ຂ່າວພາຍໃນກະຊວງ

ກອງປະຊຸມ ປະເມີນຜົນ ຄັ້ງທີ 3 ແລະ ມອບ-ຮັບ ໂຄງການ ບໍາບັດນໍ້າເປື້ອນ ແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS

2024-05-29 - Xaiya

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2024 ກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດກອງປະຊຸມ ປະເມີນຜົນ ຄັ້ງທີ 3 ແລະ ມອບ-ຮັບ ໂຄງການ ບໍາບັດນໍ້າເປື້ອນ ແບບແຜ່ຂະຫຍາຍ ຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS, ທີ່ ໂຮງແຮມ ແລນມາກ (ນະຄອນຫຼວງວຽງຈັນ) ໂດຍການເປັນປະທານຂອງ ທ່ານ ສົມປອງ ສິດທິວົງ ຫົວໜ້າ ກົມນໍ້າປະປາ ກະຊວງ ຍທຂ, ທ່ານ ໂນລິຍູກິ ອີໂຕະ (Mr. Noriyuki ITO) ຮອງຫົວໜ້າ ອົງການ JICA ປະຈໍາ ສປປ ລາວ, ບັນດາທ່ານຈາກ ຫ້ອງການ, ກົມ, ສະຖາບັນ ແລະ ກອງວິຊາການ ອ້ອມຂ້າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບັນດາ ທ່ານ ຜູ້ຕາງໜ້າຈາກ ກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ກໍ່ໃຫ້ກຽດເຂົ້າຮ່ວມ

 ທ່ານນາງ ປອ ໄຊສະຫວັນ ພົງສະຫວັນ ຫົວໜ້າໂຄງການໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບໂຄງການບຳບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫລາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ຢູ່ສູນອາຫານ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ກໍຄືອົງການ JICA ເຊິ່ງເປັນໂຄງການຕົວແບບໃນການຈັດຕັ້ງປະຕິບັດ ການບຳບັດນໍ້າເປື້ອນ ໂດຍນໍາໃຊ້ວັດສະດຸ ອຸປະກອນທີ່ເຮັດຈາກວັດສະດຸຍ່ອຍສະຫຼາຍ (KIDS) ໃນ ສປປລາວ. ໄລຍະການຈັດຕັ້ງປະຕິບັດ ແຕ່ເດືອນ ທັນວາ 2019 ຫາ ເດືອນ ມິຖຸນາ 2024 (ລວມໄລຍະເວລາທັງໝົດ 04 ປີ 05 ເດືອນ) ລວມມູນຄ່າທັງໝົດ 100.000.000 Yen (ໜຶ່ງຮ້ອຍ ລ້ານ ເຢັນ) ຫຼື ປະມານ 765,000 ໂດລາສະຫະລັດ.

ຈຸດປະສົງ ຂອງໂຄງການ

ແມ່ນເພື່ອ ກະກຽມແຜນພັດທະນາທຸລະກິດຂອງ ການບຳບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫລາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ໂດຍຜ່ານການທົດລອງດໍາເນີນງານ ແລະ ການເຜີຍແຜ່ ກິດຈະກໍາ ໃນ ສປປ ລາວ.  

ໂຄງການຍັງໄດ້ປະກອບສ່ວນ ເຂົ້າ ໃນເປົ້າໝາຍພັດທະນາ ແບບຍືນຍົງ (SDG) ທີ່ 6, ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສໍາລັບໝົດທຸກຄົນ ໂດຍສະເພາະ SDG 6.3: ພາຍໃນປີ 2030 ປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນ ມົນລະພິດ, ກໍາຈັດການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຫຼຸດຜ່ອນການປ່ອຍສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍ, ຫຼຸດຜ່ອນປະລິມານນໍ້າເປື້ອນທີ່ບໍ່ໄດ້ຮັບການບຳບັດ ໃຫ້ໄດ້ເຄິ່ງໜຶ່ງ ແລະ ເພີ່ມທະວີການນຳນໍ້າທີ່ໃຊ້ແລ້ວ ກັບມາໃຊ້ຄືນໃໝ່ຢ່າງປອດໄພ ໃຫ້ຫຼາຍຂຶ້ນໃນທົ່ວໂລກ.

