ຂ່າວພາຍໃນກະຊວງ
ພິທີເຊັນສັນຍາ ຮັບເໝົາກໍ່ສ້າງ ໂຄງການປັບປຸງທາງຫຼວງແຫ່ງຊາດເລກ 12 ແຕ່ ທ່າແຂກ ຫາ ດ່ານສາກົນນາເພົ້າ, ແຂວງຄໍາມ່ວນ
ພິທີເຊັນສັນຍາ ຮັບເໝົາກໍ່ສ້າງ ໂຄງການການປັບປຸງທາງຫຼວງແຫ່ງຊາດເລກ 12
ແຕ່ ທ່າແຂກ ຫາ ດ່ານສາກົນນາເພົ້າ, ແຂວງຄໍາມ່ວນ
ລະຫວ່າງ
ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ
ແລະ
-
ບໍລິສັດ Pannee Vorakij
Construction and Transportation Co., Ltd (ປະເທດ ໄທ) Joint
Venture with Manyxup Development Construction and Trading Import-Export Sole
Co., Ltd (ປະເທດ ລາວ) ສັນຍາ 1;
-
ບໍລິສັດ Vivat Construction Co., Ltd (ປະເທດ ໄທ) Joint Venture with PA Construction Sole Co., Ltd (ປະເທດ ລາວ)
ໂດຍມີ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງ ຍທຂ, ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງໆຄໍາມ່ວນ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາ ຈັກໄທ, ທ່ານ ຄະນະນໍາຈາກ ສູນກາງ ແລະ ທ້ອງຖິ່ນ, ທ່ານປະທານ ອົງການ NEDA ແຫ່ງ ຣາຊະອານາ ຈັກໄທ ປະຈໍາລາວ ແລະ ບັນດາທ່ານ ແຂກ ທີ່ມີກຽດເຂົ້າຮ່ວມ.
ທ່ານ ວົງເພັດ ວົງພະຈັນ,
ຫົວໜ້າໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 12 (ສັນຍາ 1) ຂໍອະນຸຍາດ
ລາຍງານຄວາມເປັນມາ ຂອງໂຄງການປັບປຸງທາງຫຼວງແຫ່ງຊາດເລກ 12 ແຕ່ ທ່າແຂກ ຫາ
ດ່ານສາກົນນາເພົ້າ, ແຂວງຄໍາມ່ວນ ດັ່ງນີ້:
1. ໂຄງການປັບປຸງທາງຫຼວງແຫ່ງຊາດເລກ 12 ເປັນໂຄງການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ໄລຍະປີ 2019-2023 ຕາມບົດບັນທຶກການຮ່ວມມືລະຫວ່າງ 2 ກະຊວງ (ກະຊວງ ຍທຂ ລາວ ແລະ ກະຊວງຄົມມະນາຄົມ ໄທ) ຄັ້ງວັນທີ 14 ທັນວາ 2018, ເປັນໂຄງການທີ່ບັນຈຸໃນແຜນຍຸດທະສາດການຊ່ວຍເຫຼືອລະຫວ່າງສອງປະເທດ ແຕ່ປີ 2022-2024 ແລະ ເປັນໂຄງການທີ່ນອນໃນແຜນພັດທະນາ 5 ປີ 2021-2025 ຂອງກະຊວງ ຍທຂ; ຊຶ່ງໄດ້ຮັບທຶນຊ່ວຍເຫລືອລ້າ ຈາກລັດຖະບານໄທ ໃນການສຶກສາ, ສໍາຫຼວດ-ອອກແບບລະອຽດ. ສໍາລັບການກໍ່ສ້າງ ແມ່ນຈະນໍາໃຊ້ເງິນກູ້ຢຶມດອກເບ້ຍຕໍ່າ ຈາກລັດຖະບານໄທ ຕາງໜ້າໂດຍ ອົງການ NEDA, ຕາມສັນຍາຊ່ວຍເຫຼືອທາງດ້ານການເງິນ (Financial Assistance Agreement) ສະບັບເລກທີ LFA 022-2024, ລົງວັນທີ 30 ພຶດສະພາ 2024.
