ຂ່າວພາຍໃນກະຊວງ
ກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ຄັ້ງທີ VIII
ກອງປະຊຸມໃຫ່ຍໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ຄັ້ງທີ VIII, ໄດ້ໄຂຂຶ້ນໃນວັນທີ 17 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ສະຫາຍ ໄຊສົງຄາມ ມະໂນທັມ, ຄະນະປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຍທຂ; ສະຫາຍ ບຸນມາ ຫຼວງບັນດິດ, ກຳມະການພັກກະຊວງ, ຫົວກົມຈັດຕັ້ງ ແລະ ພະນັກງານ; ບັນດາສະຫາຍເລຂາ, ຮອງເລຂາ ຜູ້ຕາງໜ້າຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ, ຜູ້ແທນສົມບູນ ຈຳນວນ 17 ສະຫາຍ, ຍິງ 8 ສະຫາຍ ຂອງໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ນັບແຕ່ກອງປະຊຸມໃຫ່ຍ ຂອງໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ຄັ້ງທີ VII ໃນທ້າຍປີ 2019 ເປັນຕົ້ນມາ, ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ນຳພາ-ຊີ້ນຳ ຮາກຖານພັກ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ຊຶ່ງສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ເປັນປັດໃຈພື້ນຖານ ກະຕຸກຊຸກຍູ້ໃຫ້ແກ່ການພັດທະນາຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນຂະບວນການກະກຽມກອງປະຊຸມໃຫ່ຍໜ່ວຍພັກຄັ້ງນີ້, ພວກເຮົາໄດ້ສຳເລັດການຈັດຕັ້ງ
ກອງປະຊຸມໃຫ່ຍ ຂອງບັນດາອົງການຈັດຕັ້ງມະຫາຊົນ, ສ້າງຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງຂະບວນການວຽກງານວິຊາສະເພາະ, ຂະບວນການປິ່ນອ້ອມອື່ນໆ ໃຫ້ເປັນຂະບວນການແຂງແຮງ, ອັນທີ່ພົ້ນເດັ່ນແມ່ນໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ເສີມຂະຫຍາຍ ປະຊາທິປະໄຕພາຍໃນພັກ, ຖັນແຖວພະນັກງານ ແລະ ສະມາຊິກພັກ ໃນທົ່ວກົມຈັດຕັ້ງ ແລະ ພະນັກງານ ຢ່າງກ້ວາງຂວາງ ຊຶ່ງສະແດງອອກໃນການປະກອບຄໍາຄິດ ຄໍາເຫັນ ຕໍ່ຮ່າງລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ແລະ ການທາບທາມບຸກຄະລາກອນອອກສະໝັກ ເປັນຄະນະ ໜ່ວຍພັກ ສະໄໝທີ VIII ຢ່າງເລິກເຊິ່ງ.
ກອງປະຊຸມໃຫ່ຍຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຍິ່ງ ເພາະຈະໄດ້ພ້ອມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V, ມະຕິກອງປະຊຸມໃຫ່ຍ ຂອງໜ່ວຍພັກ ຄັ້ງທີ VII ວາງອອກ, ພ້ອມທັງຄົ້ນຄ້ວາຖອດຖອນບົດຮຽນ ການເຄື່ອນໄຫວນໍາພາ ແລະ ທິດທາງໜ້າທີໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ປະຕິບັດວຽກງານໃຫ້ມີການບຸກທະລຸ ຫັນປ່ຽນຢ່າງຕັ້ງໜ້າໃນຂົງເຂດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຂອງພວກເຮົາ.
ກອງປະຊຸມໃຫຍ່ ໄດ້ຜ່ານຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ຊຶ່ງຜູ້ແທນກອງປະຊຸມທັງໝົດ ໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍສິດປະຊາທິປະໄຕ, ສຸມຈິດໃຈ ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳເຫັນ ໂດຍມີຄວາມເປັນເອກະພາບ ຕໍ່ທັດສະນະການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ຄັ້ງທີ VII, ການຈັດຕັ້ງປະຕິບັດແຜນການ 5 ປີຜ່ານມາ.
ໜ້າທີ່ສຳຄັນອີກອັນໜຶ່ງ ຂອງກອງປະຊຸມໃຫ່ຍຄັ້ງນີ້ ແມ່ນຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ສະໄໝທີ VIII ເພື່ອສືບຕໍ່ນໍາພາ-ຊີ້ນໍາ ກົມຈັດຕັ້ງ ແລະ ພະນັກງານ ໃນ 5 ປີ ຕໍ່ໜ້າ; ຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI ຕາມກົດລະບຽບຂອງພັກ.
ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະ ໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 07 ສະຫາຍ, ຍິງ 03 ສະຫາຍ ແລະ ເລືອກຕັ້ງໄດ້ 05 ສະຫາຍ, ຍິງ 03 ສະຫາຍ ຄື:
1) ສະຫາຍ ບຸນມາ ຫຼວງບັນດິດ
2) ສະຫາຍ ນາງ ນຸ້ຍ ສັງວິບຸດ
3) ສະຫາຍ ນາງ ພະວົງສຸກ ສຸນາບັນດິດ
4) ສະຫາຍ ພອນສະຫວັນ ລຽງໄຊ
5) ສະຫາຍ ນາງ ຄໍາພອນ ທິບພະວົງ
ກອງປະຊຸມຄັ້ງປະຖົມມະລຶກຂອງໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ສະໄໝທີ VIII ໄດ້ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາ, ຜູ້ກວດກາ ຂອງໜ່ວຍພັກ ດັ່ງນີ້:
1) ສະຫາຍ ບຸນມາ ຫຼວງບັນດິດ ເປັນເລຂາ
2) ສະຫາຍ ນາງ ນຸ້ຍ ສັງວິບຸດ ເປັນຮອງເລຂາ
3) ສະຫາຍ ນາງ ພະວົງສຸກ ສຸນາບັນດິດ ເປັນຜູ້ກວດກາ
ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 06 ສະຫາຍ, ຍິງ 03 ສະຫາຍ ແລະ ເລືອກຕັ້ງໄດ້ 05 ສະຫາຍ, ຍິງ 03 ສະຫາຍເປັນຜູແທນສົມບູນ ຄື:
1) ສະຫາຍ ນາງ ນຸ້ຍ ສັງວິບຸດ
2) ສະຫາຍ ນາງ ພະວົງສຸກ ສຸນາບັນດິດ
3) ສະຫາຍ ພຸດມີໄຊ ແສນພັນວົງຍໍ
4) ສະຫາຍ ພອນສະຫວັນ ລຽງໄຊ
5) ສະຫາຍ ນາງ ຄໍາພອນ ທິບພະວົງ
ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ງາມປະສົງ ເມືອງມະນີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນໍາຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນໍາພະນັກງານ, ສະມາຊິກພັກ, ລັດຖະກອນ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.