ເປົ້າໝາຍຂອງໂຄງການ

-    ເພື່ອພິສູດຄວາມເໝາະສົມ ແລະ ປະສິດທິຜົນຂອງລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS;

-    ການສ້າງຄວາມເຂັ້ມແຂງໃຫ້ແກ່ກົມນໍ້າປະປາ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການນໍາໃຊ້ ແລະ ສ້ອມແປງ ລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS;

-    ເພື່ອກະກຽມແຜນພັດທະນາທຸລະກິດ ຂອງລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS ໂດຍ ຜ່ານມາດຕະຖານເຕັກນິກ, ຄະນະກໍາມະການຕັດສິນ, ການປະຊຸມສໍາມະນາດ້ານວິຊາການ ແລະ ການລົງເບີ່ງຕົວຈິງພາກສະໜາມ.

ຂອບເຂດ ແລະ ໜ້າວຽກຂອງໂຄງການ

ຂອບເຂດຂອງໂຄງການແມ່ນ ຈະສັງລວມເອົານໍ້າເປື້ອນຈາກ ສູນອາຫານ ແລະ ຕຶກອາຄານຮຽນ ຂອງຄະນະວິທະຍາສາດທຳມະຊາດ ເຊິ່ງໃນນີ້ໄດ້ມີອ່າງບໍາບັດນໍ້າເປື້ອນຈຳນວນໜື່ງອ່າງ ມີຄວາມອາດສາມາດບໍາບັດນໍ້າເປື້ອນໄດ້ 30 ແມັດກ້ອນ/ມື້ ການກໍ່ສ້າງລະບົບອ່າງບຳບັດນໍ້າເປື້ອນ ພ້ອມຕິດຕັ້ງລະບົບທໍ່, ອ່າງຕົກຕະກອນ, ອ່າງບຳບັດໂດຍໄດ້ຕິດຕັ້ງວັດສະດຸຈຸລິນຊີຍ່ອຍສະຫຼາຍ ມີເດຍ KIDS ແລະ ລະບົບໄຟຟ້າແສງອາທິດ. 

ສໍາລັບການປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 06  ທີ່ອົງການສະຫະປະຊາຊາດໄດ້ລະບຸໄວ້ ໂດຍສະເພາະແມ່ນ SDG 6.3: ພາຍໃນປີ 2030 ຕ້ອງປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນມົນລະພິດ ແລະ ອື່ນໆ ພ້ອມດຽວກັນນັ້ນ   ແມ່ນຫຼຸດຜ່ອນປະລິມານນໍ້າເສຍທີ່ບໍ່ໄດ້ຮັບການບໍາບັດໃຫ້ໄດ້ 50%.

ໂດຍອີງຕາມ ວິໄສຮອດປີ 2035, ຍຸດທະສາດການພັດທະນາຂະແໜງນໍ້າປະປາ ແລະ ສຸຂາພິບານ ໄລຍະ 09 ປີ       (2022-2030) ແລະ ແຜນພັດທະນາ ໄລຍະ 04 ປີ (2022-2025).

