ຂ່າວພາຍໃນກະຊວງ

ສະຫນາມບິນສາກົນຫລວງພະບາງ ຍົກລະດັບ ວຽກງານຄວາມປອດໄພເຂດການບິນ ແລະ ການປ້ອງກັນຄວາມປອດໄພການບິນ ຜ່ານການຮຽນຮູ້ປະສົບການຈາກ ສ. ເກົາຫລີ

2022-11-11 - Xaiya

ໂດຍຜ່ານໂຄງການ Global ESG+ ຂອງ ອົງການ ສົ່ງເສີມການຄ້າ ແລະ ການລົງທຶນ ຂອງ ສ.ເກົາຫຼີ (KOTRA) ວຽງຈັນ, ສະໜາມບິນສາກົນຫຼວງພະບາງ ໄດ້ຈັດໂຄງການຝຶກອົບຮົມ ວຽກງານຄວາມປອດໄພເຂດການບິນ ແລະ ການປ້ອງກັນຄວາມປອດໄພການບິນ ເພື່ອຍົກລະດົບຄວາມອາດສາມາດຂອງພະນັກງານໃນວັນທີ 11ພະຈິກ 2022.

ການຝຶກອົບຮົມຄັ້ງນີ້ເປັນກຽດເຂົ້າຮ່ວມເຂົ້າຮ່ວມໂດຍ ທ່ານ ທອງວັນ ສີສຸພະກອນ ຫົວໜ້າສະຫນາມບິນສາກົນຫລວງພະບາງ, ທ່ານ ດົງ ວຸນ ຈຸງ (Mr. Dong Woon Jung) ຜູ້ອໍານວຍການອາວຸໂສ ບໍລິສັດໂດວາ ເອັນຈິເນຍລິ້ງ ຈໍາກັດ (DOWHA Engineering Co., Ltd), ພະນັກງານ ແລະ ຜູ້ບັນຍາຍຈາກບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ (Korea Airports Corporation) ພ້ອມທັງພະນັກງານຂອງ ສະໜາມບິນສາກົນຫຼວງພະບາງ ຈຳນວນ 20 ທ່ານ.

 

ໃນລະຫວ່າງການຝຶກອົບຮົມ, ຜູ້ບັນລະຍາຍຈາກ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ  ໄດ້ແບ່ງປັນຄວາມຮູ້ດ້ານວິຊາການ ກ່ຽວກັບ ການປ້ອງກັນຄວາມປອດໄພການບິນ ໂດຍອີງໃສ່ມາດຕະຖານຂອງ ອົງການການບິນ ແລະ ພົນລະເຮືອນສາກົນ (ICAO) ໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ. ດ້ວຍປະສົບການຈາກບັນດາສະໜາມບິນໃນ ສ. ເກົາຫຼີ, ຜູ້ບັນລະຍາຍ ໃດ້ແບ່ງປັນປະສົບການ ດ້ານການປະຕິບັດຕົວຈິງໃນວຽກງານການຮັກສາຄວາມປອດໄພເຂດການບິນ ແລະ ລວມເຖິງ ການຮັບປະກັນການປ້ອງກັນຄວາມປອດໄພດ້ານການບິນ ເພື່ອເຮັດໃຫ້ສະໜາມບິນສາກົນຫຼວງພະບາງກາຍເປັນປະຕູຫຼັກໃນຂະແຫນງການທ່ອງທ່ຽວຂອງ ສປປ ລາວ.

 

ທ່ານ ທອງວັນ ສີສຸພະກອນ ສະແດງຄວາມຂອບໃຈຕໍ່ອົງການ KOTRA ວຽງຈັນ, ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ແລະ ບໍລິສັດໂດວາ ເອັນຈິເນຍລິງ ທີ່ເປັນເຈົ້າພາບໃນການຈັດພິທີຝຶກອົບຮົມໃນຄັ້ງນີ້.

ທ່ານທອງວັນຍັງກ່າວຕື່ມວ່າ ຜູ້ບັນລະຍາຍຈາກ  KAC ທີ່ໃດ້ຮັບການຮັບຮອງຈາກ ICAO ຈະຊ່ວຍຍົກລະດັບຄວາມຮູ້ຄວາມສາມາດບຸກຄະລາກອນໃນສະໜາມບິນສາກົນຫຼວງພະບາງ ໃຫ້ໃດ້ມາດຕະຖານສາກົນ ແລະ ການຝຶກອົບຮົມໃນຄັ້ງນີ້ຍັງເປັນການເພີ່ມທະວີການຮ່ວມືສອງຊາດ ລາວ-ສ.ເກົາຫຼີ.

 

ທ່ານ Dong Woon Jung ໄດ້ກ່າວວ່າ ຮູ້ສຶກເປັນກຽດທີ່ໄດ້ຈັດການຝຶກອົບຮົມຄັ້ງນີ້ ຮ່ວມກັບອົງການ  KOTRA ແລະບໍລິສັດ  KAC  ໂດຍຈຸດປະສົງແມ່ນ ເພື່ອເສີມສ້າງຄວາມອາດສາມາດ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ່ກັບວິຊາການ ການບິນຂອງ ສປປ ລາວ.

ລາວໃດ້ກ່າວຕື່ມວ່າ  ພວກເຮົາມີຄວາມກະຕືລືລົ້ນທີ່ຈະຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງສະຫນາມບິນສາກົນຫຼວງພະບາງໃນການພັດທະນາສະຫນາມບິນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ຈະໄປຢ້ຽມຢາມຫຼວງພະບາງ, ເຊິ່ງຖືກຈັດເປັນເມືອງມໍລະດົກໂລກໂດຍອົງການ ອຸຍເນສໂກ.

ປະຈຸບັນນີ້ ບໍລິສັດຈາກ ສ. ເກົາຫຼີ ເຊິ່ງປະກອບດ້ວຍ ບໍລິສັດ KAC ແລະ ບໍລິສັດ Dohwa Engineering Co., Ltd, ກຳລັງດຳເນີນການສຶກສາຄວາມເປັນໄປໄດ້ສຳລັບໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນຫຼວງພະບາງ.  ຕົວແທນຂອງບໍລິສັດດັ່ງກ່າວຈະເດີນທາງໄປ ສະໜາມບິນ ສາກົນ ຫລວງພະບາງ ເພື່ອ ປຶກສາຫາລື ກ່ຽວກັບການປັບປຸງແລະພັດທະນາ ສະໜາມບິນດັ່ງກ່າວ ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ 17 ພະຈິກ 2022 ທີ່ຈະມາຮອດນີ້.

ໂຄງການປັບປຸງ ແລະ ພັດທະນາສະໜາມບິນຄັ້ງນີ້ຄາດວ່າຈະຊ່ວຍໃຫ້ຖ້ຽວປິນຕົງຈາກ ຫຼວງພະບາງໄປຫາຕ່າງປະເທດເພີ່ມຂຶ້ນ ພ້ອມທັງເຮັດໃຫ້ຈຳນວນນັກທ່ອງຈາກຕ່າງປະເທດເພີ່ມຂຶ້ນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250