­

ຂ່າວພາຍໃນກະຊວງ

ຍທຂ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກໃຫ້ສະມາຊິກພັກ

2025-03-22 - Sayphone


ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີປະດັບຫລຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ 72 ສະຫາຍ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕະຫລອດໄລຍະຜ່ານມາ ໃນວັນທີ 21 ມີນາ 2025 ນີ້. ໃຫ້ກຽດປະດັບຫລຽນໃນຄັ້ງນີ້ໂດຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນ ຕີ ກະຊວງ ຍທຂ, ມີບັນດາອະດີດການນໍາສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 423/ຄລສພ, ລົງວັນທີ 14 ມີນາ 2025 ເຊິ່ງໄດ້ຕົກລົງ ປະດັບຫລຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະ ມາຊິກພັກກະຊວງ ຍທຂ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາມີ 72 ສະຫາຍ ໃນນີ້ສະມາຊິກພັກບໍານານ 63 ສະຫາຍ ຍິງ ສະຫາຍ ແລະ ສະມາຊິກພັກປະຈໍາການ ສະຫາຍ, ເຊິ່ງການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫລຽນກາກຽດຕິຄຸນ ອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາ ຊິກພັກ ທີ່ປະຈຳການ ແລະ ພະນັກງານບຳນານ ທີ່ມີຜົນງານອັນໃຫຍ່ຫລວງ, ມີວິລະ ກຳອັນລໍ້າເລີດ, ເປັນແບບຢ່າງອັນປະເສີດ ໃຫ້ແກ່ຮຸ່ນສືບທອດ.

ການຈັດຕັ້ງພິທິປະດັບຫລຽນໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.







ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250