ຂ່າວພາຍໃນກະຊວງ
ພິທີເຊັນສັນຍາ ການກໍ່ສ້າງລະບົບນໍ້າປະປາຊຸມຊົນ ຢູ່ ເມືອງຫົວເມືອງ, ຊ່ອນ, ກັວນ ແລະ ຊໍາໃຕ້ ແຂວງຫົວພັນ
ໃນຕອນແລງຂອງວັນທີ 18 ມີນາ 2025 ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດພິທີເຊັນສັນຍາການກໍ່ສ້າງລະບົບນໍ້າປະປາຊຸມຊົນ ຢູ່ ເມືອງຫົວເມືອງ, ຊ່ອນ, ກັວນ ແລະ ຊໍາໃຕ້ ແຂວງຫົວພັນ ທີ່ໂຮງແຮມອໍາມະລີ, ນະຄອນຫຼວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ; ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຫົວໜ້າ, ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ, ທ່ານ ໂຈ ມິງຮົງ (ZHOU MINGHONG) ປະທານບໍລິສັດ China National Nonferrous Metal Industry Fourteenth Metallurgical Construction Co., Ltd; ບັນດາທ່ານ ຜູ້ຕາງໜ້າຈາກບັນດາກະຊວງກ່ຽວຂ້ອງ, ຄະນະກໍາມະການປະມູນ ຈາກພາສ່ວນສູນກາງ, ແຂວງ ແລະ ບັນດາຫົວໜ້າ, ຮອງຫົວໜ້າພະແນກພາຍໃນກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໃຫ້ກຽດເຂົ້າຮ່ວມ.
ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ແມ່ນໂຄງ ການໜຶ່ງ ຊຶ່ງໄດ້ຮັບເງິນກູ້ຢືມ ຈາກທະນາຄານໂລກ, ມີ 2 ກະຊວງຈັດຕັ້ງປະຕິບັດຮ່ວມກັນ, ໂດຍມີກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຂະແໜງການຕົ້ນຕໍ ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຄູ່ຮ່ວມພັດທະນາ, ມີມູນຄ່າລວມທັງໝົດ 18 ລ້ານ ເອັດດີອາຣ໌ ຫຼື ທຽບເທົ່າ 25 ລ້ານໂດລາສະຫະລັດ, ຈັດຕັ້ງປະຕິບັດຢູ່ 12 ເມືອງ ຂອງ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ເມືອງໃໝ່, ຂວາ, ສໍາພັນ ແລະ ບຸນໃຕ້ (ແຂວງຜົ້ງສາລີ), ເມືອງຫຼາ ແລະ ນາໝໍ້ (ແຂວງອຸດົມໄຊ), ເມືອງຫົວເມືອງ, ຊໍາໃຕ້, ເມືອງກວັນ ແລະ ເມືອງຊ່ອນ (ແຂວງຫົວພັນ) ແລະ ເມືອງຄໍາ ແລະ ໜອງແຮດ (ແຂວງຊຽງຂວາງ).
ຈຸດປະສົງຂອງໂຄງການ ແມ່ນເພື່ອເຂົ້າເຖິງການສະໜອງນ້ຳ ທີ່ສະອາດ ແລະ ປອດໄພ; ສຸຂາພິບານ ແລະ ການບໍລິການດ້ານອະນາໄມໃນພື້ນທີ່ເປົ້າໝາຍໂຄງການ, ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປັບປຸງການບໍລິການ ໃຫ້ມີຄວາມຍືນຍົງ.
ສຳລັບ ການກໍ່ສ້າງລະບົບນໍ້າປະປາຊຸມຊົນ ຢູ່ ເມືອງຫົວເມືອງ, ຊ່ອນ, ກັວນ ແລະ ຊໍາໃຕ້ແຂວງຫົວພັນ, ສັນຍາ C1/W/32 ມີດັ່ງນີ້:
· ລະບົບການສົ່ງນຳ້ຂອງລະບົບນຳ້ປະປາຊຸມຊົນ ແມ່ນນຳໃຊ້ລະບົບການໄຫຼແບບທຳມະຊາດ (Gravity Feed), ຊຶ່ງນຳໃຊ້ຝາຍກັ້ນນຳ້ເປັນບ່ອນກັກເກັບນຳ້ຈາກທຳມະຊາດ ແລະ ມີລະບົບກອງຫຍາບໃນຕົວ (ກັ່ນຕອງດ້ວຍຫີນແຮ່). ຈາກນັ້ນ ນຳ້ຈະຖືກສົ່ງໄປຍັງອ່າງຕອງຊ້າທີ່ນຳໃຊ້ຊາຍໃນການຕອງ ກ່ອນທີ່ຈະຖືກສົ່ງໄປຍັງອ່າງເກັບນຳ້ສະອາດ ທີ່ໄດ້ຮັບການຂ້າເຊື້ອດ້ວຍສານຄລໍຣີນ. ຈາກນັ້ນ, ຈຶ່ງແຈກຢາຍນຳ້ສະອາດເຂົ້າບັນດາຄົວເຮືອນຂອງປະຊາຊົນ.
· ເງື່ອນໄຂຕົ້ນຕໍຂອງການຄັດເລືອກບ້ານເປົ້າໝາຍບຸລິມະສິດ ສຳລັບການກໍ່ສ້າງລະບົບນຳ້ປະປາຊຸມຊົນ ແມ່ນເນັ້ນໜັກໃສ່ບ້ານທີ່ຂາດນຳ້ສະອາດ ໂດຍສະເພາະໃນລະດູແລ້ງ, ມີແຫຼ່ງນຳ້ທີ່ໃກ້ກັບບ້ານ ຊຶ່ງລວງຍາວຂອງທໍ່ ໜ້ອຍກວ່າ 5,000 ແມັດ ແລະ ມີຈຳນວນປະຊາກອນຫຼາຍກວ່າ 300 ຄົນ ຕໍ່ບ້ານ.
- ລະບົບນຳ້ປະປາຊຸມຊົນ ຢູ່ແຂວງຫົວພັນ ປະກອບມີທັງໝົດ 21 ບ້ານ, ໃນນັ້ນ ຢູ່ເມືອງກວັນ ມີ 5 ບ້ານ, ເມືອງຊ່ອນ 5 ບ້ານ, ເມືອງຊຳໃຕ້ 5 ບ້ານ ແລະ ເມືອງ ຫົວເມືອງ 6 ບ້ານ, ຊຶ່ງມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 11,858 ຄົນ ແລະ ຈະມີຈຸດແຈກຢາຍນໍ້າໃໝ່ ຈໍານວນ 1992 ຈຸດ;
- ບັນດາປະຊາຊົນ ໃນເຂດດັ່ງກ່າວ ສາມາດສະເໜີຕໍ່ນຳ້ໃຊ້ ໃນລະຫວ່າງການກໍ່ສ້າງ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ, ຊຶ່ງກໍ່ເພື່ອຊ່ວຍປະຊາຊົນ ໃຫ້ໄດ້ນຳໃຊ້ນຳ້ທີ່ປອດໄພ. ນອກນັ້ນ, ທາງໂຄງການກໍ່ມີແຜນການລົງເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ຜົນປະໂຫຍດຂອງການຕໍ່ນຳ້ໃຊ້ ໃຫ້ແກ່ປະຊາຊົນ.