ຂ່າວພາຍໃນກະຊວງ

ພິທີເຊັນສັນຍາ ວຽກງານປະມູນ ການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງໃໝ່ ແລະ ເມືອງຂວາ ແຂວງຜົ້ງສາລີ (C1/W/23) ແລະ ຢູ່ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງ ຜົ້ງສາລີ (C1/W/24) ຂອງໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ

2024-05-30 - Xaiya

ໃນຕອນແລງຂອງວັນທີ 30 ພຶດສະພາ 2024 ກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດພິທີເຊັນສັນຍາວຽກງານປະມູນການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ເມືອງໃໝ່ ແລະ ເມືອງຂວາ ແຂວງຜົ້ງສາລີ (C1/W/23) ແລະ ຢູ່ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງ ຜົ້ງສາລີ (C1/W/24) ຂອງໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ, ໂດຍມີ ທ່ານ ລັນ ແສງອາພອນ ຮອງລັດທະມົນຕີກກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມປອງ ສິດທິວົງ ຫົວໜ້າ ກົມນໍ້າປະປາ, ທ່ານ ສະເຫຼີມສັກ ໄຊຍະມຸງຄຸນ, ຫົວໜ້າຫ້ອງການກະຊວງ,  ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ຍທຂ ແຂວງຜົ້ງສາລີ, ທ່ານ ຊັງ ຫຼຽງ ຜູ້ຕາງໜ້າບໍລິສັດ Shamhai Constraction Group Co., Ltd, ບັນດາ ທ່ານຄະນະກຳມະການປະມູນ ຈາກພາກສ່ວນສູນກາງ, ແຂວງ, ບັນດາພະແນກໃນກະຊວງ ຍທຂ ກໍ່ໃຫ້ກຽດເຂົ້າຮ່ວມ.

ທ່ານ ຈັນເທພາ ຂັດຕິຍະວົງ, ຫົວໜ້າ ໂຄງການຂະຫຍາຍ ນໍ້າປະ​ປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ, ໄດ້ລາຍງານສັງລວມໂດຍຫຍໍ້ກ່ຽວກັບຂໍ້ມູນ ແລະ ໜ້າວຽກຂອງໂຄງການຂະຫຍາຍ ນໍ້າປະປາສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງ ພາກເໜືອ ຂອງ ສປປລາວ ລວມທັງສະພາບລວມ ຂອງການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງໃໝ່, ເມືອງຂວາ,ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງ ຜົ້ງສາລີ.

ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ແມ່ນໂຄງ ການໜຶ່ງ ຊຶ່ງໄດ້ຮັບເງິນກູ້ຢືມ ຈາກທະນາຄານໂລກ (ເຊັນສັນຍາ ວັນທີ 09 ພຶດສະພາ 2019, ເລກທີສັນຍາ Credit No. 6375-LA), ມີ 2 ກະຊວງຈັດຕັ້ງປະຕິບັດຮ່ວມກັນ,  ໂດຍມີກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ  ເປັນຂະ ແໜງການຫຼັກ ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຄູ່ຮ່ວມພັດທະນາ, ມີມູນຄ່າການກໍ່ສ້າງທັງໝົດ 18 ລ້ານ ເອັດດີອາຣ໌ ຫຼື ທຽບເທົ່າ 25 ລ້ານໂດລາສະຫະລັດ ໃນປີ 2019, ຈັດຕັ້ງປະຕິບັດຢູ່ 12 ເມືອງ ຂອງ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ເມືອງໃໝ່, ເມືອງຂວາ, ເມືອງສໍາພັນ ແລະ ເມືອງບຸນໃຕ້ (ແຂວງຜົ້ງສາລີ), ເມືອງຫຼາ ແລະ ເມືອງນາໝໍ້ (ແຂວງອຸດົມໄຊ), ເມືອງຫົວເມືອງ, ເມືອງຊໍາໃຕ້, ເມືອງກວັນ ແລະ ເມືອງຊ່ອນ (ແຂວງຫົວພັນ) ແລະ ເມືອງຄໍາ ແລະ ເມືອງໜອງແຮດ (ແຂວງຊຽງຂວາງ).