ໂຄງການ ບໍາບັດນໍ້າເປື້ອນເປື້ອນ ແບບແຜ່ຂະຫຍາຍ ຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ເປັນໂຄງການຮ່ວມມື ລະຫວ່າງ ກົມນໍ້າປະປ, ອົງການ JICA ແລະ ບໍລິສັດ Accrete Co., Ltd. (ປະເທດ ຍີ່ປຸ່ນ), ໂດຍມີ ບໍລິສັດ Nihon Suido Consultants Co., Ltd. ເປັນບໍລິສັດ ທີ່ປຶກສາ, ມີລາຍລະອຽດ ໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແຕ່ເລີ່ມຕົ້ນ ເຖິງ ປະຈຸບັນ ດັ່ງນີ້:

-    ສໍາເລັດ ການເຊັນບົດບັນທຶກ ການປຶກສາຫາລື (MOM) ຄັ້ງວັນທີ 31 ກໍລະກົດ 2019.

-    ສໍາເລັດ ການກໍ່ສ້າງ ຄັ້ງວັນທີ 29 ກຸມພາ 2023.

-    ສໍາເລັດ ການຈັດພິທີເປີດໂຄງການ ຢ່າງເປັນທາງການ ຄັ້ງວັນທີ 30 ມີນາ 2023.

-    ສໍາເລັດ ກອງປະຊຸມ ປະເມີນຜົນໂຄງການ ຄັ້ງທີ 1, ຄັ້ງວັນທີ 30 ສິງຫາ 2023.

-    ສໍາເລັດ ກອງປະຊຸມ ປະເມີນຜົນໂຄງການ ຄັ້ງທີ 2, ຄັ້ງວັນທີ 17 ມັງກອນ 2024.

-    ສໍາລັບ ກອງປະຊຸມ ປະເມີນຜົນໂຄງການ ຄັ້ງທີ 3 ນີ້, ຈະເປັນການປະເມີນຜົນໂຄງການ ຄັ້ງສຸດທ້າຍ ແລະ ມອບ-ຮັບ ໂຄງການ ຢ່າງເປັນທາງການ.

ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ເປັນຜູ້ຈັດຕັ້ງປະຕິບັດໂຄງກາຕ່າງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ສປປ ລາວ ແລະ ມະຫາວິທະຍາໄລແຫ່ງຊາດ, ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນ ປະເທດ ຍີ່ປຸ່ນ ກໍຄື ອົງການ JICA ແລະ ບໍລິສັດ Accrete Co., Ltd. ທີ່ໄດ້ໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ໃນການພັດທະນາ ລະບົບບໍາບັດນໍ້າເປື້ອນ ແບບແຜ່ຂະຫຍາຍ ຈຸລິນຊີຍ່ອຍສະຫຼາຍ ໂດຍນໍ້າໃຊ້ວັດສະດຸມີເດຍ KIDS, ຊຶ່ງໂຄງການດັ່ງກ່າວນີ້ ເປັນໂຄງການຕົວແບບ ໃນ ສປປ ລາວ ແລະ ກິດຈະກຳຂອງໂຄງການດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກຳ ຂອງໂຄງການທັງໝົດ ທີ່ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ.

ການຊ່ວຍເຫຼືອ ຈາກລັດຖະບານ ຍີ່ປຸ່ນ ບໍ່ພຽງແຕ່ເປັນການສະໜອງສິ່ງອໍານວຍຄວາມສະດວກ ສໍາລັບການກໍ່ສ້າງ, ຂະຫຍາຍ ແລະ ປັບປຸງ ພື້ນຖານໂຄງລ່າງເທົ່ານັ້ນ, ແຕ່ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການນໍາອີກດ້ວຍ, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາປະຕິບັດງານ ຢູ່ ສປປ ລາວ ນໍາອີກ, ຊຶ່ງການຊ່ວຍເຫຼືອທັງໝົດທີ່ກ່າວມານີ້ ລ້ວນແຕ່ມີຄວາມໝາຍ ແລະ ຄວາມສໍາຄັນ ອັນລໍ້າຄ່າສູງສຸດ ຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ເພາະວ່າ ບັນດາໂຄງການເຫຼົ່ານີ້ ລ້ວນແຕ່ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ການພັດທະນາ ແລະ ຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ນັບມື້ນັບດີຂຶ້ນ ເທື່ອລະກ້າວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250