ຂ່າວພາຍໃນກະຊວງ

ກະຊວງໂຍທາທິການ ແລະ ຂົນສົ່ງ ເຊື່ອມຊືມເອກະສານສໍາຄັນຂອງພັກ

2025-06-13 - Sayphone

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2025 ທີ່ກະຊວງດັ່ງກ່າວ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງມີຄະນະປະຈໍາພັກກໍາມະການພັກກະຊວງບັນດາຫົວໜ້າກົມຮອງກົມ, ຜູ້ອໍານວຍການລັດວິສາຫະກິດ, ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ສະຫາຍ ງາມປະສົງ ເມືອງມະນີ ໄດ້ກ່າວວ່າ: ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ ຍທຂ ປະຈຳ ປີ 2024 ແລະ ໃນປີ 2025 ກໍ່ເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂັ້ນ ແລະ ການກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ ຍທຂ ໃຫ້ເປັນຂະບວນຟົດຟື້ນ.

ກອງປະຊຸມຄັ້ງນີ້ກໍໄດ້ພ້ອມກັນຈັດຕັ້ງເຊື່ອມຊຶມເອກະສານທີ່ສໍາຄັນຂອງຂັ້ນເທິງທົບທວນຄືນກ່ຽວກັບການ ເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນໄລຍະໜຶ່ງປີຜ່ານມາ ເພື່ອຊອກໃຫ້ເຫັນຈຸດດີດ້ານຕັ້ງໜ້າ ກໍຄືຜົນສໍາເລັດທີ່ຈະຕ້ອງໄດ້ຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສຸມໃສ່ແກ້ໄຂໃຫ້ທັນກັບສະພາບບົນພື້ນຖານການຄົ້ນຄວ້າແນວທາງນະໂຍບາຍຂອງພັກກ່ຽວກັບວຽກງານຈັດຕັ້ງທີ່ກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກໄດ້ກໍານົດອອກ ເພື່ອກ້າວໄປສູ່ການກໍານົດທິດທາງ, ວິທີການ ເຄື່ອນໄຫວຢ່າງເປັນປົກກະຕິ ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ ທັງສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແນໃສ່ປັບປຸງຍົກສູງຄຸນນະພາບ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນໄລຍະໃໝ່ໃຫ້ດີຂຶ້ນ ສາມາດຮັບປະກັນຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມກັນນັ້ນກໍເປັນພື້ນຖານໃຫ້ການວາງທິດທາງຈຸດສຸມຂອງວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານໃນໂຍທາທິການ ແລະ ຂົນສົ່ງສະເພາະໜ້າ ແລະ ຍາວນານ.

ທ່ານຍັງກ່າວຕື່ມວ່າ: ພ້ອມນີ້ກໍເປັນການສະຫລຸບຕີລາຄາ ຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໂຍທາທິການ ແລະ ຂົນສົ່ງໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຮັບຟັງ ແລະ ເຊື່ອມຊຶມບັນດາເອກະສານທີ່ສໍາຄັນຈໍານວນໜຶ່ງ ເຊັ່ນ: ປາຖະກາຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ, ເຜີຍແຜ່ບົດສະຫລຸບວຽກງານກໍ່ສ້າງພັກ-ພະນັງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈໍາປີ 2024, ຜ່ານບົດສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງ ຍທຂ ປະຈໍາປີ 2024 ແລະ ທິດທາງໜ້າທີ່ປີ 2025, ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ.

            ໃນໂອກາດດຽວກັນ, ກໍ່ໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ຈໍານວນ 11 ໜ໋ວຍພັກຮາກຖານ ແລະ ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກໃຫ້ພະນັກງານບຳນານ 11 ທ່ານ ຍິງ 2 ທ່ານ ແລະ ພະນັກງານປະຈຳການ 19 ທ່ານ ຍິງ 10 ທ່ານ ອີກດ້ວຍ.

 

 ອາດເປັນຮູບພາບຂອງ 4 ຄົນ ແລະ ຂໍ້ຄວາມ

 

 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250