ຈຸດປະສົງຫຼັກຂອງໂຄງການ ແມ່ນເພື່ອ​ເຂົ້າ​ເຖິງ​ການ​ສະ​ໜອງ​ນ້ຳ​ ທີ່​ສະ​ອາດ ແລະ ປອດ​ໄພ; ສຸ​ຂາ​ພິ​ບານ ແລະ ການ​ບໍ​ລິ​ການດ້ານ​​ອະ​ນາ​ໄມ ​ໃນ​ພື້ນ​ທີ່​ເປົ້າ​ໝາຍໂຄງ​ການ, ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ໃ​ນ​ການ​ປັບ​ປຸງ​​ການ​ບໍ​ລິ​ການ ໃຫ້ມີ​ຄວາມ​ຍືນ​ຍົງ ຊຶ່ງມີ 4 ອົງປະກອບຄື:

-   ອົງປະກອບທີ 1 : ກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ, ກໍ່ສ້າງ-ປັບປຸງ ລະບົບນໍ້າຊຸມຊົນ ແລະ ສຸຂາພິບານ ແບບຍືນຍົງ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 2 : ຊຸກຍູ້ຊຸມຊົນ ໃນການສົ່ງເສີມແບບຍືນຍົງ ກ່ຽວກັບການນຳໃຊ້ ນໍ້າ, ສຸຂາພິບານ ແລະ ອະນາໄມ (ກະຊວງ ສາທາລະນະສຸກ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 3 : ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ການພັດທະນາຂະແໜງການ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 4: ກໍລະນີເກີດໄພພິບັດ ທີ່ລັດຖະບານ ອອກຖະແຫຼງການ (ທັງ 2 ກະຊວງ ຮັບຜິດຊອບຮ່ວມກັນ).

·      ໃນປັດຈຸບັນນີ້ ພາຍໃນແຂວງຜົ້ງສາລີ ວຽກງານນ້ຳປະປາກຸ່ມບ້ານ ແມ່ນສໍາເລັດຂະບວນການປະມູນ ຄັດເລືອກເອົາ ບໍລິສັດຮັບເໝົາ ຂອ 4 ກຸ່ມບ້ານ, ລວມມີ 2 ສັນຍາ, ເຊິ່ງລາຍລະອຽດດັ່ງນີ້:

1.     ສັນຍາ C1/W/23 ມີ 2 ກຸ່ມບ້ານ:

·  ກຸ່ມບ້ານ ສົບຮຸນ (ບ້ານສົບຮຸນ ແລະ ສົບນາວ)  ຢູ່ເມືອງໃໝ່, ມີຜູ້ໄດ້ຮັບຜົນປະໂຫຍດ 220 ຄົວເຮືອນ, ຈຳນວນ 1,153 ຄົນ, ຊຶ່ງໂຮງງານບຳບັດນໍ້າ ສາມາດຜະລິດນໍ້າໃນປະລິມານ 1603/ວັນ, ຕິດຕັ້ງຖັງນໍ້າທີ່ບັນຈຸນໍ້າໄດ້ 55ມ3 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 220 ຈຸດ.

·  ກຸ່ມບ້ານ ສິນໄຊ (ບ້ານສິນໄຊ) ຢູ່ເມືອງຂວາ; ມີຜູ້ໄດ້ຮັບຜົນປະໂຫຍດ 218 ຄົວເຮືອນ, ຈຳນວນ 851 ຄົນ, ໂຮງງານບຳບັດນໍ້າ ສາມາດຜະລິດນໍ້າໃນປະລິມານ 1503/ວັນ, ຕິດຕັ້ງຖັງນໍ້າທີ່ບັນຈຸນໍ້າໄດ້ 50ມ3 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 218 ຈຸດ.

