ຂ່າວຕ່າງແຂວງ

ສະພາບການແກ້ໄຂວຽກສຸກເສີນຕາມເສັ້ນທາງຫລວງແຫ່ງຊາດຂອບເຂດແຂວງຜົ້ງສາລີ

2018-08-16 - Administrator

ຕາມການລາຍງານຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໃນຄັ້ງວັນທີ 14 ສິງຫາ 2018 ກ່ຽວກັບ ສະພາບການແກ້ໄຂວຽກສຸກເສີນຕາມເສັ້ນທາງຫລວງຂອບເຂດທົ່ວແຂວງຜົົ້ງສາລີ, ສຳຫລັບເສັ້ນທາງຫລວງແຫ່ງຊາດ ເລກທີ 1A (ບຸນເໜຶອ ຫາ ດ່ານລານຕຸ໋ຍ) ປະຈຸບັນຈຸດກິໂລແມັດ 79+800 ແມ່ນຖືກຕັດຂາດໂດຍສິ້ນເຊີງ, ຍານພາຫະນະບໍ່ສາມາດສັນຈອນໄປ-ມາແມ່ນມີຄວາມລຳບາກຫລາຍ. ສາເຫດທີ່ເຮັດໃຫ້ເສັ້ນທາງຖືກຕັດຂາດ ແມ່ນ ຍ້ອນພຶ້ນທີ່ດັ່ງກ່າວເປັນເຂດສູງຊັນ, ຊັ້ນດິນຍອງຢູ່ເທິງຊັ້ນພະລານຫີນໃຫຍ່ ບວກໃສ່ກັບມີນ້ຳລອດພື້ນ ແລະ ມີຝົນ ຕົກໜັກຕໍ່ເນື່ອງ ຈຶ່ງເຮັດໃຫ້ເສັ້ນທາງເຊາະເຈື່ອນລົງຂະໜາດໃຫຍ່ກໍ່ໃຫ້ເກີດມີທາງຂາດຍາວ: 60 ແມັດ, ເລິກປະມານ 30 ແມັດ. ມາຮອດປະຈຸບັນພະແນກ ຍທຂ ແຂວງ ໄດ້ສົມທົບກັບ ກົມຂົວທາງ ແລະ ອະນຸກຳມະການຂັ້ນແຂວງ ເພຶ່ອ ຫາວິທີການແກ້ໄຂ ແລະ ກຳລັງກໍ່ສ້າງທາງເວັ້ນຊົ່ວຄາວ, ຊຶ່ງຄາດວ່າ: ຕອນແລງວັນດຽວກັນ ປະເພດພາຫະນະລົດ ກະບະທີ່ມີໂຟວິນແມ່ນສາມາດສັນຈອນໄດ້, ໃນນີ້ເສັ້ນທາງເວັ້ນທີ່ກໍ່ສ້າງໃໝ່ແມ່ນຍັງມີຄວາມສ່ຽງຢູ່ເນື່ອງຈາກຮາກ ຖານຂອງທາງເວັ້ນບໍ່ມີສະຖຽນລະພາບ ບວກກັບຕະລິງທາງເບື້ອງເທິງທີ່ຕັດໃໝ່ມີຄວາມສູງຊັນຫລາຍ (ສູງ 53 ແມັດ). ສ່ວນລົດທົ່ວໄປແມ່ນຈະເປີດໃຫ້ສັນຈອນໄດ້ໃນວັນທີ 17 ສິງຫາ 2018.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250