ຂ່າວພາຍໃນກະຊວງ

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

2022-10-28 - Viengkhone


ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ຕຸລາ 2022, ໂດຍໄດ້ຮັບກຽດການເປັນປະທານຮ່ວມຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ຊຶ່ງມີຜູ້ແທນຂັ້ນສູງ ຈາກຝ່າຍລາວ ແລະ ຝ່າຍໄທ ກໍຄືຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງ ລາວ ແລະ ໄທ ໂດຍເລີ່ມພິທີຈັດຂຶ້ນຢູ່ເບື້ອງຝັ່ງ ລາວ ແລະ ໄທ ຕາມລໍາດັບ.


ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ໄດ້ຮັບການເຫັນດີ ໃຫ້ມີການລິເລີ່ມປຶກສາຫາລື ຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃນປີ 2012, ຊຶ່ງຕໍ່ມາໃນປີ 2014 ມີການສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ພາຍໃຕ້ ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອບ້ານ (ອົງການ NEDA ຫຼື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ້ມການກໍ່ສ້າ ໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີລວງຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ແລະ ໄດ້ມີກໍານົດທີ່ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍາ ນວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ຫຼາຍກວ່າ 7 ທົດສະຫວັດ. ພ້ອມກັນນີ້, ຂົວມິດ ຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມ ທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄື ການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ ສັງຄົມ ໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ. ໂຄງການຂົວ ມິດຕະພາບ ລາວ - ໄທ ແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍ່ຄືອະນຸພາກພື້ນ ກໍ່ຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ກັບ ໄທ ຜ່ານທາງຫຼວງ ແຫ່ງຊາດ ເລກທີ 13 ໃຕ້ ແລະ ເສັ້ນທາງ ເລກ 8 ເພື່ອອອກສູ່ ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນໃນການປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານເພື່ອ ຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນ ໃນການ ຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງໃນອານາຄົດ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250