ຂ່າວພາຍໃນກະຊວງ

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

2023-02-06 - Xaiya

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 6 ກຸມພາ 2023 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ພະນັກງານຫຼັກແຫຼງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

            ໃນພິທີ ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຈັດຕັ້ງສູນກາງພັກ ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະປະຈໍາພັກກະຊວງ ຍທຂ ມະຕິຕົກລົງຂອງກົມການເມືອງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານດໍາລັດຖະດໍາລັດວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໃນນີ້ໄດ້ຍົກຍ້າຍ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງນໍ້າທາ ແລະ ແຕ່ງຕັ້ງບົ່ງຕົວ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ຮັບໜ້າທີ່ເປັນ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່.

ຕອນທ້າຍທ່ານ ກິແກ້ວ ໄຂຄໍາພິທູນ ມີຄໍາເຫັນໂອ້ລົມວ່າ:ການສັບປ່ຽນກໍຄືການສືບທອດປ່ຽນແທນພະນັກງານການນຳຂັ້ນສູງພັກ-ລັດ ຜ່ານມາໄດ້ພ້ອມກັນປະຕິບັດກັນມາເປັນປົກກະຕິບໍ່ວ່າຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ ເຊິ່ງໄດ້ກາຍເປັນຫຼັກການ ແລະ ເປັນລະບຽບການຂອງພັກ ແລະ ລັດ ທີ່ໄດ້ກຳນົດໄວ້ ເຊິ່ງການປ່ຽນແທນໜ້າທີ່ຕຳແໜ່ງຂອງການນຳຂັ້ນຍຸດທະສາດ ຫຼື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນເປັນເລື່ອງປົກກະຕິສຳລັບພັກ-ລັດເຮົາ ເພື່ອແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ
ເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ ບໍ່ວ່າພະນັກງານຂັ້ນໃດ ຈະແມ່ນພະນັກງານການນຳຂັ້ນສູງ ຂັ້ນກາງ ແລະ ພະນັກງານລັດຖະກອນທົ່ວໄປ ໃນເມື່ອມີຄວາມຮຽກຮ້ອງຕ້ອງການຂອງພັກ-ລັດແລ້ວ
ກໍ່ຕ້ອງໄດ້ປະຕິບັດ ຕາມການມອບໝາຍຂອງການຈັດຕັ້ງ ນອກນັ້ນຍັງໄດ້ເນັ້ນໃຫ້ທ່ານ ລັດຖະມົນຕີຜູ້ໃໝ່ ເປັນໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງສິ່ງສຳຄັນຕ້ອງເອົາໃຈໃສ່ລະບອບແບບແຜນ ວິທີເຮັດວຽກ ລະບອບປະຊຸມປືກສາຫາລື ສ່ອງແສງລາຍງານ ພາຍໃນຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250