ຂ່າວພາຍໃນກະຊວງ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ ຍທຂ ປະຈຳ ປີ 2022

2023-03-22 - Sayphone


    ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2022 ຂຶ້ນໃນວັນທີ 21 ມີນາ 2023, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ, ໂດຍການເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກຮາກຖານ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

   ສະຫາຍ ງາມປະສົງ ເມືອງມະນີ ກ່າວວ່າ: ພັກເຮົາຍາມໃດກໍຖືສຳຄັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແມ່ນວຽກໜຶ່ງທີ່ເປັນວຽກງານຍຸດທະສາດຂອງພັກ, ເປັນປັດໄຈຕັດສິນຜົນໄດ້, ຜົນເສຍໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດແຕ່ລະໄລຍະ. ສຳລັບກະຊວງ ຍທຂ ໄດ້ເອົາໃຈໃສ່ວຽກງານດັ່ງກ່າວເປັນວຽກງານສໍາຄັນກ່ອນອື່ນໝົດ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເຮັດສໍາເລັດໜ້າທີ່ວິຊາສະເພາະ ຂະແໜງ ຍທຂ ສ້າງໃຫ້ບັນດາຮາກຖານພັກກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ,    ໜັກແໜ້ນ; ຖັນແຖວພະນັກງານ-ສະມາຊິກພັກ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບດີຂຶ້ນເປັນກ້າວໆມາ.

   ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະ   ໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ບົດໂອ້ລົມຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈຳປີ 2022 ແລະ ທິດທາງໜ້າທີ່ປີ 2023, ບົດສະຫຼຸບຕີລາຄາສະພາບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງ ຍທຂ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄລຍະຜ່ານມາ ( 2016-2021) ແລະ ທິດທາງແຜນການຮອດປີ 2025 ແລະ ຄໍາເຫັນໂອ້ລົມຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250