ຂ່າວພາຍໃນກະຊວງ

ພິທີເຊັນສັນຍາ ວຽກກໍ່ສ້າງລະບົບນໍ້າປະປາ, ກຸ່ມບ້ານ ໂພນໄຊ, ເມືອງຫຼາ ແລະ ບ້ານມູຕື່ນ, ເມືອງນາໝໍ້ ແຂວງ ອຸດົມໄຊ (ເລກທີສັນຍາ C1/W/22) ຂອງໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ

2024-05-02 - Xaiya

ພິທີເຊັນສັນຍາ

ວຽກກໍ່ສ້າງລະບົບນໍ້າປະປາ, ກຸ່ມບ້ານ ໂພນໄຊ, ເມືອງຫຼາ ແລະ ບ້ານມູຕື່ນ, ເມືອງນາໝໍ້ ແຂວງ ອຸດົມໄຊ (ເລກທີສັນຍາ C1/W/22)

ຂອງໂຄງການຂະຫຍາຍ ນໍ້າປະ​ປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ

 

ໃນຕອນແລງຂອງວັນທີ 2 ເດືອນ ພຶດສະພາ 2024ທີ່ໂຮງແຮມ ໂດໂຍ ໄດ້ຈັດພິທີເຊັນສັນຍາ ວຽກກໍ່ສ້າງລະບົບນ້ຳປະປາ ໂດຍການເຂົ້າຮ່ວມຂອງ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ສະເຫຼືມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງ, ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ, ທ່ານ ອຸພອນ ມຶງບຸຜາ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການແລະການລົງທຶນແຂວງອຸດົມໄຊ, ທ່ານ ຈັນດາວົງ ສຸດທິທຳ ຜູ້ອຳນວນການ ບໍລິສັດຢູນິເທັກ ຈຳກັດ ແລະ ພະນັກນັກທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ, ພາຍຫລັງທ່ານຈັນເທພາ ຂັດຕິຍະວົງ ຫົວໜ້າໂຄງການໄດ້ລາຍງານກ່ຽວກັບ ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ແມ່ນໂຄງ ການໜຶ່ງ ຊຶ່ງໄດ້ຮັບເງິນກູ້ຢືມ ຈາກທະນາຄານໂລກ (ເຊັນສັນຍາ ວັນທີ 09 ພຶດສະພາ 2019, ເລກທີສັນຍາ Credit No. 6375-LA), ມີ 2 ກະຊວງຈັດຕັ້ງປະຕິບັດຮ່ວມກັນ, ໂດຍມີກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຂະແໜງການຫຼັກ ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຄູ່ຮ່ວມພັດທະນາ, ມີມູນຄ່າລວມທັງໝົດ 18 ລ້ານ ເອັດດີອາຣ໌ ຫຼື ທຽບເທົ່າ 25 ລ້ານໂດລາສະຫະລັດ, ຈັດຕັ້ງປະຕິບັດຢູ່ 12 ເມືອງ ຂອງ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ເມືອງໃໝ່, ເມືອງຂວາ, ເມືອງສໍາພັນ ແລະ ເມືອງບຸນໃຕ້ (ແຂວງຜົ້ງສາລີ), ເມືອງຫຼາ ແລະ ເມືອງນາໝໍ້ (ແຂວງອຸດົມໄຊ), ເມືອງຫົວເມືອງ, ເມືອງຊໍາໃຕ້, ເມືອງກວັນ ແລະ ເມືອງຊ່ອນ (ແຂວງຫົວພັນ) ແລະ ເມືອງຄໍາ ແລະ ເມືອງໜອງແຮດ (ແຂວງຊຽງຂວາງ).

ຈຸດປະສົງຂອງໂຄງການ ແມ່ນເພື່ອ​ເຂົ້າ​ເຖິງ​ການ​ສະ​ໜອງ​ນ້ຳ​ ທີ່​ສະ​ອາດ ແລະ ປອດ​ໄພ; ສຸ​ຂາ​ພິ​ບານ ແລະ ການ​ບໍ​ລິ​ການດ້ານ​​ອະ​ນາ​ໄມ ​ໃນ​ພື້ນ​ທີ່​ເປົ້າ​ໝາຍໂຄງ​ການ, ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ໃ​ນ​ການ​ປັບ​ປຸງ​​ການ​ບໍ​ລິ​ການ ໃຫ້ມີ​ຄວາມ​ຍືນ​ຍົງ ຊຶ່ງມີ 4 ອົງປະກອບຄື:

-   ອົງປະກອບທີ 1 : ກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ, ກໍ່ສ້າງ-ປັບປຸງ ລະບົບນໍ້າຊຸມຊົນ (ນໍ້າລິນ) ແລະ ສຸຂາພິບານ ແບບຍືນຍົງ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 2 : ຊຸກຍູ້ຊຸມຊົນ ໃນການສົ່ງເສີມແບບຍືນຍົງ ກ່ຽວກັບການນຳໃຊ້ ນໍ້າ, ສຸຂາພິບານ ແລະ ອະນາໄມ (ກະຊວງ ສາທາລະນະສຸກ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 3 : ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ການພັດທະນາຂະແໜງການ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 4: ກໍລະນີເກີດໄພພິບັດ ທີ່ລັດຖະບານ ອອກຖະແຫຼງການ (ທັງ 2 ກະຊວງ ຮັບຜິດຊອບຮ່ວມກັນ).

