ຂ່າວພາຍໃນກະຊວງ

ພິທີເຊັນສັນຍາການສະໜອງ ແລະ ຕິດຕັ້ງ ລະບົບຂົນສົ່ງ ອັດສະລິຍະ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ

2023-09-29 - Xaiya

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2023 ໄດ້ມີພິທີເຊັນສັນຍາການສະໜອງ ແລະ ຕິດຕັ້ງ ລະບົບຂົນສົ່ງ ອັດສະລິຍະ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ລະຫວ່າງ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດຊິງເຕົາ ໄຮເຊັນສ ທຣານສ໌ເທັກ ຈຳກັດ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນໝາກ ໂດຍມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ,  ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງ ຍທຂ ແລະ ທ່ານ ດຣ ບຸນຕາ ອ່ອນນະວົງ ຫົວໜ້າກົມຂົນສົ່ງ ແລະ ຮອງກົມ,ພະແນກທີ່ກ່ຽວກໍ່ເຂົ້າຮ່ວມ.

ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 25844/ຍທຂ ລົງວັນທີ 25/09/2023 ວ່າດ້ວຍການຮັບຮອງເອົາຜູ້ຊະນະການປະມູນການສະໜອງ ແລະ ຕິດຕັ້ງ ລະບົບຂົນສົ່ງ ອັດສະລິຍະ ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ, ໂດຍນໍາໃຊ້ທຶນກູ້ຢືມຈາກຈາກທະນາຄານພັດທະນາອາຊີ (ADB) ແລະ ກອງທຶນສິ່ງແວດລ້ອມໂລກ (GEF).

ສຳລັບໄລຍະເວລາກໍ່ສ້າງທັງໝົດ 12 ເດືອນ ຄາດວ່າຈະໃຫ້ສຳເລັດ ແລະ ມອບວຽກໃນເດືອນ ຕຸລາ 2024 ບໍລິສັດຊິງເຕົາ ໄຮເຊັນສ ທຣານສ໌ເທັກ ຈຳກັດ ມູນຄ່າ 5.504.576,15 ໂດລາສະຫະລັດ. ນອກຈາກນີ້ຍັງມີ 4 ສັນຍາກໍ່ສ້າງທີ່ຍັງເຫຼືອໂຄງການກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງຄື: 1. ສັນຍາ CW1A ກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນເຈົ້າຟ້າງຸ່ມ ຜ່ານຕະຫຼາດເຊົ້າຫາສວນປະຕູໄຊ; 2) ສັນຍາ CW1B ກໍ່ສ້າງເລນລົດເມ BRT ແລະ ສະຖານີຂື້ນ-ລົງ ແຕ່ສວນປະຕູໄຊຫາມະຫາວິທະຍາໄລແຫ່ງຊາດດົງໂດກ; 3) ສັນຍາ CW1C ກໍ່ສ້າງອູ່ລົດເມ (ກາລາ) ສູນບຳລຸງຮັກສາ ສູນບັນຊາລົດເມ BRT ແລະ 4) ສັນຍາ CW1E ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250