2. ເປົ້າໝາຍຂອງການພັດທະນາໂຄງການ ເພື່ອສົ່ງເສີມການເຊື່ອມໂຍງດ້ານຄົມມະນາຄົມ-ຂົນສົ່ງຢ່າງບໍ່ມີຮອຍຕໍ່ ແລະ ຊຸກຍູ້ໃຫ້ເສັ້ນທາງເລກທີ 12 ເປັນເສັ້ນທາງຂົນສົ່ງລະຫວ່າງປະເທດ ພາຍໃຕ້ສັນຍາຂົນສົ່ງຂ້າມແດນ ໃນຂອດຮ່ວມມືອານຸພາກພື້ນແມ່ນໍ້າຂອງ ໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການຄົມມະນາຄົມ ລະຫວ່າງ ໄທ-ລາວ-ຫວຽດນາມ ແລະ ຈີນ ໂດຍຜ່ານພາກກາງຂອງ ສປປ ລາວ. ນອກນີ້ ໂຄງການດັ່ງກ່າວ ຍັງຈະນໍາຜົນປະໂຫຍດ ໃຫ້ແກ່ຜູ້ຊົມໃຊ້ເສັ້ນທາງ, ປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ຜະລິດກະສິກໍາ, ການທ່ອງທ່ຽວ ແລະ ບັນດາຫົວໜ່ວຍທຸລະກິດອື່ນໆ.
3. ຈຸດປະສົງໃນການປັບປຸງເສັ້ນທາງຫຼວງແຫ່ງຊາດເລກ 12 ດັ່ງກ່າວ ແມ່ນເພື່ອແກ້ໄຂບັນຫາການເປ່ເພຂອງເສັ້ນທາງໃນປັດຈຸບັນ, ຮັບປະກັນສະພາບການສັນຈອນ ໃຫ້ມີຄວາມສະດວກ ແລະ ປອດໄພ ພ້ອມທັງສາມາດຮອງຮັບປະລິມານການສັນຈອນທີ່ຈະເພີ່ມຂຶ້ນໃນອະນາຄົດ ຕາມຜົນການສຶກສາ ຈາກປີ 2022 ຈໍານວນ 21,232 ຫົວໜ່ວຍລົດສ່ວນບຸກຄົນ/ວັນ ຮອດປີ 2024 ເພີ່ມຂຶ້ນຮອດຈໍານວນ 43,758 ຫົວໜ່ວຍລົດສ່ວນບຸກຄົນ/ວັນ. ໂດຍຈະປັບປຸງເສັ້ນທາງ ໃຫ້ໄດ້ມາດຕະຖານທາງຫຼວງອາຊຽນ ຊັ້ນ 2-3, ທີ່ມີຄວາມໄວອອກແບບ 80 ກມ/ຊມ, ໜ້າທາງກວ້າງ 9-10 ແມັດ ສໍາລັບເຂດຊານເມືອງ ແລະ ໜ້າທາງກວ້າງ 12 ແມັດ ສໍາລັບເຂດບ້ານປະຊາຊົນ.
4. ສໍາລັບໂຄງການນີ້ ປະກອບມີ 5 ໜ້າວຽກຫຼັກ ຄື:
- ໜ້າວຽກ 1: ປັບປຸງຂະຫຍາຍ ທາງຫຼວງແຫ່ງຊາດເລກ 12 ລວງຍາວ 143.508 ກມ.
- ໜ້າວຽກ 2: ປັບປຸງຂະຫຍາຍ ທາງເວັ້ນຕົວເມືອງທ່າແຂກ ທາງເລກທີ 5006 ຍາວ 3.964 ກມ.
- ໜ້າວຽກ 3: ກໍ່ສ້າງຈຸດພັກລົດ
ຢູ່ສາມແຍກທາງເລກ 1E (ຍົມມະລາດ).
-
ໜ້າວຽກ 4: ເສີມຂະຫຍາຍອາຄານສໍານັກງານຊາຍແດນ ດ່ານນາເພົ້າ, ຊັ່ດ່ານງນໍ້າໜັກ, ລະບົບສາທາລະນຸປະໂພກ ຢູ່ຈຸດກວດກາຂອງດ່ານ.
- ໜ້າວຽກ 5: ປັບປຸງທາງຊອຍເຂົ້າຫາສະຖານທີ່ທ່ອງທ່ຽວຢູ່ຕາມເສັ້ນທາງເລກ 12.