·      ໃນປັດຈຸບັນນີ້ ພາຍໃນແຂວງອຸດົມໄຊ, ໂຄງການໄດ້ສຳເລັດການກໍ່ສ້າງ-ປັບປຸງ ຫ້ອງນຳ້-ອ່າງລ້າງມື ຢູ່ໃນ ໂຮງຮຽນ ແລະ ໂຮງໝໍນ້ອຍ (ສຸກສາລາ) ທັງໝົດ 24 ແຫ່ງ ໃນຈຳນວນ 15 ບ້ານ ຂອງເມືອງຫຼາ ແລະ ເມືອງນາໝໍ້. ສຳລັບວຽກງານນຳ້ປະປາ ແມ່ນສໍາເລັດຂະບວນການປະມູນ ຄັດເລືອກເອົາ ບໍລິສັດຮັບເໝົາ ກໍ່ສ້າງລະບົບນໍ້າປະປາ, ກຸ່ມບ້ານ ໂພນໄຊ, ເມືອງຫຼາ ແລະ ບ້ານມູຕື່ນ, ເມືອງນາໝໍ້ ແຂວງ ອຸດົມໄຊ (ເລກທີສັນຍາ C1/W/22), ຊຶ່ງຈະໄດ້ເຊັນສັນຍາ ໃນວັນນີ້ ຊຶ່ງກໍ່ຄື ວັນທີ 02 ພຶດສະພາ 2024, ທີ່ ນະຄອນຫຼວງວຽງຈັນ.

·      ສຳລັບ ລະບົບນ້ຳປະປາກຸ່ມບ້ານມູຕື່ນ ເມືອງນາໝໍ້ ສາມາດສະໜອງນ້ຳໃຫ້ແກ່ປະຊາຊົນຈຳນວນ 158 ຄົວເຮືອນ ລວມມີ 906 ຄົນ ຊຶ່ງໃນນັ້ນ 99% ແມ່ນຊົນເຜົ່າອາຄ່າ. ໂຮງງານບຳບັດນ້ຳໄດ້ຖືກອອກແບບເພື່ອຮອງຮັບການນຳໃຊ້ນ້ຳ ຂອງປະຊາກອນທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ອີກ 15 ປີ ໃນປະລິມານ 133ມ3/ວັນ ໃນປີ 2039 ແລະ ລະບົບການແຈກຢາຍນ້ຳແມ່ນ 20 ປີ. ໃນນັ້ນ ຈະມີການຕິດຕັ້ງຖັງນ້ຳຊະນິດໃສ ງ່າຍຕໍ່ການເບິ່ງເຫັນ ທີ່ບັນຈຸນ້ຳໄດ້ 45ມ3 ແລະ ຈະມີຈຸດການແຈກຢາຍນ້ຳໃໝ່ ຈຳນວນ 156 ຈຸດ.

·      ລະບົບນ້ຳປະປາກຸ່ມບ້ານໂພນໄຊ ເມືອງຫຼາ ຈະສະໜອງນ້ຳໃຫ້ແກ່ 2 ບ້ານຕົ້ນຕໍ ຄື: ບ້ານໂພນໄຊ ແລະ ບ້ານສາມັກຄີໄຊ ມີປະຊາຊົນຈຳນວນ 332 ຄົວເຮືອນ ລວມມີ 1,152 ຄົນ ຊຶ່ງໃນນັ້ນ 99% ແມ່ນຊົນເຜົ່າຂະມຸ. ປະຊາຊົນທີ່ໄດ້ຮັບການເຂົ້າເຖິງນ້ຳ ໃນປີ 2024 ມີປະມານ 1,233 ຄົນ. ອີງຕາມການເຕີບໂຕຂອງປະຊາກອນ ຈຳນວນ 2% ຕໍ່ປີ ຄວາມຕ້ອງການນ້ຳໃນປີ 2039 ແມ່ນ 150ມ3/ວັນ ແລະ ລະບົບການແຈກຢາຍນ້ຳແມ່ນ 20 ປີ. ໃນນັ້ນ ຈະມີການຕິດຕັ້ງຖັງນ້ຳຊະນິດໃສ ງ່າຍຕໍ່ການເບິ່ງເຫັນ ທີ່ບັນຈຸນ້ຳໄດ້ 50ມ3 ແລະ ຈະມີຈຸດການແຈກຢາຍນ້ຳໃໝ່ ຈຳນວນ 227 ຈຸດ (144 ຈຸດ ຢູ່ບ້ານສາມັກຄີໄຊ ແລະ 83 ຈຸດ ຢູ່ບ້ານໂພນໄຊ).

