ຂ່າວພາຍໃນກະຊວງ

ການປັງປຸງ ແລະ ພັດທະນາສະໝາມບິນສາກົນ ຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ

2025-06-06 - Administrator

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບການຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນ 8 ບໍລິສັດ ສຳລັບໂຄງການປັງປຸງ ແລະ ພັດທະນາສະໝາມບິນສາກົນ ຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) 


ວັນທີ 3 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ   ກະຊວງໂຍທາທິການ ແລະ ຂົນສົ່ງ ປະກາດບັນຊີລາຍຊື່ 8 ບໍລິສັດ ຢ່າງເປັນທາງການ ທີ່ໄດ້ຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນ ສຳລັບໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນ ຫຼວງພະບາງ ໃນຮຸບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ໃນການດໍາເນີນໃຫ້ບໍລິການ, ຍົກລະດັບ, ຂະຫຍາຍ ສະໜາມບິນສາກົນ ຫຼວງພະບາງ.


ບັນດາ 8 ບໍລິສັດທີ່ໄດ້ຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນ ຕາມບັນດາມາດຖານ ແລະ ເງື່ອນໄຂຕ່າງໆ ທີ່ໄດ້ລະບຸໄວ້ໃນເອກະສານດ້ານຄຸນວຸດທິເບື້ອງຕົ້ນ (RFQ)ປະກອບມີ.


ລໍາດັບ

ຊື່ບໍລິສັດ

ສັນຊາດບໍລິສັດ

1

ບໍລິສັດເຕັກໂນໂລຊີວິສະວະກຳ-ການບິນແຫ່ງຊາດ, ປະເທດ ຈິນ (CAIEC)

ສປ ຈີນ

China National Aero-Technology International Engineering Corporation (CAIEC)

2

ບໍລິສັດ ຈາລຸກ

ຍີ່ປຸ່ນ

Jalux Inc.

3

ບໍລິສັດລົງທຶນດ້ານພື້ນຖານໂຄງລ່າງ ຢຸນນານ ຈຳກັດ

ສປ ຈີນ

Yunnan Infrastructure Investment Co.,Ltd.

4

ບໍລິສັດລິມມາກ

ຕວັກກິ

Limak

5

ບໍລິສັດກໍ່ສ້າງຂົວທາງ, ປະເທດຈີນ

ສປ ຈີນ

China Road and Bridge Corporation

6

ບໍລິສັດສະໜາມບິນເກົາຫຼີ

ສ ເກົາຫຼີ

Korea Airports Corporation

7

ບໍລິສັດມຸຫິບັນ ວິສະວະກຳ (M) BHD

ມາເລເຊຍ

Muhibbah Engineering (M) BHD

8

ກຸ່ມບໍລິສັດ ພົງສະຫວັນ

ສປປ ລາວ

Phongsavanh Group


ທ່ານ ນາງ ວັນ ດີລະພັນ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະດໍາເນິນການພິຈາລະນາ ເອກະສານດ້ານຄຸນວຸດທິເບື້ອງຕົ້ນທັງໝົດທີ່ໄດ້ຮັບຢ່າງລະອຽດ. ຈາກນັ້ນ, ກະຊວງ ຍທຂ ຈະປະກາດ ຜົນຂອງບັນດາຜູ້ປະມູນ ທີ່ຄົບຕາມມາດຖານ ແລະ ເງື່ອນໄຂ ດ້ານຄຸນວຸດທິທີ່ກຳນົດໄວ້ ເພື່ອເຂົ້າຮ່ວມຂະບວນການປະມູນ ໂຄງການດັ່ງກ່າວໃນຂັ້ນຍື່ນເອກະສານສະເໜີດ້ານເຕັກນິກ ແລະ ການເງິນ. ນີ້ແມ່ນບາດກ້າວສຳຄັນໜຶ່ງ ທີ່ຫຍັບເຂົ້າໃກ້ການພັດທະນາ ແລະ ຍົກລະດັບ ສະໜາມບິນສາກົນທີ່ມີຖ້ຽວບິນຫຼາຍທີ່ສຸດເປັນອັນດັບທີສອງ ຂອງ ສປປ ລາວ ທີ່ເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ. ພາຍໃຕ້ໂຄງການການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ທີ່ພວກເຮົາຄາດວ່າ ຈະເປັນແຮງກະຕຸ້ນທີ່ສຳຄັນ ສຳລັບ ການພັດທະນາພື້ນຖານໂຄງລ່າງແຫ່ງຊາດ.” 



  

ໂຄງການບູລິມະສິດຂອງລັດຖະບານໂຄງການນີ້ ແນ່ໃສ່ເພື່ອ ປັບປຸງການເຊື່ອມຈອດ-ເຊື່ອມໂຍງພາກພື້ນ ແລະ ເປັນຊ່ອງທາງສ້າງການເຕີບໂຕຂອງອຸດສາຫະກຳການທ່ອງທ່ຽວໃນພາກພື້ນ ແລະ ສປປ ລາວ. ການຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນນີ້ ແມ່ນບາດກ້າວທີສອງຂອງ ຂະບວນການປະມູນແຂ່ງຂັນເປີດກວ້າງ ຫລັງຈາກຂັ້ນຕອນການຍື່ນເອກະສານແຈ້ງເຈດຈຳນົງສະແດງຄວາມສົນໃຈ. ກະຊວງ ຍທຂ ມີແຜນຈະອອກໜັງສືແຈ້ງໃຫ້ບໍລິສັດທີ່ຜ່ານການປະເມີນມີຄຸນວຸດທິຄົບຖ້ວນ ຍື່ນເອກະສານສະເໜີລະອຽດດ້ານເຕັກນິກ ແລະ ການເງິນໂຄງການ (RFP) ພາຍໃນ ເດືອນ ມິຖຸນາ 2025, ແລະ ຄາດວ່າຈະສຳເລັດຂະບວນການປະມູນເປີດກວ້າງເພື່ອຂັດເລືອກບໍລິສັດ ສຳລັບ ໂຄງການປັງປຸງ ແລະ ພັດທະນາສະໝາມບິນສາກົນ ຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ທ້າຍປີ 2025 ນີ້.

ພາບຂ່າວ: ກະຊວງ ຍທຂ.

ຕິດຕໍ່ພົວພັນລາຍລະອຽດ:  

lpiappp@mpwt.gov.la

LPIAPPP@ifc.org

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250