ຂ່າວພາຍໃນກະຊວງ
ກະຊວງ ຍທຂ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໃນຕອນເຊົ້າວັນທີ 19 ມີນາ 2025 ນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງພັກ-ຂອງຊາດ, ໂດຍໃຫ້ກຽດການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ ຂອງ ສະຫາຍ ພົນໂທ ສຈ. ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປປ້ອງກັນປະເທດ; ໂດຍໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຂອງ ທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາສະຫາຍ ຄະນະປະຈຳພັກ, ກຳມະການພັກກະຊວງ, ບັນດາຄະນະໜ່ວຍພັກຮາກຖານພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.
ສະຫາຍ ພົນໂທ ສຈ. ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປປ້ອງກັນປະເທດ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນລາວ ຕະຫຼອດໄລຍະ 70 ປີ ແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນທີ່ໄດ້ຮັບ, ການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ; ເປັນຕົ້ນການກໍາເນີດຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະ ຂອງການປະຕິວັດ; ພັກປະຊາຊົນ ປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດ ຢ່າງສົມບູນ; ພັກກໍ່ສ້າງ-ປັບປຸງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ; ພັກນຳພາສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ພັກນຳພາພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ; ພັກນຳພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ; ພັກນຳພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນທັງຊາດ; ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ; ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນຳພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.
ກອງປະຊຸມເຜີຍແຜ່ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 70 ປີ ໃນຄັ້ງນີ້ ເພື່ອໃຫ້ສະມາຊິກພັກ,
ພະນັກງານ-ລັດຖະກອນ
ທົ່ວກະຊວງ ຍທຂ ເຫັນໄດ້ມູນເຊື້ອ ແລະ ໄຊຊະນະອັນຍິງໃຫຍ່ ຂອງການປະຕິວັດ
ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ, ເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສາມະຊິກພັກ-ພະນັກງານລັດຖະກອນ
ແລະ ກຳມະກອນ ຮັບຮູ້, ເຂົ້າໃຈມູນເຊື້ອ,
ທາດແທ້ ແລະ ຢຶດໝັ້ນອຸດົມການຂອງພັກ;
ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ,
ກຳແໜ້ນ ແລະ
ເປັນເອກະພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງເອກະສານທີ່ນຳມາເຜີຍແຜ່ປາຖະກະຖາ
ພ້ອມທັງນໍາໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຕາມໜ້າທີ່ການເມືອງ
ແລະ ຄວາມຮັບຜິດ ຊອບຂອງຕົນ ໃນເງື່ອນໄຂໃໝ່ໃຫ້ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ
ປະຊາຊົນ.