ຂ່າວພາຍໃນກະຊວງ

ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານສືບສວນ-ສອບສວນ ຂະແໜງ ຍທຂ ປະຈໍາປີ 2022

2022-10-05 - Xaiya

 

ໄດ້ຈັດຂື້ນໃນວັນທີ 05 ຕຸລາ 2022 ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍໃຫ້ກຽດເປັນປະທານເປີດກອງປະຊຸມ ໂດຍ ທ່ານ ໄຊສົງຄາມ ມະໂນທຳ ຄະນະປະຈຳພັກກະຊວງ,ປະທານກວດກາພັກກະຊວງ, ຫົວໜ້າກົມ ກວດກາ; ໂດຍການເຂົ້າຮ່ວມຂອງບັນດາທ່ານ ຫົວໜ້າກົມ ຮອງກົມ, ກອງ ສະຖາບັນ  ແລະ  ອາຈານຮັບເຊີນຈາກກວດກາສູນກາງ ກອງປະຊຸມຝຶກອົບຮົມ ວຽກງານສືບສວນ-ສອບສວນ ຂະແໜງ ຍທຂ ປະຈໍາປີ 2022; ຈະໄດ້ຮັບຟັງການເຜີຍແຜ່ບົດຮຽນ ວຽກງານສືບສວນ-ສອບສວນ ແລະ ຍົກບັນຫາການຈັດຕັ້ງປະຕິບັດຕົວຈິງມາປຶກສາ, ແລກປ່ຽນບົດຮຽນ, ເພື່ອໃຫ້ພະນັກງານຜູ້ເຮັດວຽກງານກວດກາ ມີຄວາມຮູ້ພື້ນຖານກ່ຽວກັບ ການສືບສວນ-ສອບສວນ ແລະ ເປັນການຍົກລະດັບ ຂີດຄວາມສາມາດ ໃນການຈັດຕັ້ງປະຕິບັດຕົວຈິງ ໃນວຽກງານໃຫ້ແທດເໝາະກັບໜ້າທີ່ຄວາມຮັບຜິດຊອບຂອງຕົນ.

ຖ້າ​ບໍ່​ມີ​ການ​ກວດກາ​ກໍ່​ໝາຍ​ຄວາມ​ວ່າ​ບໍ່​ມີ​ການ​ນຳພາຂອງພັກ, ບໍ່ມີການກວດກາ ກໍ່ໝາຍວ່າບໍ່ມີການຄຸ້ມຄອງລັດ, ນໍາພາຕ້ອງມີການກວດກາ ແລະ ແມ່ນຫຼັກການສໍາຄັນ ແມ່ນສ່ວນປະກອບທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ເປັນພາລະບົດບາດຕົ້ນຕໍແຫ່ງການນໍາພາຂອງພັກ ໃນເງື່ອນໄຂປະຈຸບັນ.

        ການກວດກາຍິ່ງມີບົດບາດພົ້ນເດັ່ນ ຊ່ວຍໃຫ້ຂຸດຄົ້ນຊອກເຫັນໄດ້ ບັນດາປັດໄຈໃໝ່ທີ່ກ້າວໜ້າ; ໃນຊຸມປີຜ່ານມາ ຄະນະພັກ ແຕ່ລະຂັ້ນພາຍໃນກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ເອົາໃຈໃສ່ນໍາພາວຽກງານກວດກາ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ສາມາດສະກັດກັ້ນຂໍ້ຂາດຕົກບົກຜ່ອງ, ຄວາມຜິດພາດຂອງ ສະມາຊິກພັກ, ພະນັກງານ-ລັດຖະກອນ; ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການຈັດຕັ້ງ, ການກໍ່ສ້າງພັກ ແລະ ພະນັກງານຕະຫຼອດມາ; ສະແດງໃຫ້ເຫັນ ໃນແຕ່ລະໂຄງການລົງທຶນຂອງລັດ ກໍ່ສາມາດປະຫຍັດງົບປະມານໄດ້ຫຼາຍ.

ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ແລ້ວ, ເຫັນວ່າ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ວຽກງານຕິດຕາມ, ກວດກາ ແລະ ສືບສວນ-ສອບສວນ ເພື່ອແກ້ໄຂບັນຫາໃຫ້ທັນເວລາ ແລະ ເຂັ້ມງວດ ຈຶ່ງຈະສາມາດປົກປັກຮັກສາສິດ, ອໍານາດຂອງພັກໄວ້ໄດ້ ແລະ ຖືກຕ້ອງ ເປັນທໍາຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມສັກສິດ ຕາມກົດໝາຍ ແລະ ລະບຽບການ ໄດ້ວາງໄວ້.

      ເພື່ອບັນລຸຈຸດປະສົງຕາມຄາດໝາຍ, ຂໍຍົກສູງສະຕິຄວາມຮັບຜິດຊອບ ເຂົ້າໃນການຕິດຕາມຮັບຟັງ, ຄົ້ນຄວ້າ, ເຊື່ອມຊືມ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງສັດຈະວິພາກ ຕໍ່ເນື້ອໃນເອກະສານຕ່າງໆ; ພ້ອມກັນຊອກໃຫ້ເຫັນເຖິງຂໍ້ຄົງຄ້າງ ແລະ ປຶກສາຫາລືຊອກວິທີ ແລະ ບົດຮຽນຕົວຈິງແກ້ໄຂຕໍ່ການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ; ຖືເອົາວຽກງານຕິດຕາມ, ກວດກາພັກ-ລັດ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ທຸກຄົນ ໃນຂະແໜງ ໂຍທາທິການ ແລະ ຂົນສົ່ງ ແລະ ນໍາໄປເຜີຍແຜ່ໃຫ້ທົ່ວເຖິງ, ເຂົ້າໃຈເລິກເຊິ່ງຕໍ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສໍາເລັດເປັນກ້າວໆໄປ ແລະ ຮັບປະກັນໄດ້ເຖິງຄວາມຖືກຕ້ອງຕໍ່ກົດໝາຍ ແລະ ລະບຽບການ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250