5. ການປະມູນ ຈັດຊື້-ຈັດຈ້າງ ເອົາບໍລິສັດຮັບເໝົາກໍ່ສ້າງ ຂອງໂຄງການດັ່ງກ່າວ ໄດ້ນໍາໃຊ້ຮູບແບບການປະມູນເປີດກວ້າງ ຕາມລະບຽບຂອງກະຊວງການເງິນ ແລະ ເງື່ອນໄຂຂອງຜູ້ໃຫ້ທຶນ ໃນຮູບແບບປະມູນເປີດກວ້າງ ໂດຍນໍາໃຊ້ວິທີ ການຄັດເລືອກຄຸນວຸດທິກ່ອນ, ຊຶ່ງອະນຸຍາດໃຫ້ສະເພາະບໍລິສັດ ຜູ້ຮັບເໝົາ ທີ່ຖືປັດຕັງຊັ້ນ 1 ພິເສດ ຂອງປະເທດໄທ ເຂົ້າຮ່ວມ. ພາຍຫຼັງຄະນະກໍາມະການປະມູນໄດ້ດໍາເນີນການ ຄັດເລືອກ ແລະ ຕີລາຄາ ຕາມລະບຽບການ ແລ້ວລາຍງານຄະນະນໍາກະຊວງ ຍທຂ, ກະຊວງການເງິນ ແລະ ອົງການ NEDA ຮັບຮອງ ຜູ້ຊະນະການປະມູນ ເປັນຜູ້ຮັບເໝົາກໍ່ສ້າງຂອງໂຄງການ ຄື:
- ສັນຍາ 1: ແມ່ນບໍລິສັດ Pannee Vorakij Construction & Transportation Co., Ltd Joint Venture with Manyxup Development Construction and Trading Import-Export Sole Co., Ltd. ເປັນຜູ້ຮັບເໝົາ ປັບປຸງ ທາງຫຼວງແຫ່ງຊາດ ເລກ 12 ແຕ່ ທ່າແຂກ ຫາ ເມືອງຍົມມະລາດ ແລະ ທາງເວັ້ນຕົວເມືອງທ່າແຂກ, ຄວາມຍາວທັງໝົດ 61.5 ກິໂລແມັດ, ໃນມູນຄ່າທັງໝົດ 777,528,583.19 THB (ເຈັດຮ້ອຍເຈັດສິບເຈັດລ້ານ ຫ້າຮ້ອຍຊາວແປດພັນ ຫ້າຮ້ອຍແປດສິບສາມ ບາດ ແລະ ສິບເກົ້າ ສະຕາງ). ມີໄລຍະເວລາຈັດຕັ້ງປະຕິບັດວຽກຕາມສັນຍາ 30 ເດືອນ ແລະ ໄລຍະຄໍ້າປະກັນ 12 ເດືອນ (1 ປີ);
- ສັນຍາ 2: ແມ່ນບໍລິສັດ Vivat Construction Co., Ltd Joint Venture with PA Construction Sole Co., Ltd. ເປັນຜູ້ຮັບເໝົາ ປັບປຸງ ທາງຫຼວງແຫ່ງຊາດ ເລກ 12 ແຕ່ ເມືອງຍົມມະລາດ ຫາ ດ່ານສາກົນນາເພົ້າ, ຄວາມຍາວທັງໝົດ 86 ກິໂລແມັດ, ໃນມູນຄ່າທັງໝົດ 889,266,657.70 THB (ແປດຮ້ອຍແປດສິບເກົ້າລ້ານ ສອງຮ້ອຍຫົກສິບຫົກພັນ ຫົກຮ້ອຍຫ້າສິບເຈັດ ບາດ ແລະ ເຈັດສິບ ສະຕາງ). ມີໄລຍະເວລາຈັດຕັ້ງປະຕິບັດວຽກຕາມສັນຍາ 30 ເດືອນ ແລະ ໄລຍະຄໍ້າປະກັນ 12 ເດືອນ (1 ປີ).
6. ການຊໍາລະມູນຄ່າວຽກໃຫ້ແກ່ ຜູ້ຮັບເໝົາ 2 ສັນຍາ ແມ່ນຊໍາລະຕາມ ບໍລິມາດວຽກທີ່ໄດ້ຈັດຕັ້ງປະຕິບັດ ໂດຍນໍາໃຊ້ບ້ວງເງິນ ກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກລັດຖະບານໄທ ຕາງໜ້າໂດຍ ອົງການ NEDA.