ຂ່າວພາຍໃນກະຊວງ

ພິທິເຊັນສົນທິສັນຍາທະວິພາຄີວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ - ສະຫະພັນທະລັດ ສະວິດເຊິແລນ

2024-07-26 - Sayphone


ໃນຕອນເຊົ້າວັນທີ 26 ກໍລະກົດ 2024, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເປັນກຽດຈັດພິທິເຊັນ ສົນທິສັນຍາ ທະວິພາຄີ ວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສະຫະພັນທະລັດ ສະວິດເຊີແລນ. ຕາງໜ້າໃຫ້ ແກ່ລັດຖະບານ ສປປ ລາວ ໂດຍ ທ່ານ. ງາມປະສົງ ເມືອງມະນີ (H.E. Mr.  Ngampasong Muongmany), ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ. ອາເລັກຊານເດີ ຟາເຊວ (H.E. Mr.  Alexandre Fasel), ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະວິດເຊິແລນ. ເປັນກຽດເຂົ້າ ຮ່ວມ ເປັນ ສັກຂີພະຍານຝ່າຍລາວ ໂດຍກົມ ແລະ ກອງວິຊາການທີ່ກ່ຽວຂ້ອງພາຍໃນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມສົນທິສັນຍາກະຊວງການຕ່າງປະເທດ. ເປັນກຽດເຂົ້າຮ່ວມເປັນສັກຂີພະຍານຝ່າຍ ສະວິດເຊີແລນ ໂດຍ ທ່ານເອກ ອັກຄະລັດຖະຖູດ, ເລຂາທູດ, ຫົວໜ້າຝ່າຍການຮ່ວມມື ສະວິດເຊີແລນ-ປະເທດແມ່ນໍ້າຂອງ ແລະ ຜູ້ຕາງໜ້າຈາກກະ ຊວງການຕ່າງປະເທດສະວິດເຊີແລນ.

ຈຸດປະສົງຂອງການເຊັນສົນທິສັນຍາທະວິພາຄີ ໃນຄັ້ງນີ້ແມ່ນເພື່ອປ່ຽນແທນ ສົນທິສັນຍາທີ່ ທັງ ຝ່າຍ ໄດ້ ຮ່ວມລົງນາມ ໃນ ວັນທີ 15 ທັນວາ ປີ 1999, ເພື່ອເປັນການເພີ່ມທະວີການຮ່ວມມືຂອງ ທັງ ປະເທດດ້ານວຽກງານ ການບິນພົນລະເຮືອນຮັບປະກັນການເຊື່ອມໂຍງເຊື່ອມຈອດສົ່ງເສີມ ແລະ ອຳນວຍຄວາມສະດວກການເປີດຖ້ຽວ ບິນຂົນສົ່ງ ຜູ້ໂດຍສານສິນຄ້າ ແລະ ໄປສະນີພັນ. ຄຽງຄູ່ນີ້ຍັງເປັນການ ສົ່ງເສີມການຄ້າການທ່ອງທ່ຽວ ແລະ ການລົງທຶນລະຫວ່າງ ປະເທດ ເພື່ອສ້າງລາຍຮັບ ໃຫ້ແກ່ ປະເທດຊາດ,  ພ້ອມດ້ວຍ ການຍົກບົດບາດ ຂະແຫນງການບິນພົນລະເຮືອນ ກໍຄືຕະຫລາດການບິນ ຂອງ ສປປ ລາວ ຂຶ້ນຕື່ມອີກ ໃນເວທີສາກົນ.

         ໃນປີ 2024 ນີ້ຖືເປັນນິມິດໝາຍທີ່ດີ ທີ່ ສປປ ລາວ ໄດ້ຮັບເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ແລະ ພິທີເຊັນສົນທິສັນຍາ ວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສະຫະພັນທະລັດສະວິດ ເຊີແລນ ກໍ່ເປັນອີກໜຶ່ງວາລະທີ່ສຳຄັນທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຊຶ່ງສົນທິສັນຍາດັ່ງກ່າວ ຈະຊ່ວຍເສີມຂະຫຍາຍວຽກງານຂົນສົ່ງທາງອາກາດລາວ ອອກສູ່ສາກົນ. 




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250