2.    ສັນຍາ C1/W/24 ມີ 2 ກຸ່ມບ້ານ

·    ກຸ່ມບ້ານ ລ້ອງນາຍເກົ່າ (ບ້ານລ້ອງນາຍເກົ່າ, ລ້ອງນາຍໃໝ່ ແລະ ບໍນ້ອຍ) ຢູ່ເມືອງບຸນໃຕ້, ມີຜູ້ໄດ້ຮັບຜົນປະໂຫຍດ 242 ຄົວເຮືອນ, ຈຳນວນ 1,443 ຄົນ, ຊຶ່ງໂຮງງານບຳບັດນໍ້າ ສາມາດຜະລິດນໍ້າໃນປະລິມານ 200ມ3/ວັນ, ຕິດຕັ້ງຖັງນໍ້າທີ່ບັນຈຸນໍ້າໄດ້ 70ມ3 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 242 ຈຸດ.

·    ກຸ່ມບ້ານ ນໍ້າລີ (ບ້ານນໍ້າລີ)       ຢູ່ເມືອງສຳພັນ, ມີຜູ້ໄດ້ຮັບຜົນປະໂຫຍດ 215 ຄົວເຮືອນ, ຈຳນວນ 1,242 ຄົນ, ຊຶ່ງໂຮງງານບຳບັດນໍ້າ ສາມາດຜະລິດນໍ້າໃນປະລິມານ 170ມ3/ວັນ, ຕິດຕັ້ງຖັງນໍ້າທີ່ບັນຈຸນໍ້າໄດ້    60ມ3 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 215 ຈຸດ.

ເຊິ່ງໃນການອອກແບບ ລະບົບໂຮງງານບຳບັດນໍ້າ ໄດ້ຖືກອອກແບບເພື່ອຮອງຮັບການນຳໃຊ້ນໍ້າ ຂອງປະຊາກອນທີ່ຈະເພີ່ມຂຶ້ນໃນຕໍ່ໜ້າອີກ 15 ປີ ຮອດປີ 2039 ແລະ ລະບົບການແຈກຢາຍນໍ້າແມ່ນ 20 ປີ.

3.  ບັນດາປະຊາຊົນໃນເຂດດັ່ງກ່າວ ສາມາດສະເໜີຕໍ່ນໍ້າໃຊ້ ໃນລະຫວ່າງການກໍ່ສ້າງ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ຊຶ່ງກໍ່ເພື່ອຊ່ວຍປະຊາຊົນ ໃຫ້ໄດ້ນຳໃຊ້ນໍ້າທີ່ປອດໄພ. ນອກນັ້ນ, ທາງໂຄງການກໍ່ມີແຜນການລົງເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ຜົນປະໂຫຍດຂອງການຕໍ່ນໍ້າໃຊ້ ໃຫ້ແກ່ປະຊາຊົນ.

4.  ຜ່ານການປະມູນ ການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຂອງ 4 ເມືອງ ແຂວງຜົ້ງສາລີ ຊຶ່ງເລີ່ມປະກາດແຕ່ວັນທີ 8 ມັງກອນ 2024 ຫາ ວັນທີ 16 ກຸມພາ 2024 ໃນເວັບໄຊ້ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ລົງໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທາມ (Vientiane Times), ເຊິ່ງມີບໍລິສັດ ທີ່ມີຄວາມສົນໃຈເຂົ້າມາລົງ ທະບຽນ ແລະ ຮັບເອົາເອກະສານປະມູນທັງໝົດ 9 ບໍລິສັດ.

5.  ໃນວັນທີ 22 ມັງກອນ 2024 ໄດ້ຈັດກອງປະຊຸມກ່ອນການຍື່ນຊອງປະມູນຂຶ້ນ.

6.  ໃນວັນທີ 16 ກຸມພາ 2024 ເປັນວັນປິດຮັບເອກະສານ ແລະ ເປີດຊອງປະມູນແບບເປີດກວ້າງ, ເຊິ່ງປະກອບມີຕາງໜ້າບໍລິສັດ ຜູ້ປະມູນເຂົ້້າຮ່ວມ ສົ່ງຊອງການປະມູນທັງໝົດ 8 ບໍລິສັດ.

