ຂ່າວພາຍໃນກະຊວງ

ພິທີເຊັນສັນຍາ ກໍ່ສ້າງທາງ ອ້ອມຮອບສະຖານີລົດເມດ່ວນ (BRT)ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ

2023-09-29 - Xaiya

ໃນຕອນແລງຂອງວັນທີ່ 28 ກັນຍາ 2023 ທີ່ຫ້ອງປະຊຸມໃຫຍ່ກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດພິທີເຊັນສັນຍາ ກໍ່ສ້າງທາງ ອ້ອມຮອບສະຖານີລົດເມດ່ວນ (BRT)ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ    ນຳໃຊ້ທຶນກູ້ຢືມ ຈາກທະນາຄານພັດທະນາອາຊີ ແລະ ກອງທຶນສິ່ງແວດລ້ອມໂລກ ລະຫວ່າງ ກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ລັດວິສາຫະກິດ ກໍ່ສ້າງ ເລກ 8 ຈຳກັດ ແລະ ບໍລິສັດ ໄຕ ເຈືອງ ເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ.

ໃຫ້ກຽດເຂົ້າໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ບັນດາທ່ານຫົວໜ້າກົມ-ຮອງກົມ, ຫົວໜ້າ-ຮອງພະແນກ, ທ່ານ ວັນທອງ ອິນທະວົງ ຕາງໜ້າ ຫ້ອງການ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ທ່ານ ປະທານບໍລິສັດ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ໄຕເຈືອງເຊິ່ນ ກໍ່ສ້າງ ຈຳກັດຜູ້ດຽວ

- ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 25844/ຍທຂ, ລົງວັນທີ 25/09/2023 ວ່າດ້ວຍ ການຮັບຮອງເອົາຜູ້ຊະນະການປະມູນ ກໍ່ສ້າງທາງຮ່ອມ4ເສັ້ນທາງໃນຂອບເຂດເມືອງຈັນທະບູລີພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ.

Ø ຈຸດປະສົງ ການເຊັນສັນຍາວຽກກໍ່ສ້າງທາງຮ່ອມ4ເສັ້ນທາງ ຢູ່ເຂດເມືອງຈັນທະບູລີ ໂດຍນຳໃຊ້ທຶນກູ້ຢືມຈາກຈາກທະນາຄານພັດທະນາອາຊີ (ADB) ແລະ ກອງທຶນສິ່ງແວດລ້ອມໂລກ (GEF) ລະຫວ່າງ ກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ຊິງເຕົາ ໄຮເຊັນ ທຣານສ໌ເທັກ ຈຳກັດ ມູນຄ່າສັນຍາ 3.487.742ໂດລາສະຫະລັດ ແລະ 16 ເຊັນ.

ໂຄງການກໍ່ສ້າງທາງຮ່ອມ 4 ເສັ້ນທາງ ລວມມີ ຖະໜົນເຈົ້າອານຸ ທິດເໜືອ-ໃຕ້ (2), ຖະໜົນແຫ່ງບຸນ ແລະ ຖະໜົນ ຫັດສະດີ ໃກ້ຕະຫຼາດເຊົ້າມໍ (ເອົາສະໄລ້ຂຶ້ນໂຊ), ໜ້າທາງປູດ້ວຍຄອນກຣີດເສີມເຫຼັກ ແລະ ຢາງອາດສະຟານ. ໜ້າທາງກວ້າງ 5,7 – 8,8 ແມັດ. ໄລຍະທາງ 1.065 ແມັດ.

ໜ້າວຽກຫຼັກແມ່ນກໍ່ສ້າງໜ້າທາງ, ປັບປຸງທາງຍ່າງ, ວາງສາຍໄຟແລະສາຍໂທລະຄົມລົງພື້ນດິນ, ຕົກແຕ່ງດ້ວຍຕົ້ນໄມ້, ຕັ່ງນັ່ງ, ຫຼັກ Ballard, ຕີເສັ້ນຈະລາຈອນ, ຕິດຕັ້ງປ້າຍຈະລາຈອນ ແລະ ອື່ນໆ.

ໄລຍະເວລາກໍ່ສ້າງທັງໝົດ 12 ເດືອນ, ຄາດວ່າຈະໃຫ້ສຳເລັດ ແລະ ມອບວຽກໃນເດືອນ 10/2024.

ບໍລິສັດ ຮັບເໝົາ: ບໍລິສັດ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ບໍລິສັດ ໄຕ ເຈືອງ ເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ

ອີກ 4 ສັນຍາ ກໍ່ສ້າງ ທີ່ຍັງເຫຼືອນັ້ນ, ໂຄງການກຳລັງຂຸ້ນຂ້ຽວ ປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງ  ຄື:

1.     CW1A: ກໍ່ສ້າງ ເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນເຈົ້າຟ້າງູ່ມ ຜ່ານຕະຫລາດເຊົ້າ ຫາ ສວນປະຕູໄຊ: ຜ່ານຄະນະປະມູນໂຄງການ ຄັ້ງວັນທີ 22/09/2023, ຄາດວ່າ ຈະໄດ້ເຊັນສັນຍາໃນເດືອນ 10/2023.

2.     CW1B: ກໍ່ສ້າງ ເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນ ປະຕູໄຊ ຫາ ມະຫາວິທະຍາໄລ ແຫ່ງຊາດດົງໂດກ: ຜ່ານຄະນະປະມູນໂຄງການ ຄັ້ງວັນທີ 22/09/2023, ຄາດວ່າ ຈະໄດ້ເຊັນສັນຍາໃນເດືອນ 10/2023.

3.     CW1C: ກໍ່ສ້າງອູ່ລົດເມ (ກາລ່າ), ສູນບຳລຸງຮັກສາ, ສູນບັນຊາລົດເມ BRT. ນຳສົ່ງທະນາຄານ ADB ເພື່ອຂໍອະມນຸມັດເຫັນດີ (No Objection) ແລ້ວ.

4.     CW1E: ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ, ແພັກເກັດນີ້ ແມ່ນເລີ່ມປະມູນຄືນໃໝ່ ແລະ ໂຄງການກໍໄດ້ຈັດກອງປະຊຸມ pre-bid meeting ໃນຕອນເຊົ້າຂອງມື້ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມກົມຂົນສົ່ງ

ໄດ້ຮັບຜົນສຳເລັດຂະບວນການປະມຸນ ຈັດຫາເອົາຜູ້ຮັບເໝົາກໍ່ສ້າງທາງ ອ້ອມຮອບສະຖານີລົດ BRT ຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ທະນາຄານພັດທະນາອາຊີ ໃນວັນທີ 15/09/2023 ໂດຍແມ່ນ ບໍລິສັດ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ຈຳກັດ ແລະ ບໍລິສັດ ໄຕ ເຈືອງ ເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ Joint Venture ເປັນຜູ້ໄດ້ຮັບສັນຍາ ມຸນຄ່າ 3.487.742,16 ໂດລາສະຫະລັດ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250