ຂ່າວພາຍໃນກະຊວງ

ກະຊວງ ຍທຂ ສະຫຼຸບຕີລາຄາການປະຕິບັດ ວຽກງານກວດກາ ປະຈຳປີ 2022 ແລະ ວາງທິດທາງປີ 2023

2023-03-02 - Sayphone


ກອງປະຊຸມສະຫຼຸບຕີລາຄາການປະຕິບັດວຽກງານຕິດຕາມ, ກວດກາ ຂອງກະຊວງໂຍທາທິການ ແລະ ຂົນ ສົ່ງ ປະຈຳປີ 2022 ໄດ້ໄຂຂຶ້ນໃນວັນທີ 01 ມີນາ 2023 ທີ່ຫ້ອງປະຊຸມຂອງກະຊວງ ໂຍທາທິການ ແລະຂົນສົ່ງ, ໂດຍການເປັນປະທານຂອງ ສະຫາຍ ໄຊສົງຄາມ ມະໂນທັມ ຄະນະປະຈຳ, ປະທານກວດກາຄະນະພັກ, ກະຊວງ ໂຍ ທາທິການ ແລະ ຂົນສົ່ງ, ມີຄະນະກົມກວດກາ, ບັນດາສະຫາຍ ເລຂາໜ່ວຍພັກ, ຄະນະພັກ, ຫົວໜ້າພະແນກກວດ ກາ, ປະທານກວດກາບັນດາໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາເຂົ້າຮ່ວມທັງໝົດ 80 ສະຫາຍ.

ໃນກອງປະຊຸມ ສະຫາຍ ທອງປານ ອິນທະຈັກ ຫົວໜ້າພະແນກກວດກາພັກ, ກົມກວດກາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ, ວຽກງານກວດສອບ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານແກ້ໄຂຄຳຮ້ອງ-ຄໍາສະເໜີ ໃນໄລຍະ 1 ປີທີ່ຜ່ານມາ ເຫັນໄດ້ວ່າຄະນະພັກ-ຄະນະນໍາກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ໃນການການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງ ຢ່າງໃກ້ຊິດ ແລະ ເປັນປົກກະຕິ ອັນໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກບາງວຽກງານທີ່ພົ້ນເດັ່ນເຊັ່ນ: ໄດ້ນໍາພາ-ຊີ້ນໍາກົມກວດກາ, ບັນດາຂະແໜງການກວດກາແຕ່ລະຂັ້ນ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນຢ່າງເຕັມສ່ວນ, ເປັນຕົ້ນໄດ້ເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດພາລະບົດບາດຂອງຄະນະພັກແຕ່ລະຂັ້ນ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການປະຕິ ບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ທີ່ຕິດພັນກັບວຍກງານວິຊາສະເພາະຢູ່ໃນແຕ່ລະຂະແໜງການ; ວຽກງານຕິດຕາມ, ກວດກາການບໍລິຫານລັດແມ່ນໄດ້ສຸມໃສ່ນໍາພາ-ຊີ້ນໍາການຕິດຕາມ, ກວດກາ ການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ກໍ່ຄືຂອງກະຊວງວາງອອກ ທັງໝົດ 26 ພາກສ່ວນ, ໃນນີ້ຕິດຕາມ, ກວດກາປົກກະຕິມີ 16 ພາກ ສ່ວນ, ກວດກາໂຄງການເລີ່ມແຕ່ຫົວທີ 11 ໂຄງການ, ກວດກາຕາມຄໍາສັ່ງ 13 ເປົ້າໝາຍ, ຕິດຕາມຊຸກຍູ້ແກ້ໄຂບັນຫາຂໍ້ຄົງຄ້າງຜົນການກວດສອບ 12 ພາກສ່ວນ, ໃນນັ້ນ ລັດບໍລິຫານ 7 ພາກສ່ວນ, ລັດວິສາຫະກິດ 5 ພາກສ່ວນ; ຕິດ ຕາມ, ກວດກາ, ຊຸກຍູ້ການແກ້ໄຂຜົນຂອງການກວດກາ ຕາມຜົນການກວດສອບ 7 ພາກສ່ວນ; ແກ້ໄຂຜົນການກວດກາມີ 2 ພາກສ່ວນ ແລະ ວຽກງານອື່ນໆອີກຫຼາຍດ້ານ. ໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳເຫັນ ຕໍ່ບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ເພື່ອເຮັດໃຫ້ແບບແຜນການ ຈັດຕັ້ງປະຕິບັດໃນຕໍ່ໜ້າສອດຄ່ອງກັບສະພາບຕົວຈິງ ແລະ ມີປະສິດທິຜົນສູງ ກ່ວາເກົ່າ. ຕອນທ້າຍ ສະຫາຍ ໄຊສົມຄາມ ມະໂນທັມ ຍັງໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມຄຳສັ່ງແນະນຳ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 01/ຄພກຊ, ລົງວັນທີ 03 ມັງກອນ 2023, ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ການແກ້ໄຂຜົນການກວດກາ ພ້ອມທັງມີຄໍາເຫັນຊີ້ນຳຕໍ່ກອງປະຊຸມ. ເຊິ່ງກອງປະຊຸມຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 01 ວັນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250