           ຜ່ານການຕີລາຄາປະເມີນຜົນ ຂອງຄະນະກຳມະການປະມູນ ຈາກສູນກາງ ແລະ ແຂວງຜົ້ງສາລີ, ເຫັນວ່າ ບໍລິສັດ Shanghai Construction Group Co., Ltd ມີເງື່ອນໄຂຄົບຖ້ວນ, ຖືກຕ້ອງຕາມລະບຽບການ ແລະ ສະເໜີລາຄາຕໍ່າກວ່າໝູ່ ທັງ 2 ສັນຍາ, ຊຶ່ງໄດ້ຖືກຮັບຮອງ ເປັນຜູ້ຊະນະການປະມູນການກໍ່ສ້າງລະບົບ ນໍ້າປະປາ ກຸ່ມບ້ານ ຢູ່ 4 ເມືອງ ຂອງແຂວງຜົ້ງສາລີ ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 12668/ຍທຂ, ລົງວັນທີ       20 ພຶດສະພາ 2024 ວ່າດ້ວຍ ການອະນຸມັດ ແລະ ຮັບຮອງເອົາ ຜູ້ຊະນະການປະມູນການກໍ່ສ້າງ ລະບົບນຳ້ປະປາກຸ່ມບ້ານ ຢູ່ເມືອງໃໝ່ ແລະ ເມືອງຂວາ ແຂວງຜົ້ງສາລີ (C1/W/23) ແລະ ຢູ່ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງ ຜົ້ງສາລີ (C1/W/24) ຂອງໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະ ນາໄມ ຢູ່ 4 ແຂວງພາກ   ເໜືອ ຂອງ ສປປ ລາວ ທັງ 02 ສັນຍາຄື:

1.     ການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງໃໝ່ ແລະ ເມືອງຂວາ ແຂວງຜົ້ງສາລີ, ສັນຍາ C1/W/23, ໃນມູນຄ່າ 1,080,315.48 ໂດລາສະຫະລັດ (ຶ່ງລ້ານແປດສິບພັນສາມຮ້ອຍສິບຫ້າ ໂດລາສະຫະລັດ ແລະ ສີ່ສິບແປດ ເຊັນ);

2.    ການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງຜົ້ງສາລີ, ສັນຍາ C1/W/24, ໃນມູນຄ່າ 1,183,178.30 ໂດລາສະຫະລັດ (ໜື່ງລ້ານໜື່ງແສນແປດສິບສາມພັນໜື່ງຮ້ອຍເຈັດສິບແປດ ໂດລາສະຫະລັດ ແລະ ສາມສິບເຊັນ);

ມູນຄ່າການກໍ່ສ້າງທັງ 02 ສັນຍາດັ່ງກ່າວ ລວມອາກອນມູນຄ່າເພີ່ມ 10%, ໄລຍະ ການຈັດຕັ້ງປະຕິບັດສັນຍາ 10 ເດືອນ.

7.  ໃນຂໍ້ຕົກລົງດັ່ງກ່າວນີ້ ແມ່ນມອບສິດໃຫ້ ຫົວໜ້າກົມນຳ້ປະປາ ເປັນຜູ້ເຊັນສັນຍາ ກັບ ບໍລິສັດ SHANGHAI CONSTRUCTION GROUP CO., LTD ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໄວ້.

8.  ສໍາລັບ ບັນດາໜ້າວຽກກໍ່ສ້າງ ແມ່ນໄດ້ກໍານົດໄວ້ ໃນເອກະສານການປະມູນ.

ນີ້ແມ່ນການລາຍງານສັງລວມໂດຍຫຍໍ້ກ່ຽວກັບຂໍ້ມູນ ແລະ ໜ້າວຽກຂອງໂຄງການຂະຫຍາຍ ນໍ້າປະປາສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງ ພາກເໜືອ ຂອງ ສປປລາວ ລວມທັງສະພາບລວມ ຂອງການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງໃໝ່, ເມືອງຂວາ,ເມືອງສຳພັນ ແລະ ເມືອງບຸນໃຕ້ ແຂວງ ຜົ້ງສາລີ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250