ຂ່າວພາຍໃນກະຊວງ

ພິທີເຊັນສັນຍາໂຄງການຕົວແບບໄລຍະ 2

2022-12-14 - Xaiya

        ໃນວັນທີ 12 ທັນວາ 2022 ໄດ້ມີພິທີເຊັນສັນຍາໂຄງການຕົວແບບໄລຍະ 2 (ໂຄງການຂະຫຍາຍລະບົບຕາຂ່າຍສາຍທໍ່ສົ່ງນ້ຳ)ພາຍໃຕ້ຂອງໂຄງການ MaWaSU2 ໂດຍມີທ່ານຫົວໜ້າກົມນໍ້າປະປາ ຕ່າງໜ້າໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງກົມນ້ຳປະປາ,ຮອງພະແນກ ໂຍທາທິການ ແລະ ຂົນສົ່ງ 3 ແຂວງ, ແລະ ບັນດາຜູ້ໃຫ້ທືນກໍ່ເຂົ້າຮ່ວມ

1)             ໂຄງການຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາ ເຂດພື້ນທີ່ບໍລິການ ບ້ານນາຕາກ ແລະ ບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ;

ເພື່ອໃຫ້ບັນລຸຜົນສໍາລັບ ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມ ຊີວິດການເປັນຢູ່ຂອງປະຊາຊົນດ້ວຍການສະໜອງນໍ້າປະປາທີ່ມີຄວາມປອດໄພ ແລະ ມີສະຖຽນລະພາບ, ໂດຍຜ່ານການ ເພີ່ມອັດຕາປົກຄຸມພຶ້ນທີ່ບໍລິການ ໃນເຂດເທດສະບານເມືອງໄດ້ 78% ໃນປັດຈຸບັນ ຄາດຄະເນປີ 2023 ເພີ່ມຂຶ້ນ 80% ແລະ ຕາມຄາດໝາຍສູ້ຊົນຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງແຂວງໄຊຍະບູລີ ໃຫ້ໄດ້ 90% ຂອງປະຊາກອນໃນຕົວເມືອງຮອດປີ 2030 ແລະ ຈັດຕັ້ງປະຕິບັດ 3S ໃຫ້ປະກົດຜົນເປັນຈິງ.

2)        ໂຄງການຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາ ເຂດພື້ນທີ່ບໍລິການ 04 ບ້ານ ເທດສະບານເມືອງໃໝ່ ແຂວງຜົ້ງສາລີ;

ເພື່ອຫຼຸດຜ່ອນຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນ ດ້ວຍການສະໜອງນໍ້າໃຊ້ທີ່ສະອາດ ແລະ ປອດໄພ ໃຫ້ປະຊາຊົນ ໃນເທດສະບານ ເມືອງໃໝ່ ໄດ້ເພີ່ມຂື້ນ 18%, ເພີ່ມບໍລິມາດນໍ້າຈໍາໜ່າຍຢ່າງພຽງພໍ ແລະ ແຮງດັນທີ່ເໝາະສົມ ແລະ ໄດ້ມີການຈັດຕັ້ງ ລະບົບການກວດກາຄຸນນະພາບນໍ້າ ໃນເຂດພື້ນທີ່ບໍລິການເທດສະບານເມືອງໃໝ່.

3)             ໂຄງການຂະຫຍາຍສາຍທໍ່ ເຂດພື້ນທີ່ບໍລິການ 06 ບ້ານ ເມືອງຄູນ ແຂວງຊຽງຂວາງ.

ບັນລຸສໍາເລັດໃນການເພີ່ມພື້ນທີ່ບໍລິການນໍ້າປະປາ ຈາກ 08 ບ້ານ ມາເປັນ 14 ບ້ານ, ອັດຕາສ່ວນປົກຄຸມພື້ນທີ່ບໍລິການກໍ່ເພີ່ມຂື້ນເຕີ່ມເປັນ 98.43%, ພ້ອມທັງຕິດຕັ້ງໝໍ້ແທກນໍ້າເຂົ້າຄົວເຮືອນ ໃຫ້ໄດ້ 60% ຂອງຈໍານວນປະຊາກອນທີຕ້ອງການຊົມໃຊ້ນໍ້າສະອາດ ໃນ 06 ບ້ານ ເປົ້າໝາຍ ພາຍຫຼັງສຳເລັດໂຄງການໄລຍະ 01 ປີ. ນອກຈາກນັ້ນຍັງຈະໄດ້ຈັດກິດຈະກໍາຫ້ອງຮຽນນໍ້າປະປາ ແລະ ວຽກງານກວດກາຄຸນນະພາບນໍ້າ, ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊົນ ດ້ວຍການສະໜອງນໍ້າທີ່ມີຄວາມປອດໄພ ແລະ ມີສະຖຽນລະພາບ, ໂດຍຜ່ານອັດຕາສ່ວນປົກຄຸມພື້ນທີ່ບໍລິການໃນເຂດເທດສະບານເມືອງ ແລະ ຈັດຕັ້ງປະຕິບັດ 3S ໃຫ້ປະກົດຜົນເປັນຈິງ ແລະ ສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານນໍ້າປະປາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ"ສະໜອງນໍ້າໃຫ້ປະຊາຊົນໃນພື້ນທີ່ບໍລິການທີ່ມີຢູ່ແລ້ວ ຂອງເຂດເທດສະບານໃຫ້ໄດ້ 95% ໃນປີ 2025 ແລະ 98% ໃນປີ 2030".

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250