ຂ່າວພາຍໃນກະຊວງ

ສຳເລັດການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ຄວາມຍາວ 275 ກິໂລແມັດ ຜູ້ຮັບເໜົາຈະສືບຕໍ່ໄລຍະບູລະນະຮັກສາເຖິງປີ 2031

2025-06-09 - Sayphone

        ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ແມ່ນເລີ່ມແຕ່ ກມ 71 ຫາ ກິໂລແມັດທີ 346 ມີລວງຍາວ 275 ກິໂລແມັດ ແມ່ນໄດ້ເລີ່ມກໍ່ສ້າງໃນປີ 2021 ມາຮອດປະຈຸບັນແມ່ນ ການກໍ່ສ້າງ, ປັບປຸງ ສໍາເລັດ100%.

         ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປະຈຸບັນເສັ້ນທາງດັ່ງກ່າວແມ່ນກ້າວເຂົ້າສູ່ໄລຍະບູລະນະຮັກສາ ໂດຍແມ່ນ ບໍລິສັດ ຜູ້ຮັບ   ເໝົາ ໃນແຕ່ລະຕອນທາງເປັນຜູ້ຮັບຜິດຊອບ ຈົນຮອດ ປີ 2031 ລວມໄລຍະສັນຍາ ແມ່ນ 10 ປີ.

    ສໍາລັບຮູບແບບສັນຍາໃນການຈັດຕັ້ງປະຕິບັດແມ່ນນໍາໃຊ້ຮູບແບບສັນຍາແບບມອບເໝົາ OPBRC ປັບປຸງກໍ່ສ້າງ 2-3 ປີ ບູລະນະຮັກສາ 7-8 ປີ ລວມໄລຍະສັນຍາ 10 ປີ ເຊິ່ງຖືໄດ້ວ່າເປັນຮູບແບບສັນຍາໃໝ່ ທີ່ໄດ້ຈັດຕັ້ງປະຕິບັດເປັນໂຄງການທີ 2 ຖັດຈາກ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ (ສີເກີດ-ໂພນໂຮງ). ຕອນທາງດັ່ງກ່າວ ຈະມີຜູ້ຮັບຜິດຊອບໃນການບູລະນະຮັກສາຕະຫຼອດໄລຍະຂອງສັນຍາ ໂດຍຜູ້ຮັບເໝົາຈະຕ້ອງໄດ້ປະຕິບັດໃຫ້ໄດ້ຕາມລະດັບບໍລິການ (Service Level) ທີ່ໄດ້ກຳນົດໄວ້ໃນສັນຍາ.

         ສຳລັບຜູ້ຮັບເໝົາຈະໄດ້ຮັບຜິດຊອບຕາມສັນຍາປະກອບມີ ການອະນາໄມຖາງຫຍ້າແຄມທາງ, ອະນາໄມໜ້າທາງ, ອະນາໄມທໍ່ລອດທາງ ແລະ ລວມເຖີງ ການສ້ອມແປງຕາບຂຸມຕ່າງໆທີ່ອາດຈະເກີດຂຶ້ນ ແລະ ຍັງມີຫຼາຍໜ້າວຽກອີກທີ່ລະບຸໄວ້ໃນສັນຍາ.

         ທ່ານ ສຸກສາກົນ ແຫວນວົງສົດໄດ້ກ່າວຕື່ມວ່າ: ພັກ-ລັດຖະບານ ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ ຍາມໃດກໍເອົາໃຈໃສ່ປັບປຸງ ແລະ ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດໃນຂອບເຂດທົ່ວປະເທດ ເວົ້າລວມ. ເວົ້າສະເພາະ ກໍແມ່ນ ເສັ້ນທາງ 13 ໃຕ້ ນີ້ ທີ່ຫາກໍ່ປັບປຸງກໍ່ສ້າງສໍາເລັດ ຮຽກຮ້ອງມາທຸກຄົນ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ ໃຫ້ປະຕິບັດຕາມກົດຈາລະຈອນ ແລະ ປ້າຍສັນຍານຈາລະຈອນຕ່າງໆທີ່ໄດ້ກຳນົດ. ໂດຍສະເພາະການຂັບຂີ່ດ້ວຍຄວາມບໍ່ປະມາດ ແລະ ຂັບຂີ່ໄວເກີນກຳນົດ ທັງນີ້ກໍເພື່ອຮັບປະກັນຄວາມປອດໄພທາງດ້ານຊັບສິນ ແລະ ຊີວິດ ຂອງຕົວທ່ານເອງ ສະເໜີໃຫ້ບັນດາທ່ານ ມີນໍ້າໃຈສູງໃນການປົກປັກຮັກສາ ຢ່າໄດ້ທໍາລາຍ ສິ່ງປະກອບຂອງທາງຕ່າງໆ ເພາະການທີ່ທໍາລາຍ ນັ້ນ ກໍປຽບເໝືອນ ການທໍາລາຍເຮືອນຊານບ້ານຊ່ອງຂອງຕົວເອງ ເພາະເງິນທີ່ເອົາມາກໍ່ສ້າງເສັ້ນທາງກໍລ້ວນແລ້ວແຕ່ເປັນພາສີຂອງໝົດທຸກຄົນພາຍໃນຊາດ.










ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250