ຂ່າວພາຍໃນກະຊວງ

ກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XII

2025-02-03 - Sayphone


ຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມ ຄັ້ງທີ XII ຂອງຕົນຂຶ້ນຢ່າງເປັນທາງການໃນວັນທີ 31 ມັງກອນ 2025 ຢູ່ທີ່ສະໂມສອນ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍເປັນປະທານຂອງສະຫາຍ ບຸນມາ ຫຼວງບັນດິດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງໂຍທາທິການ ແລະ ຂົນສົ່ງ, ໃຫ້ກຽດເຂົ້າຮ່ວມໂດຍມີສະຫາຍ ງາມປະສົງ ເມືືອງມະນີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີສະຫາຍ ຈາກອົງການຈັດຕັ້ງພາຄີ ສະຫະພັນແມ່ຍິງ, ສະຫະພັນກໍາມະບານ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຍັງໄດ້ຮັບຟັງບົດລາຍງານການເມືອງ ທັງ 2 ພາກຈາກ ສະຫາຍ ນາງ ພະວົງສຸກ ສຸນາບັນດິດ, ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ລາຍງານໃຫ້ເຫັນຜົນງານໃນການເຄື່ອນໄຫວນຳພາຂອງໜ່ວຍຊາວໜຸ່ມ ໃນໄລຍະ 5 ປີ ທີ່ຜ່ານມາ ແລະ ແຜ່ນການທິດທາງໃນຕໍ່ໜ້າ, ຜ່ານບົດສໍາຫລວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມ, ຮັບຟັງບົດປະກອບຄໍາເຫັນຈາກຕາງໜ້າອົງການຈັດຕັ້ງພາຄີ ແລະ ບົດປປະກອບຄໍາເຫັນຂອງຊາວໜຸ່ມຕົວແບບ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ໃຊ້ສິດປະຊາທິດປະໄຕຂອງຕົນປ່ອນບັດ ເລືອກເອົາຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ຊຸດໃໝ່ ເຊິ່ງມີຜູລົງສະໝັກຈໍນວນ 19 ສະຫາຍ ເລືອກເອົາ 15, ຍິງ 03 ສະຫາຍ ເຂົ້າເປັນຄະນະຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາສະຫາຍ ນາງ ພະວົງສຸກ ສຸນາບັນດິດ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຸດໃໝ່, ເລືອກເອົາສະຫາຍ ທອງສະໄໝ ທໍາມະວົງສາ ເປັນຮອງເລຂາ, ສະຫາຍ ສຸລິສັກ ສຸວັນນະເລດ ເປັນຮອງເລຂາ, ສະຫາຍ ວົງພະຈັນ ສີສຸກວົງໄຊ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍ ສີລອງ ກິງແກ້ວອຸດົມ ເປັນຄະນະປະຈໍາຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອີກ 10 ສະຫາຍ ເປັນຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງ.

ຕອນທ້າຍກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກຄະນະປະທານ ເພື່ອເປັນເຂັມຊີ້ທິດ ເຍືອງທາງໃຫ້ກັບຄະນະບໍລິຫານງານຊາວໜຸ່ມກະຊວງຄະນະບໍລິຫານງານຊາວໜຸ່ມ ກະຊວງໂຍທາທິການ ແລະ ຂົນສົ່ງຊຸດໃໝ່ ໃນການນໍາພາຊີ້ນໍາວຽກງານຊາວໜຸ່ມໃນຕໍ່ໜ້າ.





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250