ຂ່າວພາຍໃນກະຊວງ
ພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງ ບໍລິຄໍາໄຊ (ກມ 21-ກມ 71)
ພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງ ບໍລິຄໍາໄຊ (ກມ 21-ກມ 71)
ລະຫວ່າງ
ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ
ແລະ
ບໍລິສັດຮ່ວມທຶນ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ສົມໄຊ ຈະເລີນການກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ.
ໂດຍມີ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຫົວໜ້າຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານຫົວໜ້າກົມ ຮອງກົມ, ຮອງຫົວໜ້າພະແນກ ຍທຂ ແຂວງບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ, ບັນດາທ່ານປະທານບໍລິສັດຜູ້ຮັບເໝົາ ແລະ ແຂກທີ່ມີກຽດ ກໍ່ໃຫກຽດເຂົ້າຮ່ວມ.
ທ່ານ ສຸກສາຄອນ ຊູຕັນນຸວົງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ນະຄອນຫຼວງວຽງຈັນ ຫາ ແຂວງ ບໍລິຄໍາໄຊ (ກມ 21-ກມ 71) ໄດ້ລາຍງານຄວາມເປັນມາໂດຍສັງເຂບຂອງໂຄງການມີດັ່ງນີ້:
ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ (ກມ21-ກມ71)ໄດ້ກະກຽມໂຄງການໄດ້ເລີ້ມມາແຕ່ ວັນທີ 1 ເມສາ 2022 ນໍາໃຊ້ເງິນກູ້ຢຶມ AIIB 13 ໃຕ້ ຊ່ວງ 3 ສໍາລັບວຽກທີປຶກສາສໍາຫຼວດອອກແບບ ແລະ ທີ່ປຶກສາກວດສອບຄວາມປອດໄພທາງຫຼວງ ແລະ ນໍາໃຊ້ເງິນຊ່ວຍເຫຼືອກອງທຶນຮ່ວມມືຫຼາຍຝ່າຍ MCDF ສໍາລັບທີປຶກສາ ສຶກສາສະພາບແວດລ້ອມ-ສັງຄົມ ແລະ ຍົກຍ້າຍສີ່ງກີດຂວາງ ແລະ ຊ່ຽວຊານສັນຍາ Output Performance Base Road Contract(OPBRC).
ຈຸດດປະສົງຂອງໂຄງການ ເພຶ່ອກໍ່ສ້າງ ຟື້ນຟູ ແລະ ບູລະນະຮັກສາ ຕອນທາງ 13 ໃຕ້ ກມ 21-ກມ71 ຄວາມຍາວ 50 ກມ ໃຫ້ເຊື່ອມຈອດກັນກັບ ຕອນທາງ 13 ໃຕ້ ແຕ່ ກມ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກມ 346 ແຂວງຄໍາມ່ວນ ທີໄດ້ກໍ່ສ້າງສໍາເລັດແລ້ວ, ຊຶ່ງຕອນທາງ 13 ໃຕ້ ກມ 21 ຫາ ກມ 71 ແມ່ນສວ່ນໜຶ່ງ ຂອງເສັ້ນທາງຫລວງແຫ່ງຊາດ 13 ແລະ ເປັນທາງຫລວງອາຊຽນ (AH11) ເປັນເສັ້ນທາງເຊື່ອມຈອດ ເຊື່ອມໂຍງ ເຮັດໜ້າທີໃນການບໍລິການຂົນສົ່ງໂດຍສານ, ສິນຄ້າ ແລະ ການເຂົ້າເຖີງການບໍລິການທ່ອງທຽວ ທັງເປັນເສັ້ນທາງເຊື່ອມຈອດກັບ ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ແລະ ບັນດາແຂວງພາກໃຕ້, ເຊື່ອມຈອດກັບ ເສັ້ນທາງຫລວງແຫ່ງຊາດເລກ 13 ເໜືອ ຫຼື ທາງຫຼວງອາຊຽນ (AH12) ແລະ ກັບບັນດາແຂວງພາກເໜືອ ຂອງ ສປປລາວ ແລະ ບັນດາປະເທດອອ້ມຂ້າງ.

ແຫຼ່ງທຶນໂຄງການປະກອບມີ ທຶນກູ້ຢຶມຈາກ ທະນາຄານ ພັດທະນາພື້ນຖານໂຄງລ່າງອາຊີ (AIIB) 40 ລ້ານໂດລາສະຫະລັດ, ກອງທຶນ ອາບູດາບີ ເພຶ່ອການພັດທະນາ (ADFD) 20 ລ້ານໂດລາສະຫະລັດ (ເຊັນສັນຍາເງິນກູ້ຢືມວັນທີ 2 ມີຖຸນາ 2025) ແລະ ທຶນລັດຖະບານ ສປປ ລາວ 12 ລ້ານໂດລາສະຫະລັດ.
