຫາມະຫາວິທະ ຍາໄລແຫ່ງຊາດ ແລະ ຜ່ານຖະໜົນສະພັງມຶກ, ໄກສອນ ພົມວິຫານ, ໜອງບອນ, ເສດຖາທິ ຣາດ ແລະ ສຸພານຸວົງ ລວມໄລຍະທາງ 12.9 ກິໂລແມັດ. ສະຖານີຂຶ້ນ-ລົງລົດເມ BRT ມີທັງໝົດ 26 ສະຖານີ, ໃນນີ້ ກາງທາງ 22 ສະຖານີ; ລົດເມດ່ວນມີທັງໝົດ 55 ຄັນ, ມີ 40 ບ່ອນນັ່ງ ບັນຈຸຜູ້ໂດຍສານໄດ້ສູງສຸດ 90 ຄົນຕໍ່ຄັນໂດຍມີການອອກແບບສະເພາະ ເພື່ອຮັບໃຊ້ຜູ້ໂດຍສານທົ່ວໄປ ແລະ ສໍາລັບຜູ້ພິ ການ/ເສຍອົງຄະ. ເພື່ອອໍານວຍຄວາມສະດວກໃຫ້ລົດເມ BRT ຢູ່ຈຸດທາງຄົບ-ທາງແຍກ, ໂຄງການຈະຕິດຕັ້ງໄຟອຳນາດທັງໝົດ 41 ຈຸດ. ການຕິດຕັ້ງລະບົບໄຟຈະລາຈອນໃໝ່ຈໍານວນ 24 ຈຸດ ແລະ ຈຸດລ້ຽວລົດ 4 ຈຸດ ຢູ່ຖະໜົນໄກສອນພົມ ວິຫານ ໄປຕາມແລວເສັ້ນທາງລົດເມດ່ວນ. ປັບປຸງເວລາໄຟຂຽວ-ເຫຼືອງ-ແດງ ເສົາໄຟ ຕູ້ຄວບຄຸມ ແລະ ອື່ນໆ ຈຳນວນ 13 ຈຸດ. ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ແນໃສ່ຫຼຸດ ຜ່ອນການຈະລາຈອນແອອັດ ແລະ ອຸບັດເຫດຕາມຖະໜົນຫຼວງ. ໂຄງການຈະຈັດສັນບ່ອນຈອດລົດຕາມແຄມທາງຢູ່ທາງຮ່ອມທັງໝົດ 8 ເຂດ; ຕາມການວາງແຜນເບື້ອງຕົ້ນພື້ນທີ່ ທີ່ຈະຈັດສັນສາມາດຮອງຮັບລົດໃຫຍ່ 2,777 ຄັນ ແລະ ລົດຈັກ 1,202 ຄັນ, ປັບ ປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ ໂຄງການຈະປັບປຸງທາງຍ່າງ, ປັບປຸງທັດສະນີຍະພາບຕາມແຜນພັດທະ ນາໂຄງການທີ່ເອກະພາບກັບຜູ້ໃຫ້ທຶນ (ທະນາຄານ ADB) ຢູ່ທາງຮ່ອມຄື: ຖະໜົນເຈົ້າອານຸ (ເໜືອ ແລະ ໃຕ້), ຖະໜົນແຫ່ງບຸນ, ຖະໜົນຂຸນບູລົມ (ຂ້າງຕະຫຼາດເຊົ້າ). ໂຄງການໄດ້ຈັດຊື້ລົດຖີບສາມລໍ້ໄຟຟ້າ 150 ຄັນ ເພື່ອໃຫ້ບໍລິການຜູ້ໂດຍ ສານລະຫວ່າງສະຖານີລົດເມດ່ວນແຕ່ລະຈຸດ ເຂດທ່ອງທ່ຽວໃນຕົວເມືອງ ແລະ ຮັບ-ສົ່ງນັກທ່ອງທ່ຽວ.
ໂອກາດນີ້, ທ່ານ ເຫຼັກ ໄຫຼ ສີວິໄລ
ໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຜູ້ຮັບຜິດຊອບໂຄງການທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການສຳເລັດໂດຍພື້ນຖານພ້ອມເນັ້ນໃຫ້ຄະນະຮັບຜິດຊອບໂຄງການເອົາໃຈໃສ່ຊີ້ນຳໃຫ້ຜູ້ຮັບເໝົາກໍ່ສ້າງໃນແຕ່ລະຈຸດເລັ່ງກໍ່ສ້າງໃຫ້ສຳເລັດຕາມເປົ້າໝາຍ
ແລະ ເອົາ ໃຈໃສ່ໂຄສະນາໃຫ້ປະຊາ ຊົນຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນໃນການກໍ່
ສ້າງໂຄງການນີ້ ແລະ ໂຄ ສະນາໃຫ້ປະຊາຊົນຮັບຮູ້ຢ່າງລະອຽດກ່ຽວກັບຈຸດບໍລິການຈອດລົດ
ພ້ອມທັງ
ເອົາໃຈໃສ່ປະສານງານກັບພາກສ່ວນກ່ຽວຂ້ອງເພື່ອໃຫ້ການກໍ່ສ້າງໂຄງການມີຄວາມໂລ່ງລຽນ ແລະ ສຳ
ເລັດຕາມເປົ້າໝາຍ.

