ຂ່າວພາຍໃນກະຊວງ

ຍທຂ ເຊື່ອມຊຶມມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່

2024-06-23 - Sayphone


ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝ XI; ມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ມະຕິຂອງລັດຖະບານ ເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024; ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້າປະຈຳປີ 2023 ຂຶ້ນວັນທີ 20 ມິຖຸນາ 2024 ນີ້ ທີ່ກະຊວງ ຍທຂ, ເປັນກຽດເຜີຍແຜ່ ໂດຍທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ໄດ້ເຜີຍແຜ່ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ບາງຕອນວ່າ: ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ ຮັບປະກັນໃຫ້ການເຕີບໂຕ ຂອງເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ ເຂັ້ມແຂງ ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ ຜ່ານພຶດຕິກຳຕົວຈິງໃນການກໍ່ສ້າງ ພັດທະນາ ແລະ ຍົກລະດັບພື້ນຖານເສດຖະກິດແຫ່ງຊາດໄປຕາມທິດດັ່ງກ່າວ ເຫັນວ່າຄວາມເປັນເຈົ້າຕົນເອງດ້ານເສດຖະກິດເມື່ອທຽບກັບເງື່ອນໄຂ ຈຸດພິເສດ ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງ ສປປ ລາວ ແມ່ນບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ ຍັງເພິ່ງພາ ເອື່ອຍອີງໃສ່ການກູ້ຢືມ ການຊ່ວຍເຫຼືອ ອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ ຂາດການປຸງແຕງ ບໍ່ຖືກທິດຍືນຍົງ ປະເທດລາວຍັງປະເຊີນໜ້າກັບການຂາດດຸນໃນຫຼາຍດ້ານເຊັ່ນ: ດ້ານການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ. ນອກນັ້ນສັງຄົມຍັງມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ ເຮັດໃຫ້ຄວາມສາມາດຮັບມີກັບບັນຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມພາຍນອກຍັງຈຳກັດຫຼາຍດ້ານ ກໍ່ໃຫ້ເກີດມີຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ເງິນຕາທີ່ສະສົມຢ່າງຕໍ່ເນື່ອງມາຮອດປັດຈຸບັນເຊັ່ນ: ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນ ກະທົບຕໍ່ການພັດທະນາກໍຄືສ້າງຄວາມຫຍຸ້ງຍາກ ຝືດເຄື່ອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ ຕໍາຫຼວດ ແລະ ອື່ນໆ ບົນສະພາບຄວາມເປັນຈິງດັ່ງກ່າວນັ້ນຈຶ່ງມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນຄວາມຖືກຕ້ອງຂອງແນວທາງແຜນນະໂຍບາຍທີ່ໄດ້ວາງອອກ ພ້ອມກັນນັ້ນກໍກວດກາ ຕີລາຄາ ແລະ ປັບປຸງບາງນະໂຍບາຍ ຍົກລະດັບຄວາມສາມາດດ້ານການບໍລິຫານຈັດການ ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ຊຶ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍຄືການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາໃຫ້ນັບມື້ນັບເປັນຮູບປະທໍາຍິ່ງຂຶ້ນ ໃນມະຕິດັ່ງກ່າວໄດ້ກຳນົດເອົາຫຼາຍໜ້າວຽກທີ່ຕິດພັນກັບຫຼາຍຂະແໜງການ ເພື່ອເປັນເຈົ້າການໃນການຈັດຕັ້ງປະຕິບັດ.


ທ່ານລັດຖະມົນຕີ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫາງານສູນກາງພັກ ຄັ້ງທີ 8 ສະໄໝ XI ແລະ  ມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ໃນຕອນທ້າຍຂອງກອງປະຊຸມກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2023 ໃຫ້ບັນດາໜ່ວຍພັກຮາກຖານ 11 ໜ່ວຍພັກ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250