ຂອບເຂດໂຄງການ ເລີ່ມຕົ້ນຈາກບ້ານໂຄກສີວິໄລ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ໄປສິ້ນສຸດທີ່ບ້ານໄຊສະຫວ່າງ, ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ, ໄລຍະທາງທັງໝົດ 50 ກິໂລແມັດ, ເສັ້ນທາງໄປຜ່ານ ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄໍາໄຊ , ຜ່ານສາມເມືອງ ຄື: ເມືອງໄຊທານີ, ເມືອງປາກງື່ມ(ປະມານ 29 ກມ) ແລະ ເມືອງທ່າພະບາດ ລ່ວມ 21 ບ້ານ (19 ບ້ານໃນນະຄອນຫຼວງວຽງຈັນ ແລະ 2 ບ້ານ ແຂວງບໍລິຄໍາໄຊ).
ການອອກແບບ
ເຂດຈາລະຈອນຫຼາຍ: ທາງ 4 ຊອງຈາລະຈອນ ມີຄວາມຍາວ 20.2 ກມ, ຄວາມກວ້າງ 23 ແມັດ, ຊ່ອງຈາລະຈອນ ໜຶ່ງກວ້າງ 3,50 ແມັດ, ບ່າທ່າງ 2 ເບື້ອງ ກວ້າງເບື້ອງລະ 1,70 ແມັດ, ທາງຍ່າງ 2 ເບື້ອງ, ເບື້ອງລະ 1,50 ແມັດ, ມີດອນກາງທາງພ້ອມໄຟເຍື່ອງທາງ ແລະ ຮ່ອງລະບາຍນໍ້າ ຮູບໂຕ U ມີຝາປິດ ສອງຂ້າງທາງ.
ຜ່ານເຂດຊຸມຊົນ: ທາງ 2 ຊອງຈາລະຈອນ ລວງຍາວ 16.3 ກມ, ຄວາມກວ້າງ 15 ແມັດ,: (ຊ່ອງຈາລະຈອນໜຶ່ງກວ້າງ 3,50 ແມັດ, ບ່າທາງ 2 ເບື້ອງ ກວ້າງເບື້ອງລະ 2,50 ແມັດ, ທາງຍ່າງ 2 ເບື້ອງ, ເບື້ອງລະ 1,50 ແມັດ, ມີໄຟເຍື່ອງທາງສອງຂ້າງທາງ ແລະ ຮ່ອງລະບາຍນໍ້າ ຮູບໂຕ U ມີຝາປິດ ສອງຂ້າງທາງ).
ບໍ່ຜ່ານຊຸມຊົນ: ທາງ 2 ຊ່ອງຈາລະຈອນ ຄວາມຍາວ 13.5 ກມ ຄວາມກວ້າງ 12 ແມັດ ປະກອບມີ (2 ຊ່ອງຈາລະຈອນ ກວ້າງ ເບື້ອງລະ 3,50 ແມັດ, ບ່າທາງ ກວ້າງເບື້ອງລະ 2,50 ແມັດ)
ການດຳເນີນປະມູນຈັດຊື້-ຈັດຈ້າງຂອງໂຄງການໄດ້ນໍາໃຊ້ຮູບແບບການປະມູນເປີດກວ້າງສາກົນ (ICB) ໂດຍນໍາໃຊ້ວິທີການໜຶ່ງຂັ້ນຕອນ, ສອງຊອງ (One Stage Two Enveloped). ຜ່ານການປະມຸນ ບໍລິສັດຮ່ວມທຶນ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດສົມໄຊ ຈະເລີນການກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ມີເງື່ອນໄຂຄົບຖ້ວນ ຊະນະການປະມູນໃນມູນຄ່າສັນຍາ 45,569,900.00 ໂດລາສະຫະລັດ. ໃນນັ້ນປະກອບມີ:
- ວຽກກໍ່ສ້າງ ແລະ ບຸລະນະຮັກສາ 3 ປີ 38,712,002.90 ໂດລາສະຫະລັດ
- ວຽກສຸກເສີນ 595,697.10 ໂດລາສະຫະລັດ.
- ວຽກບູລະນະຮັກສາ 7 ປີ 6,262,200.00 ໂດລາສະຫະລັດ