ຂ່າວພາຍໃນກະຊວງ

ກອງປະຊຸມຄະນະຊີ້ນໍາໂຄງການນໍ້າປະປາ ແລະ ສຸຂາພິບານ

2023-08-22 - Xaiya

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2023 ກົມນ້ຳປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ,ໄດ້ເປີດກອງປະຊຸມຄະນະຊີ້ນຳໂຄງການນ້ຳປະປາ ແລະ ສຸກຂາພິບານເພື່ອນລາຍງານໜ້າວຽກ ແລະ ແຜນພັດທະນາ ໃຫ້ກຽດເປັນປະທານ ໂດຍ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ແລະ ມີບັນດາ ເຈົ້າແຂວງ,ຮອງເຈົ້າແຂວງ,ຫົວໜ້າກົມນ້ຳປະປາ,ຮອງກົມ,ຫົວໜ້າພະແນກ ຍທຂ ແຂວງ,ຫົວໜ້າພະແນກ ແຜນການແຂວງ ແລະ ບັນດາພະແນກໃນກະຊວງກໍ່ເຂົ້າຮ່ວມ

ອີງໃສ່ ວິ​ໄສ​ທັດ​ຮອດ​ປີ 2035, ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ວຽກງານ​ ນ້ຳ​ປ​ະ​ປາ ແລະ ສຸຂາພິບານ ໄລຍະ 9 ປີ 2022-2030 ແລະ ແຜນພັດ​ທະ​ນາ ໄລຍະ 4 ປີ 2022-2025 ໄດ້ກໍານົດໄວ້ ໃນ​ປີ 2025 ​ປະ​ຊາ​ຊົນ​ໃນ​ເຂດ​ພື້ນ​ທີ່​ຕົວ​ເມືອງ ຈະ​ຕ້ອງ​ໄດ້​ເຂົ້າ​ເຖິງ​ນ້ຳ​ປະ​ປາ​ທີ່​ສະ​ອາດ ແລະ ປອດ​ໄພ ໃຫ້​ໄດ້ 85% ແລະ 90% ໃນປີ 2030, ຮອດປະຈຸບັນ ການ​ເຂົ້າ​ເຖິງ​ນ້ຳ​ປະ​ປາ ທົ່ວ​ປະ​ເທດ ກວມ​ສະເລ່ຍໄດ້ພຽງ​ແຕ່ 26% ຂອງ​ປະ​ຊາ​ກອນ, ສະ​ເພາະ ເຂດ​ຕົວ​ເມືອງກໍ່ກວມ​ພຽງ​ແຕ່ 77,40% ເທົ່ານັ້ນ; ນັ້ນມັນໄດ້ກາຍເປັນສິ່ງທ້າທ້າຍໃຫ້ແກ່ປະເທດຂອງພວກເຮົາ ໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນງານດັ່ງກ່າວ;

ໂຄງການດັ່ງກ່າວນີ້ ກໍ່ເປັນໂຄງການໜຶ່ງທີ່ຊ່ວຍຕອບສະໜອງໃນການຈັດຕັ້ງປະຕິບັດແຜນງານທີ່ກ່າວມາຂ້າງເທິງນັ້ນ ໂດຍເປົ້າໝາຍຫຼັກ ຄື: ກໍ່ສ້າງ ແລະ ປັບປຸງ ລະບົບນໍ້າປະປາ ແລະ ວຽກງານສຸຂາພິບານ ໃຫ້ມີຄວາມຍືນຍົງ;

ຈຸດປະສົງຂອງກອງປະຊຸມໃນມື້ນີ້ ຈະໄດ້ຮັບຟັງການລາຍງານ:

1)     ນະໂຍບາຍລວມຂອງຂະແໜງນໍ້າປະປາ ແລະ ສຸຂາພິບານ (ວຽກຄຸ້ມຄອງໂຄງການ, ວຽກກວດກາ ແລະ ວຽກດັດສົມທຸລະກິດ)

2)    ຄວາມຄືບໜ້າຂອງໂຄງການມາຮອດປະຈຸບັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້

3)    ການນໍາສະເໜີແຜນໃນການກະກຽມໂຄງການໃໝ່ ແລະ ບັນດາເງື່ອນໄຂຕ່າງໆ.

4)    ຈາກນັ້ນ, ກໍ່ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຂອງການລາຍງານ.

ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ ຍັງໄດ້ລາຍງານຕໍ່ຄະນະຊີນຳວຽກງານໂຄງການຕື່ມເຖິງປະຫວດຄວາມເປັນມາ ໃນການຄຸມຄອງວຽກງານນໍ້າປະປາ ແລະ ສຸຂາພິບານແລະໜ້າທີ່ມະຫາພາກຂອງກົມນ້ຳປະປາຕໍ່ກັບວຽກງານພັດທະນາຂະແໜງ ນໍ້າປະປາ ແລະ ສຸຂາພິບານ ການພັດທະນາພື້ນຖານໂຄງລາງ ນໍ້າປະປາ ແລະ ສຸຂາພິບານ, ສະພາບລວມຂອງ ໂຄງການນໍ້າປະປາ ແລະ ສຸຂາພິບານ (ADB Loan 3041 & Grant 0604)

ກ່ຽວກັບ ຍທຂ

ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່

ຕິດຕໍ່

ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250