ຂ່າວພາຍໃນກະຊວງ

ກອງປະຊຸມຂະແໜງໂຄງລ່າງພື້ນຖານ ຄັ້ງທີ 14 ປະຈຳປີ 2022

2022-11-11 - Xaiya

      ກອງປະຊຸມໂຄງລ່າງພື້ນຖານຄັ້ງທີ 14 ປະຈໍາປີ 2022 ໄດ້ໄຂຂຶ້ນໃນວັນທີ 11 ພະຈິກ 2022 ຢູ່ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ປະທານຮ່ວມ ຂອງທ່ານ Kenichi KOBAYASHI, ເອກອັກຄະລັດຖະທູດຢີ່ປຸ່ນ ປະຈຳ ສປປ ລາວ, ທ່ານ Alexander KREMER, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ນາງ Sonomi TANAKA, ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ຊຶ່ງມີຜູ້ເຂົ້າຮ່ວມ ແບບຊຶ່ງໜ້າ ແລະ ຜ່ານລະບົບທາງໄກ ທີ່ມາຈາກ 7 ພາກສ່ວນຄື: 13 ພາກສ່ວນຈາກກະຊວງ ຍທຂ, ພະແນກ ຍທຂ 18 ແຂວງ ທົ່ວປະເທດ,  2 ລັດວິສະຫະກິດທີ່ຂຶ້ນກັບກະຊວງ ຍທຂ, 10 ກະຊວງ ທີ່ກ່ຽວຂ້ອງ, 19 ຄູ່ຮ່ວມພັດທະນາ, 11 ສະຖານທູດ ແລະ 2 ສະມາຄົມ ພ້ອມດ້ວຍ ສະພາການຄ້າ.

 

ຈຸດປະສົງຫລັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ​ຜັນຂະຫຍາຍກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ຜ່ານມາປີ 2021 ແລະ ເພື່ອລາຍ​ງານຜົນສຳເລັດໃນ​​ການຈັດຕັ້ງປະຕິບັດ​ວຽກຂອງຂະແໜງການ ໃນ​ສົກປີ 2022, ໂດຍສະເພາະແມ່ນຄວາມ​ຄືບໜ້າ, ບັນຫາສິ່ງ​ທ້າ​ທາຍ, ຂໍ້​ສະ​ເໜີ ​ແລະ ​ທິດທາງໃນຕໍ່ໜ້າ ຕໍ່ກອງປະຊຸມໂຕະມົນປະຈຳປີ 2022;

   ເພີື່ອເພີ່ມທະວີ ແລະ ຟື້ນຄືນກົນໄກການເຮັດວຽກຂອງຂະແໜງການໂຄງລ່າງພື້ນຖານ ເພື່ອນໍາໄປສູ່ການສ້າງການປ່ຽນແປງໃນຂອດຈັດຕັ້ງປະຕິບັດ ແລະ ສ້າງໃຫ້ເປັນເວທີຮັດແໜ້ນການປະສານງານ ຮ່ວມມື ລະຫວ່າງ ກະຊວງ,ຜູ້ໃຫ້ທຶນ ແລະ ພາກເອກະຊົນ ເພື່ອກໍ່ໃຫ້ເກີດການປະກອບສ່ວນຢ່າງເປັນຮູບປະທຳ ໃນການປະຕິບັດແຜນພັດທະນາຂອງຂະແໜງການ ແລະ ແຜນພັດທະນາແຫ່ງຊາດທີ່ຕັ້ງໄວ້.

 

ກອງປະຊຸມໄດ້ຮັບຟັງການນຳສະເໜີ ແຜນຍຸດທະສາການພັດທະນາຂອງຂະແໜງໂຄງລ່າງພື້ນຖານ, ຊຶ່ງນໍາສະເໜີໂດຍກົມ ທ່ານ ນາງ ວັນ ດີລະພັນ, ຮັກສາການຫົວໜ້າກົມ ແຜນການ ແລະ ການເງິນ​, ເນື້ອໃນຂອງບົດສະເໜີແມ່ນກວມເອົາ 05 ຫົວ​ຂໍ້ຫຼັກຄື:

1)      ນະໂຍບາຍຂອງຂະແໜງການ

2)      ກົນໄກແຜນພັດທະນາ 5 ປີ ຂອງຂະແໜງການ ຍທຂ 2021-2025;

3)      ໂຄງການບຸລິມາສິດ-ຄວາມຕ້ອງການທຶນ;

4)      ໄຮໄລຄວາມຄືບໜ້າຂອງໂຄງການ PPP ທີ່ພົ້ນເດັ່ນ;

5)      ບັນຫາ, ສິ່ງທ້າທາຍ ແລະ ທິດທາງແຜນຕໍ່ໜ້າ;   

 

ນອກຈາກນັ້ນຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ, ບັນຫາ ແລະ ຂໍ້ສະເໜີຂອງບັນດາກົມກ່ຽວກັບການຈັດຕັ້ງປະຕິບັດ ເພື່ອຫັນໄປສູ່ການວາງແຜນແບບລວມສູນ ແລະ ຕາມແລວທາງເສດຖະກິດ.ຈາກ ກົມຂົວທາງ, ກົມຂົນສົ່ງ, ກົມທາງລົດໄຟ ແລະ ກົມເຄຫາຜັງເມືອງ.

 

     ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງແຜນວຽກໃນປີ 2023, ເພື່ອແກ້ໄຂບັນຫາສິ່ງທ້າທາຍ ແລະ ການເດີນໜ້າຈັດລຽງບູລິມະສິດແຜນຍຸດທະສາດໃຫ້ໄປຕາມວິໃສທັດ ແລະ ເປົ້າໝາຍ ໃນການສະໜັບສະໜູນແຜນວາລະແຫ່ງຊາດປີ 2022-2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IV, ລວມເຖິງເປົ້າໝາຍພັດທະນາແບບຍືນຍົງໃນເປົ້າໝາຍທີ 6,9 ແລະ 11 ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ;

        ກ່ຽວກັບ ແຜນວຽກ ເພື່ອຫາວິທີແກ້ໄຂບັນຫາຮ່ວມກັນ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບ ໜີ້ສິນ, ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການຂົນສົ່ງສີຂຽວ, ໂລຈິດສະຕິກ, ການເຊື່ອຕໍ່, ການຂົນສົ່ງຜ່ານແດນ ແລະ ຄວາມປອດໄພທາງທ້ອງຖະໜົນ;

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250