ຂ່າວພາຍໃນກະຊວງ

ເຕືອນການສັນຈອນ ມີການກໍ່ສ້າງ ເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRT) ໃນນະຄອນຫຼວງວຽງຈັນ

2024-06-05 - Xaiya

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງ, ຈະໄດ້ລົງມືກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRT) ນັບແຕ່ເດືອນມິຖຸນາ ຫາ ເດືອນ ທັນວາ ປີ 2024 ນີ້.

ການກໍ່ສ້າງຊ່ອງຈາລະຈອນລົດເມດ່ວນ ແລະ ສະຖານີ BRT ເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ຜ່ານຖະໜົນ ສຸພານຸວົງ, ຖະໜົນເສດຖາທິຣາດ ແລະ ຖະໜົນໜອງບອນ (ຮອດປະຕູໄຊ), ແຕ່ປະຕູໄຊ ຫາມະຫາວິທະຍາໄລແຫ່ງຊາ ຜ່ານຖະໜົນ ໄກສອນພົມວິຫານ, ຖະໜົນສະພັງເມິກ.

ເພື່ອອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ຮັບປະກັນດ້ານຄວາມປອດໄພໃນເວລາກໍ່ສ້າງ, ຈຶ່ງຂໍຄວາມຮ່ວມມືນໍາຜູ້ໃຊ້ລົດໃຊ້ຖະໜົນ, ມີສະຕິໃນການສັນຈອນຕາມຖະໜົນທີ່ແອອັດ, ເພື່ອບໍ່ໃຫ້ເກີດອຸບັດເຫດ ຕາມທ້ອງຖະໜົນ, ເຮັດໃຫ້ການກໍ່ສ້າງດໍາເນີນໄປຕາມແຜນ ແລະ ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250