ຂ່າວພາຍໃນກະຊວງ

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ຕ້ອນຮັບການເຂົົ້າຢ້ຽມອໍາລາຂອງ ທ່ານ ໂຄ ບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດ ຢີ່ປຸ່ນ ປະຈໍາ ສປປ ລາວ

2024-05-15 - Sayphone


ໃນຕອນບ່າຍຂອງວັນພຸດ ວັນທີ 15 ພຶດສະພາ 2024 ເວລາ 13:30 ໂມງ, ທ່ານ ງາມປະສົງ ເມືອງມະນີ(H.E. Mr. Ngampasong Muongmany), ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົົ່ງ ໄດ້ຕ້ອນຮັບການເຂົົ້າຢ້ຽມອໍາລາ ຂອງ ທ່ານ ໂຄບາຢາຊິ ເຄນອິຈິ (H.E. Mr. KOBAYASHI Kenichi), ເອກອັກຄະລັດຖະທູດ ຢີ່ປຸ່ນ ປະຈໍາ ສປປ ລາວ.


ໃນໂອກາດທ່ານໄດ້ສໍາເລັດການປະຕິບັດໜ້າທີີ່ການທູດ ຢູຸ່ ສປປ ລາວ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີີ່ການທູດ ຢູຸ່ ສປປ ລາວ ໃນໄລຍະຜ່ານມາ, ເຊິີ່ງທ່ານທູດໄດ້ເຄືີ່ອນໄຫວຢ່າງຕັ້ງໜ້າ ໃນການປະກອບສ່ວນສໍາຄັນເຂົົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຮ່ວມມື ລາວ-ຢີ່ປຸ່ນ ໃຫ້ນັບມືໄດ້ຮັບການພັດທະນາ ແລະ ມີໝາກຜົນ ຕົວຈິງຫຼາຍຂື້ນ. ນອກນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານຢີ່ປຸ່ນ ທີີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.


ທ່ານ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການໃຫ້ຄວາມຮ່ວມມືຊ່ວຍເຫຼືອຕະຫຼອດໄລຍະເວລາປະຕິບັດໜ້າທີີ່ການທູດຢູຸ່ ສປປ ລາວ ດ້ວຍຜົນສໍາເລັດ ອັນຈົບງາມ; ຕີລາຄາສູງຕໍ່ສາຍພົວພັນ ລະຫວ່າງສອງປະເທດ ລາວ-ຍີີ່ປຸ່ນ ກໍ່ຄືປະຊາຊົນສອງຊາດ ລາວ-ຢີ່ປຸ່ນ ໃຫ້ນັບມື້ໄດ້ຮັບການພັດທະນາຍິີ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໄດ້ຖືໂອກາດ ດັ່ງກ່າວສະແດງຄວາມຂອບໃຈຕໍ່ລັດຖະບານຢີ່ປຸ່ນ ທີີ່ຍາມໃດກໍ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ຄື ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໃນຂະແໜງການຕ່າງໆ ເປັນຕົົ້ນ: ຂະແໜງຂົວທາງ, ຂະແໜງຂົນສົົ່ງ, ຂະແໜງການບິນພົນລະເຮືອນ, ຂະແໜງນໍ້າປະປາ, ຂະແໜງເຄຫາ-ຜັງເມືອງ. ໃນປີ 2022 ລັດຖະບານຢີ່່ປຸ່ນ ຍັງໃຫ້ການສະໜັບສະໜູນທຶນຊ່ວຍເຫືຼອ ອຸປະກອນກົນຈັກສ້ອມແປງທາງ ໃນມູນຄ່າ ປະມານ 800 ລ້ານເຢັນ ແລະ ໃນປີ 2024 ໄດ້ສຶບຕໍ່ສະໜັບສະໜູນ ທຶນຊ່ວຍເຫຼືອລ້າ ອຸປະກອນກົນ ຈັກສ້ອມແປງທາງ ໄລຍະ 2 ໃນມູນຄ່າທັງໝົດປະມານ 1.500 ລ້ານເຢັນ. ນອກຈາກນັ້ນ, ຍັງຊ່ວຍ ອຸປະກອນການບິນ 1.000 ລ້ານເຢັນ ແລະ ລົດເມຈໍານວນຫຼວງຫຼາຍໃນແຕ່ລະໄລຍະ.

ມາຮອດປະຈຸບັນນີ້, ລັດຖະບານຢີ່ປຸ່ນ ຍັງໄດ້ສຶບຕໍ່ສະໜັບສະໜູນ ການຮ່ວມມືກັບກະຊວງ ໂຍທາທິການ ແລະ ຂົນສົົ່ງ ໃນຫຼາຍຂະແໜງ ການ ເປັນຕົົ້ນ ທາງດ້ານໂຄງລ່າງພື້ນຖານ, ການພັດທະນາ ບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ ຂະແໜງ ໂຍທາທິການ ແລະ ຂົນສົົ່ງ.








ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250