·      ບັນດາປະຊາຊົນໃນເຂດດັ່ງກ່າວ ສາມາດສະເໜີຕໍ່ນ້ຳໃຊ້ ໃນລະຫວ່າງການກໍ່ສ້າງ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ຊຶ່ງກໍ່ເພື່ອຊ່ວຍປະຊາຊົນ ໃຫ້ໄດ້ນຳໃຊ້ນ້ຳທີ່ປອດໄພ. ນອກນັ້ນ, ທາງໂຄງການກໍ່ມີແຜນການລົງເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ຜົນປະໂຫຍດຂອງການຕໍ່ນ້ຳໃຊ້ ໃຫ້ແກ່ປະຊາຊົນ.

·      ຜ່ານການປະມູນ ການກໍ່ສ້າງລະບົບນ້ຳປະປາກຸ່ມບ້ານ ຂອງ ເມືອງຫຼາ ແລະ ນາໝໍ້ ແຂວງອຸດົມໄຊ ຊຶ່ງເລີ່ມປະກາດແຕ່ວັນທີ 16 ຕຸລາ 2023 ຫາວັນທີ 22 ພະຈິກ 2022 ໃນເວັບໄຊ້ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ໜັງສືແຈ້ງລົງໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທາມ (VientianeTime), ເຊິ່ງມີບໍລິສັດ ທີ່ມີຄວາມສົນໃຈເຂົ້າມາລົງ ທະບຽນ ແລະ ຮັບເອົາເອກະສານປະມູນທັງໝົດ 22 ບໍລິສັດ.

·      ໃນວັນທີ 30 ຕຸລາ 2023 ໄດ້ຈັດກອງປະຊຸມກ່ອນການຍື່ນຊອງປະມູນຂຶ້ນ.

·      ໃນວັນທີ 22 ພະຈິກ 2023 ເວລາ 14 ໂມງ 00 ເປັນວັນ ແລະ ເວລາປິດຮັບເອກະສານປະມູນແບບເປີດກວ້າງ, ເຊິ່ງປະກອບມີ 1 ສະບັບຕົ້ນ ແລະ 3 ສະບັບສຳເນົາ, ໂດຍຮູບແບບການເປີດຊອງ ຂັ້ນຕອນດຽວ ຊອງດຽວ ໂດຍໄດ້ບັນທຶກມູນຄ່າທີ່ອ່ານອອກສຽງຈາກຊອງປະມູນ ແລະ ມີຕາງໜ້າບໍລິສັດ ຜູ້ປະມູນເຂົ້້າຮ່ວມ ສົ່ງຊອງການປະມູນທັງໝົດ 11 ບໍລິສັດ.

·      ຜ່ານການຕີລາຄາປະເມີນຜົນ ຂອງຄະນະກຳມະການປະມູນ, ບໍລິສັດ ຢູນິກເທັກ ຈຳກັດຜູ້ດຽວ ແລະ ບໍລິສັດ ລົງທຶນ ແລະ ພັດທະນາ ເທັກໂນໂລຊີ (JV) ມີເງື່ອນໄຂຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ, ຊຶ່ງໄດ້ຖືກຮັບຮອງ ເປັນບໍລິສັດທີ່ຊະນະການປະມູນ ກໍ່ສ້າງລະບົບນໍ້າປະປາ, ກຸ່ມບ້ານໂພນໄຊ, ເມືອງຫຼາ ແລະ ບ້ານມູຕື່ນ, ເມືອງນາໝໍ້ ແຂວງອຸດົມໄຊ ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ ............../ຍທຂ, ລົງວັນທີ ..................ວ່າດ້ວຍ ການອະນຸມັດ ແລະ ຮັບຮອງເອົາ ຜູ້ຊະນະການປະມູນການກໍ່ສ້າງ ລະບົບນຳ້ປະປາກຸ່ມບ້ານ ຢູ່ເມືອງຫຼາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ, ສັນຍາ (C1/W/22) ຊຶ່ງມີມູນຄ່າ 851,314.68 ໂດລາສະຫະລັດ (ແປດແສນຫ້າສິບເອັດພັນ ສາມຮ້ອຍສິບສີ່ ໂດລາສະຫະລັດ ຫົກສິບແປດເຊັນ). ມູນຄ່າດັ່ງກ່າວ ລວມອາກອນມູນຄ່າເພີ່ມ 10% ແລະ ຄ່າຈົດທະບຽນສັນຍາຕ່າງໆ ຊຶ່ງມີໄລຍະການຈັດຕັ້ງປະຕິບັດສັນຍາ ຈຳນວນ 10 ເດືອນ.

ໃນຂໍ້ຕົກລົງດັ່ງກ່າວນີ້ ແມ່ນມອບສິດໃຫ້ ຫົວໜ້າກົມນ້ຳປະປາ ເປັນຜູ້ເຊັນສັນຍາ ກັບ ບໍລິສັດ ຢູນິກເທັກ ຈຳກັດຜູ້ດຽວ ແລະ ບໍລິສັດ ລົງທຶນ ແລະ ພັດທະນາ ເທັກໂນໂລຊີ (JV) ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໄວ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250